Home ຂ່າວພາຍໃນ ມອບ-ຮັບ ອາຄານອາເນກປະສົງໂຮງຮຽນ ມສ ມິດຕະພາບ ສາລະວັນ-ດານັງ ມູນຄ່າການກໍ່ສ້າງ 8ຕື້ດົ້ງ.

ມອບ-ຮັບ ອາຄານອາເນກປະສົງໂຮງຮຽນ ມສ ມິດຕະພາບ ສາລະວັນ-ດານັງ ມູນຄ່າການກໍ່ສ້າງ 8ຕື້ດົ້ງ.

0

ພິທີມອບ-ຮັບອາຄານອາເນກປະສົງ ຂອງໂຮງຮຽນ ມັດທະຍົມສົມບູນ ມິດຕະພາບຂອງແຂວງສາລະວັນ ສປປ ລາວ ແລະ ແຂວງດານັງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນ ວັນທີ 6 ກໍລະກົດ 2022 ນີ້ ທີ່ໂຮງຮຽນດັ່ງກ່າວ, ເຂົ້າຮ່ວມໂດຍ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງສາລະວັນ ທ່ານ ຫງວຽນ ວັນ ກ້ວາງ ກຳມະການສູນກາງພັກຄອມມູນິດຫວຽດນາມ, ເລຂາພັກນະຄອນດານັງ ແຫ່ງ ສສ ຫວຽດນາມພ້ອມດ້ວຍຄະນະນໍາທັງສອງແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ສີລິສັກ ຖະໜອມຮັກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງສາລະວັນ ໃນນາມຄະນະຮັບຜິດຊອບປະສານງານການກໍ່ສ້າງ ອາຄານອາເນກປະສົງ ໂຮງຮຽນມັດທະຍົມມິດຕະພາບ ສາລະວັນ-ດານັງ ໄດ້ລາຍງານວ່າ: ໂຄງການກໍ່ສ້າງ ອາຄານອະເນກປະສົງແຫ່ງນີ້ ໄດ້ຮັບການຊ່ວຍເຫຼືອຈາກນະຄອນດານັງ ສສ ຫວຽດນາມ ໂດຍແມ່ນບໍລິສັດກໍ່ສ້າງຕິດຕັ້ງ ແລະ ບໍລິການດາກວາງ ຈໍາກັດ ຈາກສາທາລະນະລັດ ສັງຄົມນິຍົມຫວຽດນາມ ເປັນຜຸ້ຮັບເໝົາກໍ່ສ້າງ ໃນມູນຄ່າ 8ຕື້ດົ້ງ (ສະກຸນເງິນຫວຽດນາມ)ຫລື ເທົ່າກັບເງິນກີບລາວ ປະມານ 6ຕື້ກວ່າກີບອາຄານດັ່ງກ່າວ ເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 30 ກໍລະກົດ 2021 ເປັນຕົ້ນມາ ຮອດຕົ້ນເດືອນ ມີນາ 2022 ໄດ້ສໍາເລັດຢ່າງຈົບງາມ.

ເປັນອາຄານຊັ້ນດຽວ ແບບຖາວອນ ຂະໜາດ 32,5 ແມັດ x 28,6 ແມັດ ປະກອບມີຫ້ອງໂຖງ 1 ຫ້ອງ, ຫ້ອງນ້ຳ 2 ຫ້ອງ, ຫ້ອງຄູຝຶກ 1 ຫ້ອງ, ຫ້ອງສາງ 1 ຫ້ອງ, ໂຄງສ້າງອາຄານເຮັດດ້ວຍເປຕົງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່ມຸງດ້ວຍສັງກະສີອາລູງຊິງ, ພ້ອມທັງສະໜອງເຟີນີເຈີ, ເຄື່ອງສຽງ ແລະ ເຄື່ອງຫຼີ້ນກິລາຄົບຊຸດ ຈຸດປະສົງກໍເພື່ອນໍາໃຊ້ເຂົ້າໃນການຝຶກຊ້ອມ ແລະ ແຂ່ງຂັນກິລາບາງປະເພດ ກະກຽມໃຫ້ແກ່ງານມະຫາກໍາກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນຮັບກຽດເປັນເຈົ້າພາບຄາດວ່າໃນປີ 2024 ທີ່ຈະມາເຖິງນີ້.

ຈາກນັ້ນ ໃນພິທີມອບ-ຮັບຄັ້ງນີ້ ທ່ານ ໂຮ້ງຈີມມິງ ຮອງຄະນະກໍາມະການປະຊາຊົນດານັງ ສສ ຫວຽດນາມ ກໍ່ໄດ້ເປັນກຽດຂື້ນກ່າວມອບ ແລະ ກ່າວຮັບໂດຍ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທຳ-ສັງຄົມ ພ້ອມດ້ວຍຄະນະນໍາທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ ແລະ ໄດ້ມີການຕັດແຖບຜ້າ, ປ່ອຍໝາກປຸ່ມເປົ້າ, ລັ່ນຄອງ ພ້ອມເຂົ້າຮ່ວມປູກຕົ້ນໄມ້ອ້ອມເດີ່ນອາຄານອະເນກປະສົງດັ່ງກ່າວຕື່ມອີກ.

ໂດຍ: ກິນດາວັນ ອ້ວນນາຄູ

#salavan#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version