Home ຂ່າວການເມືອງ ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສໍາມະນາສະເຫລີມສະ ຫລອງ ຄົບຮອບ 20 ປີ ຂອງຖະແຫຼງການ ວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້

ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສໍາມະນາສະເຫລີມສະ ຫລອງ ຄົບຮອບ 20 ປີ ຂອງຖະແຫຼງການ ວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້

0

ໃນວັນທີ 25 ກໍລະກົດ 2022, ທີ່ ກະ ຊວງການຕ່າງປະເທດ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາແບບທາງໄກ ເພື່ອສະ ເຫລີມສະຫລອງຄົບຮອບ 20 ປີ ຂອງຖະ ແຫຼງການ ວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້.

ກອງປະຊຸມສໍາມະນາດັ່ງກ່າວ ເປັນເຈົ້າພາບຈັດໂດຍ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາຄັ້ງນີ້ມີບັນດາອະດີດຮອງນາຍົກລັດຖະມົນຕີ ແລະ ອະດີດລັດຖະມົນຕີຕ່າງປະເທດຂອງບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ທີ່ໄດ້ຮ່ວມລົງນາມໃນຖະແຫຼງການ ດີໂອຊີ ໃນປີ 2002 ທີ່ພະນົມເປັນ, ປະເທດກໍາປູເຈຍ. ພ້ອມນີ້, ກໍມີບັນດາເຈົ້າໜ້າທີ່ອາວຸໂສ, ບັນດານັກຄົ້ນຄວ້າ ແລະ ຊ່ຽວ ຊານຈາກປະເທດສະມາຊິກອາຊຽນ ແລະ ສປ ຈີນ ເຂົ້າຮ່ວມ. ໃຫ້ກຽດກ່າວເປີດກອງປະຊຸມສໍາມະນາຄັ້ງນີ້ໂດຍທ່ານ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະ ມົນຕີຕ່າງປະເທດ ແຫ່ງ ສປ ຈີນ ແລະ ຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ຈໍານວນຫນຶ່ງ.

ໃນກອງປະຊຸມສໍາມະນາຄັ້ງນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ, ອາດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ໃນນາມຜູ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ຮ່ວມລົງນາມໃນຖະແຫຼງການດີໂອຊີ ໄດ້ກ່າວຄໍາເຫັນໃນຫົວຂໍ້: “ຄວາມຊົງຈໍາເຫດການປະຫວັດ ສາດຂອງການລົງນາມຖະແຫຼງການ ດີໂອຊີ ແລະ ທິດທາງໃນຕໍ່ໜ້າ”, ຊຶ່ງໄດ້ຕີລາຄາວ່າ ການລົງນາມໃນຖະແຫຼງການ ດີໂອຊີ ໃນປີ 2002 ໄດ້ເປັນເຫດການປະຫວັດ ສາດທີ່ມີຄວາມໝາຍຄວາມສໍາຄັນ ເພາະເປັນການຮັບຮອງເອົາເອກະສານທີ່ກໍານົດຄວາມໝາຍໝັ້ນຮ່ວມກັນຂອງປະເທດສະມາຊິກອາຊຽນ ແລະ ສປ ຈີນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ການຮ່ວມມືໃນທະເລຈີນໃຕ້.

ຕະຫລອດໄລຍະ 20 ປີຜ່ານມາ ການຈັດຕັ້ງປະຕິບັດ ດີໂອຊີ ໄດ້ມີຄວາມຄືບໜ້າດີ, ມີຫລາຍກິດຈະກໍາໄດ້ຮັບການຈັດຕັ້ງປະຕິບັດ ທັງຢູ່ໃນບັນດາປະເທດສະມາຊິກອາຊຽນ ກໍຄືຢູ່ ສປ ຈີນ. ປັດຈຸບັນ, ບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ກໍາລັງສືບຕໍ່ການເຈລະຈາກົດແຫ່ງການປະພຶດ ໃນທະເລຈີນໃຕ້ ຊຶ່ງໄດ້ມີຄວາມຄືບໜ້າເລື້ອຍໆມາ. ພ້ອມນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມືອາຊຽນ-ຈີນ ທີ່ເຫັນວ່າຕະຫຼອດໄລຍະ 30 ປີທີ່ຜ່ານມາ ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ແລະ ໄດ້ຮັບການຍົກລະດັບເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນທ້າຍປີ 2021.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version