Home ຂ່າວພາຍໃນ ເລີ່ມເກັບກຳຂໍ້ມູນ-ອອກແບບໂຄງການສວນອຸທິຍານ ຫໍພິພິທະພັນແຄນລາວ ໜອງຄຳແສນ

ເລີ່ມເກັບກຳຂໍ້ມູນ-ອອກແບບໂຄງການສວນອຸທິຍານ ຫໍພິພິທະພັນແຄນລາວ ໜອງຄຳແສນ

0

ສະມາຄົມສຽງແຄນລາວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດຕັ້ງພິທີ ບູຊາຄອບໄຂ່ວເຈົ້າທີ່ເຈົ້າຖານ, ເຈົ້າບວກ, ເຈົ້າໜອງຄຳແສນ ກ່ອນລົງມືສຳຫລວດເກັບກຳຂໍ້ມູນສ້າງແຜນແມ່ບົດ, ສຳຫລວດອອກແບບໂຄງການສວນອຸທິຍານຫໍພິພິທະພັນແຄນລາວ ໜອງຄຳແສນ, ເມືອງໜອງນາກ ອະນຸລັກຮັກສາທໍາມະຊາດ-ສິ່ງແວດລ້ອມ ແລະ ວັດທະນະທຳສຽງແຄນເຊື້ອຊາດລາວ ໃນວັນທີ 2 ກໍລະກົດ 2022 ຜ່ານມາ .

ທ່ານ ຄຳພັນ ເໝືອສິດທິດາ ປະທານສະມາຄົມສຽງແຄນລາວ ລາຍງານໃຫ້ຮູ້ວ່າ: ພາຍຫລັງສຳເລັດພິທີທີມງານວິຊາການ ຈະເລີ່ມລົງມືເກັບກໍາຂໍ້ມູນສ້າງແຜນແມ່ບົດ, ສຳຫລວດອອກແບບໂຄງການດັ່ງກ່າວ, ຄາດວ່າ ຈະໃຫ້ສຳເລັດພາຍໃນປີ 2022 ນີ້ ເຊິ່ງໂຄງການກໍ່ສ້າງ ສວນອຸທິຍານຫໍພິພິທະພັນແຄນລາວ ໜອງຄຳແສນ ເມືອງໜອງນາກ ອະນຸລັກຮັກສາທຳມະຊາດ-ສິ່ງແວດລ້ອມ ແລະ ວັດທະນະທຳສຽງແຄນເຊື້ອຊາດລາວ ກວມເນື້ອທີ່ທັງໝົດ 86 ເຮັກຕາ, 6.188 ຕາແມັດ, ຕັ້ງຢູ່ບ້ານສີຖານໃຕ້, ເມືອງຫາດຊາຍຟອງ ນະຄອນຫລວວງວຽງຈັນ, ຮູບແບບອາຄານ ເປັນແບບຊົງລາວ, ແຄນ ສູງ 132 ແມັດ, ປະກອບດ້ວຍລິບຂຶ້ນ-ລົງໃນຕົວແຄນສູ່ຈຸດຊົມວິວ ເພື່ອຊົມຕົວເມືອງ ແລະ ແມ່ນໍ້າຂອງໄຫລຜ່ານເມືອງຫາດຊາຍຟອງ, ສູງ 90 ແມັດ, ເທິງຫລັງຄາຫໍພິພິທະພັນແຄນລາວ ມີຕິບເຂົ້າໃຫຍ່ ສູງ 16 ແມັດ ຄູ່ກັບແຄນໃຫຍ່ ສູງ 132 ແມັດ ຢ່າງສົມສ່ວນ, ພາຍໃນອາຄານຈະຈັດສັນຢ່າງເປັນລະບົບ ໃຫ້ມີສະຖານທີ່ຫ້ອງໂຖງ, ຫ້ອງວາງສະແດງຜະລິດຕະພັນມໍລະດົກແຄນລາວ, ຫ້ອງການຄຸ້ມຄອງສວນອຸທິຍານ ພິພິທະພັນແຄນລາວ, ບ່ອນປະດິດສະຖານວາງສະແດງ ຜະລິດຕະພັນວັດຖຸບູຮານ ທີ່ທ້ອນໂຮມໄດ້ຈາກແຫ່ງຕ່າງໆທີ່ມີ ແລະ ບົ່ມຊ້ອນຢູ່ໃນດິນແດນປະຫວັດສາດແຫ່ງນີ້, ຈັດວາງສະແດງຜະລິດຕະພັນສິລະປະວັດທະນະທຳ ແລະ ເຄື່ອງດົນຕີພື້ນເມືອງຂອງປະຊາຊົນລາວບັນດາເຜົ່າ(50 ຊົນເຜົ່າ), ມີຫ້ອງຊົມການສະແດງສິລະປະວັດທະນະທຳລາວບັນດາເຜົ່າ, ຫ້ອງປະຊຸມສໍາມະນາ, ບ່ອນສາທິດການເຮັດແຄນ, ການຮຽນເຮັດແຄນ, ການຮຽນຂັບ-ລໍາ, ການຮຽນເປົ່າແຄນ, ຈັດເຂດເພື່ອຈໍາໜ່າຍຜະລິດຕະພັນສັນຍາລັກແຄນລາວ, ແຄນປະດັບເອ້, ຂອງຄໍ້າຂອງຄູນ, ຂອງຂວັນ, ຂອງທີ່ລະນຶກ, ຂອງຝາກຂອງຕ້ອນ ເພື່ອຕອບສະໜອງ, ຮອງຮັບນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມສປປລາວ.

