Home ຂ່າວຕ່າງປະເທດ ອີຢູ ຈັດສັນງົບປະມານຊ່ວຍເຫລືອອູແກຣນ 1,6 ຕື້ເອີໂຣ

ອີຢູ ຈັດສັນງົບປະມານຊ່ວຍເຫລືອອູແກຣນ 1,6 ຕື້ເອີໂຣ

0

ສຳນັກ​ຂ່າວ ອິນ​ເຕີ​​ແຟກ-ອູ​ແກຣນ (Interfax-Ukraine),ທ່ານ ​ເດ​ນີສ ຊະ​ມິ​ຄໍ​ລ (Denis Shmikal), ນາຍົກ ລັດຖະມົນຕີ ອູ​ແກຣນ ​ຖະ​ແຫລ​ງວ່າ: ທະ​ນາ​ຄານ ​ການ​ລົງ​ທຶນ​ ເອີ​ຣົບ (EIB​) ໄດ້​ຕົກ​ລົງ​ທີ່​ ຈະ​ຈ່າຍ​ເງິນ 1,6ຕື້​ເອີ​ໂຣ ​ໃຫ້​ແກ່ ອູ​ແກຣນ​ ຊຶ່ງ​ໃນ​ຈຳນວນ​ນີ້ ຈະ​ຖືກ​ຈັດ​ສັນ ​ໂດຍ​ທັນທີ 1ຕື້​ເອີ​ໂຣ ​ເພື່ອ​ນຳ​ໄປ​ໃຊ້​ ສຳລັບ ການ​ກຽມພ້ອມ​ ຈ່າຍ​ຄວາມ​ຮ້ອນ (heating season) ລວມທັງ​ ການ​ສ້ອມ​ແປງ​ ແຫ​ລ່ງຈ່າຍ​ໄຟຟ້າ, ນ້ຳ​ປະປາ ​ແລະ ຄວາມ​ຮ້ອນ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ແລະ ​ເງິນ​ອີກຈຳນວນ​ໜຶ່ງທີ່​ໄດ້​ຮັບຈາກ​ທະນາຄານ​ດັ່ງກ່າວ ​​ເພື່ອ​ນຳ​ໃຊ້​ສະໜັບສະໜູນທາງ​ການ​ເງິນ​ແກ່​ໂຄງການ​ດ້ານ​ປະສິດທິພາບ ພະລັງງານ, ຖະໜົນ, ການ​ຂົນ​ສົ່ງ, ການ​ສຶກສາພື້ນຖານ​ໂຄງ​ລ່າງ ​ແລະ ພາກສ່ວນ​ອື່ນໆ.

ກ່ອນ​ໜ້າ​ນີ້ ທ່ານ ​ເຊີ​ໄຮ ມາຣ​ເຊັນ​ໂກ(Serhei Marchenko),ລັດຖະມົນຕີ ​ກະຊວງ​ ການ​ເງິນ​ ອູ​ແກຣນກ່າວ​ວ່າ: ອູ​ແກຣນ ມີ​ແຜນ​ ຈະ​ລະດົມ​ທຶນ ​ຊ່ວຍ​ເຫລືອ ​ສາກົນ ຈຳນວນ 20ຕື້​ໂດ​ລາ ​ສະຫະລັດ ຈາກ​ປະ​ເທດ ພັນທະ​ມິດ ​ຕາ​ເວັນ​ຕົກ ​ໃນ​ທ້າຍ​ປີນີ້.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version