Home ຂ່າວພາຍໃນ ກອງພັນໃຫຍ່ 201 ຈັດກອງປະຊຸມສະຫລຸຸບຖອດຖອນບົດຮຽນວຽກງານ ພະລາທິການ ປະຈຳ 6 ເດືອນຕົ້ນປີ 2022

ກອງພັນໃຫຍ່ 201 ຈັດກອງປະຊຸມສະຫລຸຸບຖອດຖອນບົດຮຽນວຽກງານ ພະລາທິການ ປະຈຳ 6 ເດືອນຕົ້ນປີ 2022

0

ວັນທີ 26 ກໍລະກົດ 2022 ນີ້, ກອງພັນໃຫຍ່ 201 ກອງພົນທີ 2 ໄດ້ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນວຽກງານພະລາທິການ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ໂດຍ ການ ເປັນປະທານຂອງສະຫາຍ ພັນຕີ ອິນປັນ ໂນດນາໂພ ຫົວໜ້າພະແນກພະລາທິການ ກອງພັນໃຫຍ່ 201, ມີຄະນະພັກ- ຄະນະ ບັນຊາກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ໝວດທີ່ຂຶ້ນ ກັບ ຕະຫລອດຮອດພະນັກງານວິຊາສະເພາະເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພັນຕີ ສົມພົງ ວົງໜໍ່ຄຳ ຮອງພະແນກພະລາ ທິການກອງພັນໃຫຍ່ ໄດ້ຜ່ານບົດສະຫລຸຸບຕີລາຄາຄືນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃນ 6 ເດືອນຕົ້ນປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ຖືສຳ ຄັນວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ເຮັດສຳເລັດໜ້າທີ່ວິຊາສະເພາະຂອງຕົນ, ພ້ອມກັນນັ້ນກໍຍັງໄດ້ສູ້ຊົນ ຊອກຫາແຫລ່່ງລາຍຮັບເຂົ້າກົມກອງ, ດ້ວຍການປູກຝັງ-ລ້ຽງສັດ ເຊີ່ງສະແດງອອກໃນບົດສະຫລຸຸບ 6 ເດືອນຕົ້ນປີຜ່ານມາ ກົມກອງສາມາດສ້າງ ລາຍຮັບໄດ້ 508.861.000 ກີບ, ນອກນີ້ຍັງສຸມໃສ່ວຽກງານວິຊາສະເພາະ ເປັນຕົ້ນແມ່ນວຽກງານເຊື້ອໄຟ, ວຽກງານເສນາຮັກ, ວຽກງານອຸປະໂພກ -ບໍລິໂພກ ແລະ ວຽກງານອື່ນໆ, ທິດທາງແຜນການໃນ 6 ເດືອນທ້າຍປີ, ຈະສືບຕໍ່ຂຸດຄົ້ນທ່າແຮງບົ່ມຊ້ອນ, ສ້າງແຫລ່ງສະໜອງທຶນຮ້ອນເຂົ້າກົມກອງໃນການສ້າງທີ່ຢູ່ຄ້າຍຄູ, ສຸມໃສ່ການຜະລິດ ການປູກ-ການລ້ຽງ ເປັນສິນຄ້າເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ມີປະສິດທິຜົນສູງໂດຍໃຊ້ທ່າແຮງບົ່ງຊ້ອນຂອງກົມກອງ, ເພີ່ມທະວີການຄຸ້ມຄອງປົກປັກຮັກສາ ວັດຖຸພະລາທິການ, ລະບົບສາງຄັງ, ໃຫ້ແໜ້ນໜາມີຄວາມປອດໄພ 100% ປະຕິບັດລະບອບລະບຽບຫຼັກການໃນການຮັບ-ຈ່າຍວັດຖຸພະລາທິການ ໃຫ້ຖືກຕ້ອງເປັນເອກະພາບແຕ່ອົງການຮອດກົມກອງໃຫ້ມີຄວາມໂປ່ງໃສ, ສົ່ງເສີມການປູກຜັກໃນເຮືອນຮົ່ມເພື່ອສ້າງເປັນບ່ອນສະໜອງເຂົ້າເຮືອນຄົວລວມ ແລະ ໃຫ້ມີຜັກກິນຕະຫລອດປີ.

ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ພັດປ່ຽນການຂື້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບເພື່ອໃຫ້ມີ ເນື້ອໃນຄົບຖ້ວນ ແລະນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນຕົວຈິງ ແລະ ຮັບຮອງເອົາທິດທາງແຜນການ 6 ເດືອນທ້າຍປີ 2022 ຢ່າງເປັນ ເອກະສັນ.

ພາບ-ຂ່າວ: ເກດ ອານຸສອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version