Home ຂ່າວຕ່າງປະເທດ ຍີ່ປຸ່ນ ເລັ່ງສະກັດກັ້ນການເກີດພະຍາດອະຫິວາໝູ

ຍີ່ປຸ່ນ ເລັ່ງສະກັດກັ້ນການເກີດພະຍາດອະຫິວາໝູ

0

ຕາມ​ຂ່າວ​ຈາກ CRI: ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງ ກະສິກຳ,ປ່າໄມ້ ແລະ ສິນໃນນ້ຳ ຍີ່ປຸ່ນ ໄດ້ປະກາດວ່າ: ຜ່ານການ ກວດກາ ວັກແທກ ຈາກອົງການ ຄົ້ນຄວ້າ ສັງລວມ ເຕັກນິກ ກະສິກຳ ແລະອຸດສາຫະກຳ ອາຫານ ແຫ່ງຊາດ ຍີ່ປຸ່ນ, ຟາມລ້ຽງໝູ ແຫ່ງໜຶ່ງ ຢູ່ນະຄອນນະ ຊຸຄະຣະຊຸຢະມະ ແຂວງໂຕະຊິກິ ຂອງຍີ່ປຸ່ນ ໄດ້ຖືກຢືນຢັນ ເກີດມີການລະບາດ ພະຍາດ ອະຫິວາໝູ, ​ເຮັດ​ໃຫ້ມີໝູ ປະມານ 54.000 ໂຕ ຈະຖືກຂ້າຖິ້ມໝົດ ​ເພື່ອ​ສະກັດ​ກັ້ນ ການ​ແພ່​ລະບາດ​ພະຍາດ ດັ່ງກ່າວ.

ສະຖານີວິທະຍຸໂທລະພາບຍີ່ປຸ່ນ (NHK) ລາຍງານວ່າ: ນີ້ແມ່ນການຂ້າຖິ້ມໝູ ຂະໜາດໃຫຍ່ທີ່ສຸດນັບ ແຕ່ໄດ້ມີການບັນທຶກ ການລະບາດ ພະຍາດອະຫິວາໝູ ຢູ່ຍີ່ປຸ່ນ ເປັນຕົ້ນມາ, ຄາດວ່າ ການຂ້າຖິ້ມໝູໃນຄັ້ງນີ້ ຈະຕ້ອງການເວລາ ປະມານ 2 ເດືອນ.

ພະຍາດ ອະຫິວາໝູ ແມ່ນພະຍາດ ລະບາດ ຊະນິດໜຶ່ງ ທີ່ເກີດຂຶ້ນກັບໝູ ຢ່າງກະທັນຫັນ ແລະແຜ່ເຊື້ອ ດ້ວຍການສຳຜັດ, ສ່ວນຫລາຍ ໝູຕິດເຊື້ອ ຈະມີອາການ ເປັນໄຂ້, ເລືອດອອກ ຫລາຍຕາມອະໄວຍະວະ ພາຍໃນ ແລະ ມີອັດຕາ ການຕາຍສູງ, ບໍ່ມີຜົນຮ້າຍໂດຍກົງ ຕໍ່ມະນຸດ. (ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version