Home ຂ່າວຕ່າງປະເທດ ຈີນ ແລະ ອິນໂດເນເຊຍ ເສີມຂະຫຍາຍການຮ່ວມມືສອງຝ່າຍ

ຈີນ ແລະ ອິນໂດເນເຊຍ ເສີມຂະຫຍາຍການຮ່ວມມືສອງຝ່າຍ

0

ຕອນບ່າຍວັນທີ 26 ກໍລະກົດ 2022, ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປຈີນ ໄໄດ້ພົບປະກັບ ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເເຊຍ ທີ່ນະຄອນຫຼວງປັກກິ່ງ ໃນໂອ ກາດທີ່ປະທານນາທິບໍດີອິນໂດເນເຊຍ ເຄື່ອນໄຫວຢ້ຽມຢາມ ສປຈີນ ຢ່າງເປັນທາງການເປັນເວລາ 2 ວັນ ແຕ່ວັນທີ 25-26 ກໍລະກົດນີ້.

ສອງຜູ້ນໍາ ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນໃນຫຼາຍດ້ານ ແລະໄດ້ບັນລຸການລົງນາມເອກະ ສານທີ່ສຳຄັນຫຼາຍສະບັບກ່ຽວກັບເພື່ອແນໃສ່ເສີມຂະຫຍາຍການພົວພັນຮ່ວມມືັຂອງສອງປະເທດຈີນ- ອິນໂດເນເຊຍ ພ້ອມນີ້ ຍັງໄດ້ແລກປ່ຽນກ່ຽວກັບບັນຫາຂອງພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ທ່ານ ສີ ຈິ້ນຜິງ ກ່າວວ່າ: ທ່ານ ໂຈໂກ ວິໂດໂດ ເປັນປະ ມຸກລັດຄົນທຳອິດທີ່ເດີນທາງຢ້ຽມຢາມຈີນຢ່າງເປັນທາງ ການ ພາຍຫລັງທີ່ຈີນສໍາເລັດການເປັນເຈົ້າພາບຈັດງານກິ ລາໂອລິມປິກລະດູໜາວປາກກິ່ງ. ການເດີນທາງຢ້ຽມຢາມ ສປຈີນ ໃນຄັ້ງນີ້ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາອັນໜັກແໜ້ນຂອງສອງຝ່າຍໃນການເພີ່ມທະວີການພົວພັນລະ ຫວ່າງສອງປະເທດ. ໃນຊຸມປີມໍ່ໆ ມານີ້, ພາຍໃຕ້ການຊີ້ນຳຮ່ວມຂອງປະທານາທິບໍດີສອງປະເທດ, ການພົວພັນຈີນ- ອິນໂດເນເຊຍໄດ້ຮັບການຂະຫຍາຍຕົວຢ່າງແຂງແຮງ, ສະ ແດງໃຫ້ເຫັນເຖິງບາດກ້າວສໍາຄັນ ແລະມີຄວາມໝາຍໃຫຍ່ຫຼວງເປັນກ້າວໆມາ. ເປັນຕົ້ນແມ່ນຄວາມໄວ້ເນື້ອເຊື່ອ ໃຈເຊິ່ງກັນ ແລະ ກັນ ນັບມື້ນັບຮັດແໜ້ນຂຶ້ນຕື່ມອີກ. ໄລຍະຜ່ານມາສອງປະທດໄດ້ສຸມໃສການຮ່ວມມືແບບ 4 ເສົາຄ້ຳຄື: ດ້ານການເມືອງ, ເສດຖະກິດ, ການຮ່ວມມືທາງທະເລ ໂດຍທັງ 2 ຝ່າຍໄດ້ປະຕິບັດຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ຊຸກຍູ້ຄວາມສາມັກຄີ ແລະ ຕະຫລອດຮອດການຮ່ວມມືສາກົນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ເຊິ່ງສິ່ງເຫລົ່ານັ້ນໄດ້ພິສູດໃຫ້ເຫັນວ່າ, ການພົວພັນຈີນ-ອິນໂດເນເຊຍທີ່ດີບໍ່ພຽງແຕ່ໄດ້ຮັບໃຊ້ຜົນປະ ໂຫຍດຮ່ວມຂອງສອງປະເທດໃນໄລຍະຍາວເທົ່ານັ້ນ, ຫາກຍັງມີຜົນສະທ້ອນໃນທາງບວກເປັນວົງກວ້າງໃນພາກພື້ນແລະທົ່ວໂລກ.

