Home ຂ່າວຕ່າງປະເທດ ສີລັງກາ ເລື່ອນການໃຊ້ລະບົບຄີວອາໂຄດນ້ຳມັນເຊື້ອໄຟລະດັບຊາດ

ສີລັງກາ ເລື່ອນການໃຊ້ລະບົບຄີວອາໂຄດນ້ຳມັນເຊື້ອໄຟລະດັບຊາດ

0

ຕາມ​ຂ່າວ​ຈາກ​ ຊິນ​ຮວາ, ສຳນັກງານ ເຕັກໂນໂລຊີ ຂໍ້ມູນ ຂ່າວສານ ແລະ ການສື່ສານ ສີລັງກາ (ICTA) ໄດ້ປະກາດເລື່ອນເວລາ ການເປີດຕົວ ລະບົບ QR code ນໍ້າມັນເຊື້ອໄຟແຫ່ງຊາດ. ຫລັງ​ຈາກ​ທີ່​ມີ​ການ​ປະກາດ​ວ່າ:​ ປ້ຳ​ນ້ຳມັນ ໃນ​ທົ່ວ​ປະ​ເທດ​ ຈະ​ເລີ່​ມສະໜອງນ້ຳມັນເຊື້ອ​ໄຟ​ດ້ວຍ​ລະບົບດັ່ງກ່າວ ແຕ່​ວັນ​ທີ 25 ກໍລະກົດປີ​ນີ້ ​ເປັນຕົ້ນ​ໄປ. ຂະນະ​ນີ້ ການ​ຈ່າຍນ້ຳມັນດ້ວຍ​ລະບົບດັ່ງກ່າວຈະ​ຖືກ​ໃຊ້ທີ່​ສະຖານີບໍລິການນ້ຳມັນບາງ​ແຫ່ງ ໃນ​ນະຄອນ​ຫລວງໂກ​ລົມ​ໂບ ​ແລະ 25 ​ເຂດ​ເທົ່າ​ນັ້ນ ​ເພື່ອ​ກ້າວ​ໄປ​ສູ່​ການ​ຂະຫຍາຍໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃນ​ຕໍ່ໜ້າ.

(ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version