Home ຂ່າວພາຍໃນ ແຂວງຫຼວງພະບາງ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ

ແຂວງຫຼວງພະບາງ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ

0

ອົງການປົກຄອງແຂວງຫຼວງພະບາງ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຂຶ້ນໃນວັນທີ 20 ກໍລະກົດນີ້ ທີ່ ຫ້ອງປະຊຸມໃຫຍ່ ແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄໍາຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ, ສະຫາຍ ຫງວຽນ ຮື້ວ ດົງ ກຳມະການສູນກາງພັກ ເລຂາພັກແຂວງ ຫົົວໜ້າຄະນະສະມາຊິກສະພາແຫ່ງຊາດ ແຂວງເຊີນລາ ແຫ່ງ ສສ ຫວຽດນາມ, ມີບັນດາອະດີດພະນັກງານການນຳຂອງແຂວງຫຼວງພະບາງ, ຄະນະປະຈໍາພັກແຂວງ,ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການຂອງແຂວງຫຼວງພະບາງ ແລະ ແຂກຮັບເຊີນ 5 ແຂວງ ຂອງ ສສ ຫວຽດນາມ ຄື: ແຂວງເຊີນລາ, ແຂວງດຽນບຽນ, ແຂວງລາຍເຈົ່າ, ແຂວງກວາງນິງ ແລະ ແຂວງທ້າຍຫງວຽນ ມີການນຳບັນດາແຂວງພາກເໜືອຂອງ ສປປ ລາວ, ຕະຫຼອດຮອດ ພະນັກງານ, ທະຫານ, ຕຳຫຼວດ, ຊາວໜຸ່ມ, ນັກຮຽນ-ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມ.

ພິທີໄດ້ເລີ່ມຕົ້ນ ດ້ວຍການສະແດງສິລະປະວັນນະຄະດີ ໃນບົດຟ້ອນ ແລະ ບົດຮ້ອງເພງ ທີ່ສະ ແດງເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ໃນການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໂດຍໄດ້ຖ່າຍທອດຜ່ານບັນດາບົດເພງ ແລະ ບົດຟ້ອນມິດຕະພາບ ລາວ-ຫວຽດນາມ ຢ່າງເບີກບານມ່ວນຊື່ນ ແລະ ມີເນື້ອໃນ ທີ່ສ່ອງແສງໃຫ້ເຫັນປະຫວັດສາດ ເຖິງສາຍໃຍແຫ່ງຄວາມຜູກພັນ ຄວາມສາມັກຄີມິດຕະພາບອັນຍິ່ງໃຫຍ່ທີ່ບໍ່ສາມາດຕັດຂາດຈາກກັນໄດ້.

ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ຄໍາຂັນ ຈັນທະວີສຸກ ກໍໄດ້ຕາງໜ້າໃຫ້ການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຫຼວງພະບາງ ຂຶ້ນກ່າວບົດປາໄສ ຊຶ່ງມີເນື້ອໃນບາງຕອນສໍາຄັນດັ່ງນີ້: ການສະເຫຼີມສະຫຼອງ  ປີສາມັກຄີມິດຕະພາບລາວ-ຫວຽດນາມ-ລາວ  ໃນມື້ນີ້ ຊຶ່ງເປັນໂອກາດໃຫ້ພວກເຮົາໄດ້ຫວນຄືນມູນເຊື້ອສໍາພັນສູ້ຮົບ, ການສະໜັບສະໜູນຢ່າງໝົດຈິດ, ໝົດໃຈ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດພວກເຮົາ. ເວົ້າສະເພາະລະຫວ່າງບັນດາແຂວງພາກເໜືອລາວ ກັບບັນດາແຂວງ-ນະຄອນຂອງຫວຽດນາມ ໃນໄລຍະຜ່ານມາ, ດັ່ງຄໍາເຫັນຊີ້ນໍາຂອງປະທານ ໂຮ່ຈິມິນ ຕໍ່ພະນັກງານ-ນັກຮົບອາສາສະໝັກຫວຽດນາມເຂົ້າມາຊ່ວຍເຫຼືອການປະຕິວັດລາວ ທີ່ວ່າ: ຊ່ວຍເພື່ອນ ແມ່ນຊ່ວຍຕົນເອງ,  ໃນພິທີອັນມີຄວາມໝາຍສໍາຄັນນີ້, ພວກເຮົາຍິ່ງຮູ້ສຶກອາໄລຮັກ ແລະ ຄິດຮອດ, ຄິດເຖິງ, ຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ເຄົາລົບຮັກ ຜູ້ທີ່ໃຫ້ກໍາເນີດ, ກໍ່ຕັ້ງຖະນຸຖະໜອມ, ເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ໄດ້ຮັບການເອົາໃຈໃສ່, ສືບຕໍ່ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມ ຈາກຜູ້ນໍາຫຼາຍຮຸ່ນຄົນຕໍ່ມາຈົນກາຍເປັນມໍລະດົກອັນລໍ້າຄ່າຂອງສອງປະເທດ, ພວກເຮົາຮຸ່ນສືບທອດຮູ້ສຶກພາກພູມໃຈທີ່ເຫັນວ່າມູນມໍລະດົກອັນລໍ້າຄ່າທີ່ຫາຍາກພວກເພິ່ນປະໄວ້ໃຫ້ພວກເຮົານັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມ, ຍືນຍົງ, ໝັ້ນຄົງຕະຫຼອດມາ, ສະເໝີຕົ້ນສະເໝີປາຍ, ບໍລິສຸດຜຸດຜ່ອງ, ເປັນແບບຢ່າງທີ່ຫາຍາກ.

