Home ຂ່າວຕ່າງປະເທດ ເປີດປ້າຍສູນຈໍລະຈອນສິນຄ້ານຳເຂົ້າ-ສົ່ງອອກ ລາວ-ຈີນ ທີ່ນະຄອນຈຸ່ງກິ່ງ ປະເທດຈີນ

ເປີດປ້າຍສູນຈໍລະຈອນສິນຄ້ານຳເຂົ້າ-ສົ່ງອອກ ລາວ-ຈີນ ທີ່ນະຄອນຈຸ່ງກິ່ງ ປະເທດຈີນ

0

ວິທະຍຸສາກົນ ແຫ່ງ ປເທດຈີນ (CRI) ໄດ້ລາຍງານໃຫ້ຮູ້ວ່າ: ຕອນບ່າຍວັນທີ 5 ກໍລະກົດ 2022 ນີ້, ພິທີເປີດປ້າຍສູນຈໍລະຈອນສິນຄ້ານຳເຂົ້າ ແລະສົ່ງອອກ ລາວ-ຈີນ ໄດ້ຈັດຂຶ້ນຢູ່ສູນຈໍລະຈອນສິນຄ້ານິວແລນດ໌-ຊີ ຄໍຣຣິດໍຣ ທີ່ນະຄອນຈຸ່ງກິ່ງ ປະເທດຈີນ.

ຕາມຂ່າວແຈ້ງວ່າ: ນະຄອນຈຸ່ງກິ່ງ ເປັນນະຄອນຊຸດທຳອິດຂອງຈີນ ທີ່ໄດ້ເປີດຖ້ຽວລົດໄຟສາກົນ ຈີນ-ລາວ, ເປີດຖ້ຽວລົດໄຟກັບຄືນປະເທດຈີນ ແລະມີຖ້ຽວລົດໄຟອອກເດີນທາງໃນທຸກໆອາທິດເປັນປົກກະຕິ.

ສູນຈໍລະຈອນສິນຄ້ານຳເຂົ້າ ແລະ ສົ່ງອອກ ລາວ-ຈີນ ດັ່ງກ່າວ ໄດ້ອີງໃສ່ສູນຈໍລະຈອນສິນຄ້ານິວແລນດ໌-ຊີ ຄໍຣຣິດໍຣ ທີ່ນະຄອນຈຸ່ງກິ່ງ, ສ້າງລະບົບການຈັດຊື້ ແລະຈຳໜ່າຍແບບລວມສູນ, ດຳເນີນການຮ່ວມມືແບບຄົບຕ່ອງໂສ້, ພັດທະນາ ການຂົນສົ່ງ, ການຄ້າ ແລະ ການຜະລິດ ແບບຄົບວົງຈອນ, ເປີດກວ້າງການໄປມາຫາສູ່ກັນດ້ານການຄ້າ ລະຫວ່າງ ລາວ-ຈີນ ໃນດ້ານພະລັງງານ, ແຮ່ທາດ, ກະສິກຳ ແລະ ອຸດສາຫະກໍາການຜະລິດ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ສອງຝ່າຍ, ສ້າງໂຄງປະກອບໃໝ່ແບບເປີດກວ້າງ ແລະ ຊ່ວຍຊູຍູ້ໜູນກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version