Home ສາລະໜ້າຮູ້ ພະຍາດໄຂ້ເລືອດອອກ

ພະຍາດໄຂ້ເລືອດອອກ

0

ອາການຂອງໄຂ້ເລືອດອອກ:

  1. ໄຂ້ສູງ 39-40 ອົງສາ ປວດເມື່ອຍຕາມຕົນໂຕ ເຈັບຫົວປະມານ 4-5 ມື້.
  2. ຖ່າຍເປັນສີດຳ ຮາກ ມີເລືອດອອກຕາມຕົນໂຕ.
  3. ຕັບໃຫຍ່ ແລະ ເຈັບບໍລິເວນເບື້ອງຂວາ.
  4. ເລືອດໄຫຼຜິດປົກກະຕິ ຫຼື ຈະມີການຊ໊ອກໃນເວລາມີອາການຊ່ວງໄຂ້ ມື ແລະ ຕີນເຢັນ ຄວາມດັນຕໍ່າ ຮອບປາກຂຽວ ກຳມະຈອນເຕັ້ນໄວ.

ວິທີຮັກສາ:

  1. ກິນຢາຫຼຸດໄຂ້ ເຊັ່ນ: ປາລາຊາເຕໂມ.
  2. ດື່ມນໍ້າຫຼາຍໆ.
  3. ຕິດຕາມອາການຢ່າງໃກ້ຊິດ ຖ້າຄົນເຈັບມີອາການກະວົນກະວາຍ ຕີນ ແລະ ມືເຢັນ ປວດຮາກ ຮາກ ໃຈສັ່ນ ໜ້າມືດ ໃຫ້ຟ້າວໄປພົບແພດດ່ວນ.
  4. ກວດເລືອດ ໃສ່ນໍ້າທະເລ.

ການປ້ອງກັນ:

  1. ຮັກສາສີ່ງແວດລ້ອມ ເພື່ອບໍ່ໃຫ້ມີແຫຼ່ງເພາະພັນຍຸງລາຍ ເຊັ່ນ: ບໍລິເວນເຮືອນທີ່ມີນໍ້າຂັງ ບ່ອນນໍ້າບໍ່ໄຫຼ ໄຫ ໂຖດອກໄມ້ຕ່າງໆ…
  2. ການປ້ອງກັນ ເຊັ່ນ: ໃສ່ເສື້ອແຂນຍາວ ໂສ້ງຂາຍາວ ໃຊ້ຢາຂ້າຍຸງ ແລະ ຢາກັນຍຸງ.
  3. ໃຊ້ສານເຄມີຄວບຄຸມ ໃຊ້ຊາຍອະເບດ ໃຊ້ຢາຂ້າໜອນນໍ້າ ໃຊ້ສານເຄມີພົ່ນຕາມເຮືອນເພື່ອຂ້າຍຸງລາຍ ແລະ ໃນບ່ອນທີ່ເປັນແຫຼ່ງເພາະພັນຍຸງລາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version