ໃນໂອກາດດຽວກັນນີ້, ສະຫາຍ ນາງ ກຽວທິຮັງຟຸກ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ປະຈໍາແຂວງຫຼວງພະບາງ ກໍໄດ້ຕາງໜ້າໃຫ້ການນຳພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຂຶ້ນກ່າວບົດປາໄສ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ – ສສ ຫວຽດນາມ ຄື: ແຂວງຫຼວງພະບາງ ກັບ ບັນດາແຂວງ ສສ ຫວຽດນາມ “ສາຍພົວພັນພິເສດຫວຽດນາມ-ລາວ, ຄວາມສາມັກຄີສູ້ຮົບ ແລະ ມິດຕະພາບບໍ່ມີຫຍັງສາມາດເຮັດໃຫ້ສາຍພົວພັນລະຫວ່າງປະຊາຊົນຫວຽດນາມ-ລາວ ປ່ຽນແປງໄປໄດ້, ຖານສະຫາຍອັນຍິ່ງໃຫຍ່ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ໄດ້ຝຶກຝົນຫຼໍ່ຫຼອມເປັນຫຼາຍສິບປີຮ່ວມສຸກຮ່ວມທຸກນຳກັນ, ພ້ອມກັນສູ້ຮົບ, ພ້ອມກັນຊະນະສັດຕູຜູ້ຮຸກຮານ, ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນຮຸ່ງເຮືອງ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ສະແດງຄວາມປິຕິຊົມຊື່ນ ແລະ ດີອົກດີໃຈຕໍ່ບັນດາຜົນສຳເລັດຢ່າງໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ທີ່ພັກ-ລັດ ແລະ ປະຊາຊົນລາວອ້າຍນ້ອງ ສາມາດຍາດໄດ້ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່ ແລະ ບັນດາຜົນສຳເລັດອັນສຳຄັນໃນການປະຕິບັດກອງປະຊຸມໃຫຍ່ ຄັ້ງທີ XI. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ການບໍລິຫານຂອງລັດຖະບານ, ການຕິດຕາມຂອງສະພາແຫ່ງຊາດ, ເສີມຂະຫຍາຍບັນດາຜົນສຳເລັດ ແລະ ບົດຮຽນອັນປະເສີດ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ປະຊາຊົນລາວ ຈະປະຕິບັດຢ່າງມີໄຊ ພິທີໂຮມຊຸມນຸມໃນຄັ້ງນີ້ ໄດ້ມີຂຶ້ນພາຍໃຕ້ບັນຍາກາດທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມຮ່ວມກັນຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ແລະ ໄດ້ດຳເນີນໄປດ້ວຍບັນຍາກາດອັນຄຶກຄື້ນມ່ວນຊື່ນ, ມີຄວາມໝາຍສໍາຄັນປະຫວັດສາດ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.

(ຂ່າວ: ເພັດສາຄອນ ສິມມະວົງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version