Home ຂ່າວພາຍໃນ ແຂວງວຽງຈັນ ພວມເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ພາຍໃນແຂວງຢ່າງຕັ້ງໜ້າ

ແຂວງວຽງຈັນ ພວມເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ພາຍໃນແຂວງຢ່າງຕັ້ງໜ້າ

0

ກອງບັນຊາການປ້ອງກັນຄວາມສະຫງົບແຂວງວຽງຈັນ ພວມເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ພາຍໃນແຂວງຢ່າງຕັ້ງໜ້າ ທີ່ມີຜົນສໍາເລັດຫລາຍດ້ານ ແຕ່ຍັງພົບຂໍ້ຫຍຸ້ງຍາກແລະສິ່ງທ້າທາຍບາງດ້ານຕໍໍ່ການຈັດຕັ້ງວາລະແຫ່ງຊາດໂດຍສະເພາະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ພັນໂທ ຄຳຟອງ ວົງດາລາແສນ ຮອງຫົວຫນ້າກອງບັນຊາການປ້ອງກັັນຄວາມສະຫງົບແຂວງວຽງຈັນໃຫ້ສຳພາດວ່າ: ນັບແຕ່ກາງເດືອນຕຸລາ 2021 ຫາເດືອນເມສາປີນີ້ ກອງບັນຊາການ ປກສ ແຂວງ ໄດ້ເຄື່ອນໄຫວວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ໜຶ່ງໃນນັ້ນໄດ້ກຳນົດວາລະແຫ່ງຊາດທີ່ລັດຖະບານວາງອອກເປັນໜ້າທີ່ຂອງຕົນ ຜ່ານການເຄື່ອນໄຫວວຽກງານຜ່ານມາ ເຫັນວ່າປະຈຸບັນສັງຄົມມີຄວາມເຂົ້າໃຈແລະປະຊາຊົນໄດ້ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານການຈັດຕັ້ງປະຕິບັດມີຄວາມສະດວກຂຶ້ນຫລາຍ, ຍ້ອນວ່າ ທາງກອງບັນຊາການປ້ອງກັນຄວາມສະຫງົບປແຂວງ ໄດ້ແບ່ງໜ້າທີ່ຮັບຜິດຊອບ ແລະລົງເຄື່ອນໄຫວທ້ອງຖິ່ນຕ່າງໆຕາມຮັບຜິດຊອບຂອງຕົນ, ມາຮອດປະຈຸບັນສາມາດເຜີຍແຜ່ນິຕິກໍາຕ່າງໆໃຫ້ປະຊາຊົນໄດ້ 222ບ້ານໃນຈໍານວນ 224ບ້ານໃນທົ່ວແຂວງເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ນັບແຕ່ເດືອນຕຸລາ 2021 ມາຮອດເດືອນ ມິນາ 2022 ສາມາດແກ້ໄຂເປົ້າໝາຍ ແລະຍືຶດຂອງກາງໄດ້ຈໍານວນຫລວງຫລາຍ ເປັນຕົ້ນຍືດຢາບ້າ 3ລ້ານກວ່າເມັດ, ລົດໃຫ່ຍ13ຄັນ, ລົດຈັກແລະອື່ນໆຈໍານວນຫລວງຫລາຍ.

ພັນໂທ ຄຳຟອງ ວົງດາລາແສນ ຮອງຫົວຫນ້າກອງບັນຊາການປ້ອງກັັນຄວາມສະຫງົບແຂວງວຽງຈັນໃຫ້ຮູ້ອີກວ່າ: ໄປຄຽງຄູ່ກັບການປະຕິບັດວຽກງານທີ່ຜົນດີຫລາຍດ້ານນັ້ນ ແຕ່ກໍຍັງມີບາງດ້ານຍັງພົບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ ເປັນຕົ້ນ ດ້ານງົບປະມານໃນການເຄື່ອນໄຫວຈັດຕັ້ງປະຕິບັດຍັງຈຳກັດ, ປະຊາຊົນຈຳນວນຫນຶ່ງຍັງບໍ່ທັນເຂົ້າໃຈ ແລະບໍ່ປະກອບສ່ວນເຂົ້າໃນວຽກງານນີ້ເທົ່າທີ່ຄວນ ສ່ວນໃຫຍ່ແມ່ນປະຊາຊົນທີ່ຢູ່ເຂດຫ່າງໄກສອກຫລີກຍັງຖືເບົາ ເຊິ່ງເປັນບັນຫາຫນຶ່ງທີ່ເປັນສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ.

ນອກນີ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງແລະອົງການປົກຄອງແຂວງພວມສືບຕໍ່ແກ້ໄຂບັນຫາການຈັດສັນພື້ນຖານໂຄງລ່າງເພື່ອບໍາບັດຜູ້ຖືກເຄາະຮ້າຍ ໂດຍສະເພາະສູນບໍາບັດຄົນຕິດຢາເສບຕິດທີ່ມີຄວາມຫຍຸ້ງຍາກເນື່ອງຈາກສະຖານທີ່ຮອງຮັບບໍ່ພຽງພໍ ເຊິ່ງປະຈຸບັນ ແຂວງໄດ້ກຽມສະຖານທີ່ເພື່ອບຳບັດຜູ້ຕິດຢາເສບຕິດຢູ່ເຂດຫ້ວຍເດື່ອ ເມືອງໂພນໂຮງ ໃຫ້ເປັນ ສູນບໍາບັດຜູ້ຕິດຢາເສບຕິດຂອງແຂວງ ຄາດວ່າຮອດທ້າຍປີ 2023 ຈະໄດ້ສະຫລຸບການຈັດຕັ້ງປະຕິບັດວຽກງານນີ້ຢ່າງຮອບດ້ານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version