ປັດຈຸບັນ, ປະຊາຊົນຈີນພວມມຸ່ງໄປສູ່ຈຸດໝາຍໃນສັດຕວັດທີ 2 ໃນການກໍ່ສ້າງປະເທດສັງຄົມນິຍົມທີ່ທັນສະໄໝທີ່ຍິ່ງໃຫຍ່ໃນທຸກດ້ານ, ຂະນະທີ່ປະຊາຊົນອິນໂດເນເຊຍພວມປະຕິບັດວິໄສທັດໃນພາລະກິດສ້າງສາປະເທດຊາດຢ່າງຕັ້ງໜ້າ. ການເຕີບໂຕຂອງສາຍພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບສູງ ແລະ ໃນໄລຍະຍາວ ເພື່ອນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ຕ່າງປະເທດ. ທ່ານປະທານປະເທດ ສີ ຈິ້ງຜິງໃຫ້ຮູ້ວ່າ: ຈີນ ແລະ ອິນໂດເນ ເຊຍ ພວມຢູ່ໃນໄລຍະພັດທະນາທີ່ຄ້າຍຄືກັນ, ມີຜົນປະ ໂຫຍດຮ່ວມ, ປະຕິບັດຕາມທິດສະດີ ແລະ ເສັ້ນທາງພັດ ທະນາທີ່ຄ້າຍຄືກັນ, ແລະ ການສ້າງປະຊາຄົມຈີນ- ອິນ ໂດເນເຊຍທີ່ມີອະນາຄົດຮ່ວມກັນແມ່ນຄວາມມຸ່ງຫວັງຂອງປະຊາຊົນສອງປະເທດ.

ຜູ້ນໍາຈີນໄດ້ສະແດງຄວາມຍິນດີທີ່ສອງຝ່າຍໄດ້ຕັດສິນໃຈກ່ຽວກັບທິດທາງລວມພາຍໃຕ້ ຈີນຈະຮ່ວມມືກັບອິນ ໂດເນເຊຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະ ສາດ, ສະໜັບສະໜູນເຊິ່ງກັນແລະກັນຢ່າງແໜ້ນແຟ້ນໃນການປົກປັກຮັກສາອະທິປະໄຕ ແລະຄວາມໝັ້ນຄົງເພື່ອຊອກຫາເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງສອງຊາດ, ສອງຝ່າຍຄວນລົງເລິກການຮ່ວມມືໜຶ່ງແລວທາງໜຶ່ງເສັ້ນທາງໃຫ້ມີຄຸນນະພາບສູງຂຶ້ນຕື່ມ. ນອກນັ້ນ, ສອງລັດຖະບານໄດ້ພະຍາຍາມກໍ່ສ້າງທາງລົດໄຟຄວາມໄວສູງຈາກຈາກນະຄອນຫຼວງກາຕ້າ-ບັນດຸງໃຫ້ສຳເລັດຕາມກຳນົດເວລາ ແລະ ໄດ້ມາດຕະຖານສູງ, ຮັບ ປະກັນການປະຕິບັດໂຄງການຮ່ວມມືທີ່ສຳຄັນຄືດ້ານເສດຖະກິດ. ຈີນຈະສືບຕໍ່ສະໜັບສະໜູນອິນໂດເນເຊຍຢ່າງເຕັມສ່ວນໃນການສ້າງສູນຜະລິດວັກຊິນໃນພາກພື້ນ, ແລະຈະຊຸກຍູ້ການຮ່ວມມືດ້ານສາທາລະນະສຸກກັບອິນໂດ ເນເຊຍ. ຈີນຍິນດີນຳເຂົ້າສິນຄ້າແລະຜະລິດຕະພັນກະສິ ກຳທີ່ມີຄຸນນະພາບຈາກອິນໂດເນເຊຍຕື່ມອີກ ເປີດກວ້າງການຮ່ວມມືດ້ານການເງິນເພື່ອພັດທະນາແລະຊຸກຍູ້ການເຕີບໂຕໃໝ່ໃນເສດຖະກິດດີຈີຕອນແລະການພັດທະນາສີຂຽວໃນຂົງເຂດອື່ນໆ.

ທ່ານ ສີ ຈິ້ນຜິງ ກ່າວຕື່ມວ່າ: ການປະເຊີນໜ້າກັບການປ່ຽນແປງຂອງໂລກທີ່ບໍ່ເຄີຍມີມາກ່ອນ, ຈີນແລະອິນໂດເນ ເຊຍຕ້ອງສາມັກຄີກັນ, ປະຕິບັດໜ້າທີ່ຂອງປະເທດທີ່ພວມພັດທະນາຮ່ວມກັນ, ຍຶດໝັ້ນລັດທິພາກພື້ນເປີດກວ້າງ ແລະຈະເພີ່ມທະວີການປະສານງານແລະການຮ່ວມມືກັບອິນໂດເນເຊຍເພື່ອໃຫ້ກອງປະຊຸມສຸດຍອດອາຊຽນທີ່ອິນໂດເນເຊຍຈະເປັນເຈົ້າພາບໃນປີ 2023ໃຫ້ປະສົບຜົນ ສຳເລັດຢ່າງຈົບງາມ, ຈະເພີ່ມທະວີຄວາມສາມັກຄີແລະການປະສານງານກັບອາຊຽນ, ໂດຍເອົາໃຈໃສ່ການພັດທະ ນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ອາຊຽນຢ່າງຕັ້ງໜ້າ ພ້ອມທັງຊົມເຊີຍອິນໂດເນເຊຍໃຫ້ການສະໜັບສະໜູນແລະໃຫ້ຄຳໝັ້ນສັນຍາຕໍ່ຂໍ້ລິເລີ່ມການພັດ ທະນາແລະຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ.

