Home ສຶກສາ ສົ່ງເສີມວຽກງານການສຶກສາຮຽນຮ່ວມ ຜ່ານຟີມເອກະສານອັນໃໝ່ ພາຍໃຕ້ຫົວຂໍ້ “ຄູຕົວແບບ”

ສົ່ງເສີມວຽກງານການສຶກສາຮຽນຮ່ວມ ຜ່ານຟີມເອກະສານອັນໃໝ່ ພາຍໃຕ້ຫົວຂໍ້ “ຄູຕົວແບບ”

0

ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະ ບານອົດສະຕຣາລີ ໄດ້ສົ່ງເສີມວຽກງານດ້ານການສຶກສາຮຽນຮ່ວມ ຜ່ານຟີມເອກະສານອັນ ໃໝ່ ພາຍໃຕ້ຫົວຂໍ້ “ຄູຕົວແບບ” ເຊິ່ງເອກະສານຕອນທີສອງກ່ຽວກັບຄູຕົວແບບ, ທີມງານນັກຂ່າວໂທລະພາບ ແລະ ໜັງສືພິມ ຈາກສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາຂອງກະຊວງ ສສກ ໄດ້ເດີນທາງໄປແຂວງຊຽງຂວາງ ເພື່ອບັນທຶກເລື່ອງລາວທີ່ສ້າງແຮງບັນດານໃຈຂອງຄູສອນ ຢູ່ໃນໂຮງຮຽນຂອງລັດຜູ້ທີ່ມີຄວາມຮູ້ວຽກງານດ້ານການສຶກສາຮຽນຮ່ວມດີ. ໂຄງການນີ້ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ.

ຈຸດປະສົງຂອງການສ້າງຟິມເອກະສານຕອນທີສອງຄັ້ງນີ້, ເພື່ອສ້າງແຮງບັນດານໃຈ ແລະ ກະຕຸກຊຸກຍູ້ຄູສອນໃນທົ່ວປະເທດ ເພື່ອໃຫ້ສາມາດແຕ່ງບົດສອນໃນແບບທີ່ເນັ້ນໃຫ້ນັກຮຽນໝົດທຸກຄົນ ໄດ້ມີສ່ວນຮ່ວມ ໂດຍບໍ່ຈຳແນກຂີດຄວາມສາມາດ ຫລື ຊົນເຜົ່າ. ປັດຈຸບັນ, ຟີມເອກະສານຕ່າງໆແມ່ນມີຢູ່ໃນຊ່ອງຢູທູບ ວິດີໂອ ສຳລັບການພັດທະນາຄູ ແລະ ອອກອາກາດທາງໂທລະພາບສຶກສາທິການ ແລະ ກິລາ ໂດຍອີງໃສ່ຄຳໝັ້ນສັນຍາຂອງກະຊວງ ສສກ ແລະ ຂອງລັດຖະບານອົດສະຕຣາລີ ໃນການສົ່ງເສີມການສຶກສາຮຽນຮ່ວມ ສຳລັບທຸກຄົນ ເຊິ່ງວິດີໂອດັ່ງກ່າວ ແມ່ນຈະມີພາສາມືແນະນຳໄປພ້ອມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version