Home ຂ່າວພາຍໃນ ຈຳປາສັກ ຝຶກຊ້ອມຂັບເຮືອ ເພື່ອກອບກູ້ໄພພິບັດທາງນໍ້າ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ

ຈຳປາສັກ ຝຶກຊ້ອມຂັບເຮືອ ເພື່ອກອບກູ້ໄພພິບັດທາງນໍ້າ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ

0

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ແຂວງຈໍາປາສັກ ໄດ້ຝຶກຊ້ອມຂັບເຮື່ອ ເພື່ອກອບກູ້ໄພພິບັດທາງນໍ້າ ເພື່ອຖ່າຍທອດບົດຮຽນໃຫ້ແກ່ນັກກູ້ໄພທາງນ້ຳ ໂດຍສະເພາະຂັ້ນຕອນການຂັບເຮືອ, ການປົກປັກຮັກສາ ແລະ ນຳໃຊ້ເຮືອ,ການເຂົ້າຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ, ນໍ້າຊຸ, ການກູ້ຊີບຊ່ວຍເຫລືອຄົນຕົກນໍ້າ ແລະເຕັກນິກ-ວິທີການສຳຄັນໃນການຊ່ວຍເຫລືອອື່ນໆ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

ທ່ານ ຍົກດາ ໄຊຍະຈັກ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງ ຄົມ(ຮສສ) ແຂວງຈໍາປາສັກ ໄດ້ກ່າວວ່າ: ປັດຈຸບັນ, ບັນຫາໄພພິບັດ ແລະ ການປ່ຽນ ແປງຂອງດິນຟ້າອາກາດ ເປັນຕົ້ນ ໄພນໍ້າຖ້ວມ ໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫລວງ ແລະ ເພີ່ມຄວາມຮຸນແຮງຂຶ້ນເລື້ອຍໆ, ສ້າງຜົນກະທົບ ແລະ ສ້າງຄວາມເສຍຫາຍຢ່າງຫລວງຫລາຍ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ.

ທ່ານ ຍົກດາ ໄຊຍະຈັກ ຍັງໃຫ້ຮູ້ອີກວ່າ: ຕໍ່ກັບເຫດການໄພພິບັດນໍ້າຖ້ວມປີ 2019 ຜ່ານມາ, ແຂວງຈໍາປາສັກ ໄດ້ຮັບບົດຮຽນຫລາຍຢ່າງຕໍ່ບັນການຊ່ວຍເຫລືອ ສຸກເສີນທາງ ນໍ້າ ໂດຍສະເພາະແມ່ນຜູ້ຮັບຜິດຊອບຂັບເຮືອໃນເວລາສຸກເສີນແມ່ນບໍ່ມີ, ມີແຕ່ພະແນກ ຮສສ ແຂວງ ເທົ່ານັ້ນທີ່ສາມາດຂັບເຮືອດັ່ງກ່າວໄດ້, ເຮັດໃຫ້ການຊ່ວຍເຫລືອສຸກເສີນມີຄວາມຫຍຸ້ງຍາກ ແລະ ຊັກຊ້າ. ສະນັ້ນ. ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກ ໃນນາມກອງເລຂາຄະນະກໍາມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ຈຶ່ງຈັດພິທີຝຶກຊ້ອມຂັບເຮືອກູ້ໄພທາງນໍ້າ ແກ່ພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມເຂັ້ມແຂງ ສາມາດຕອບໂຕ້ ແລະ ຮັບມືກັບໄຟພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

ຂ່າວ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version