ໃນຕອນທ້າຍຂອງການພົບຂອງສອງຝ່າຍ, ທ່ານ ໂຈໂກ ວິໂດໂດ ໄດ້ອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ທີ່ຈະຈັດຂຶ້ນໃນອີກບໍ່ດົນນີ້ປະສົບຜົນສຳເລັດຢ່າງຈົບງາມ, ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າ ຈີນຈະບັນລຸໝາກຜົນອັນຍິ່ງໃຫຍ່ຂຶ້ນຕື່ມ ພາຍໃຕ້ການນຳພາທີ່ເຂັ້ມແຂງຂອງທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປຈີນ. ອິນໂດເນເຊຍແລະຈີນແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ມີເປົ້າໝາຍສຳຄັນໃນການຮ່ວມກັນສ້າງປະຊາຄົມທີ່ມີອະນາຄົດຮ່ວມ ກັນ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ພຽງແຕ່ໄດ້ຮັບໃຊ້ປະຊາຊົນສອງປະເທດເປັນຢ່າງດີເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນສັນຕິພາບ ແລະ ການພັດທະນາຢູ່ພາຍໃນ ແລະສາກົນໃນສະພາບການ ທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ, ການຮ່ວມມືອັນດີງາມລະຫວ່າງອິນໂດເນເຊຍແລະຈີນໄດ້ສະແດງໃຫ້ເຫັນລັກສະນະຍຸດທະສາດຂອງການພົວພັນສອງປະເທດ.

ປະທານາທິບໍດີອິນໂດເນເຊຍ ຍັງສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດທີ່ພົ້ນເດັ່ນຂອງຈີນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນປະເທດໄດ້ສໍາເລັດ ແລະ ຈີນຍິນດີເຂົ້າຮ່ວມການຮ່ວມມືຢ່າງຕັ້ງໜ້າໃນການພັດທະ ນານະຄອນຫຼວງໃໝ່ຂອງອິນໂດເນເຊຍ ແລະ ສວນອຸດ ສາຫະກຳສີຂຽວກາລິມັນຕັນເໜືອ, ສະແຫວງຫາການຮ່ວມມືດ້ານຍຸດທະສາດທີ່ໃຫຍ່ກວ່າເກົ່າລະຫວ່າງຂະ ບວນການເດີນທະເລທົ່ວໂລກແລະຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ, ແລະລົງເລິກການຮ່ວມມືໃນຂົງເຂດຕ່າງໆເຊັ່ນການລົງທຶນ, ເຕັກໂນໂລຊີ, ວັກຊີນ ແລະການດູແລທາງການແພດ ແລະສຸຂະພາບ. ທາງລົດໄຟຄວາມໄວສູງຈາກຈາກາຕາ-ບັນດຸງແມ່ນສັນຍາລັກແຫ່ງການພັດທະນາຢ່າງວ່ອງໄວຂອງອິນໂດເນເຊຍ, ອິນໂດເນ ເຊຍພ້ອມແລ້ວທີ່ຈະຮ່ວມມືກັບຈີນເພື່ອຮັບປະກັນໃຫ້ຈີນສຳເລັດການເຄື່ອນໄຫວຕາມກຳນົດເວລາ, ແລະກາຍເປັນຂີດໝາຍສຳ ຄັນອີກອັນໜຶ່ງຂອງການພົວພັນມິດຕະພາບລະຫວ່າງສອງປະເທດ. ທ່ານປະທານາທິບໍດີ ວິໂດໂດ ໄດ້ຂອບໃຈຈີນທີ່ໄດ້ສະໜັບສະໜູນການເປັນປະທານ G20 ຂອງອິນໂດເນ ເຊຍ ແລະອິນໂດເນເຊຍຈະຮັກສາການປະ ສານງານຢ່າງໃກ້ຊິດກັບຈີນເພື່ອຜົນສຳເລັດຂອງກອງປະຊຸມສຸດຍອດ G20 ທີ່ເກາະບາຫຼີ, ໃນຖານະທີ່ເປັນປະທານໝູນວຽນຂອງອາຊຽນໃນປີໜ້າ, ອິນໂດເນເຊຍພ້ອມແລ້ວທີ່ຈະທຳຄວາມພະຍາຍາມຢ່າງຕັ້ງໜ້າເພື່ອຊຸກຍູ້ການເຕີບໂຕຂອງການພົວພັນອາຊຽນ-ຈີນ.

Cr: ບຸນຕຽງ ຈັນທະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version