ສ່ວນທາງນອກດ້ານໜ້າອາຄານ ຫໍພິພິທະພັນແຄນລາວ ໃຫ້ມີເດີ່ນທີ່ສາມາດໃຊ້ງານອະເນດປະສົງ ເພື່ອພິທີການຕ່າງໆ ເນື່ອງຈາກບໍລິເວນອ້ອມຮອບຫໍພິພິທະພັນແຄນລາວ ເປັນທົ່ງເປີດແປນ ໂດຍຈະປູກຕົ້ນໄມ້ທີ່ມີຄຸນຄ່າຂອງລາວ, ຕົ້ນໄມ້ໃຫ້ໝາກສຳລັບເປັນອາຫານນົກ ໃຫ້ກາຍເປັນດົງໄມ້ຍ່ອມທີ່ດົກໜາ ທີ່ປະກອບດ້ວຍຊີວະນາໆພັນທາງທໍາມະຊາດ ເພື່ອດຶງດູດເອົານົກຊະນິດຕ່າງໆມາບໍລິເວນນີ້ ໃຫ້ຄົນເບິ່ງ, ໄດ້ຊົມ, ສ້າງພະຍານາກໃຫຍ່ ເກົ້າສຽນ 2 ອົງ ຢູ່ໃນໜອງ ສອງຂ້າງຫໍພິພິທະພັນແຄນລາວ, ສ້າງຂົວທີ່ສວຍງາມ ກ່າຍຈາກວັດປ່າໂພນທອງໜອງຄຳແສນ ສູ່ດອນຫໍພິພິທະພັນແຄນລາວ, ກໍ່ສ້າງທາງເຂົ້າ-ອອກສວນອຸທິຍານ, ສ້າງເດີ່ນຈອດລົດນັກທ່ອງທ່ຽວ, ບ່ອນບໍລິການບັດທ່ຽວຊົມ, ສ້າງທາງເພື່ອໃຊ້ລົດໄຟຟ້າ ຂີ່ຊົມທຳມະຊາດອ້ອມຮອບໜອງ ແລະ ຂີ່ໄປຊົມຫໍພິພິທະພັນແຄນລາວ, ສ້າງປ້ອມຍາມ ຮັກສາຄວາມສະຫງົບ ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ສ້າງບັນດາກິດຈະກໍາ ຕາມຕໍານານໜອງຄໍາແສນດິນແດນສັກສິດ ເມືອງໜອງນາກ ມີ ເຮືອເງິນ, ເຮືອຄຳ, ກອງເງິນ, ກອງຄຳ, ຄ້ອງເງິນ, ຄ້ອງຄຳ, ຊັບສິນວັດຖຸທີ່ມີຄ່າ ທີ່ຖືກຈົມລົງພື້ນໜອງນໍ້າ ສະໄໝທີ່ປະເທດລາວຕົກເປັນເມືອງຂຶ້ນກັບຕ່າງຊາດໃນອະດີດ.

ພາຍຫລັງໂຄງການດັ່ງກ່າວ, ໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຕາມແຜນ ການ ຈະເປັນບ່ອນຮຽນຮູ້ ວຽກງານອະນຸລັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ, ຈະກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດ, ທຳມະຊາດ ຕາມທິດສີຂຽວ ແລະ ທ່ອງທ່ຽວວັດທະນະທຳລາວ ທີ່ບໍ່ໄກຈາກຕົວເມືອງ, ເປັນບ່ອນພັກຜ່ອນ, ເປັນແຫລ່ງທ່ອງທ່ຽວຮຽນຮູ້ ວິຖີການດໍາລົງຊີວິດຂອງປະຊາຊົນ ທີ່ຕິດພັນກັບປະຫວັດສາດ, ທຳມະຊາດ, ສິ່ງແວດລ້ອມທີ່ດີ, ວັດທະນະທໍາ ຕິດພັນກັບການກະສິກຳແບບມູນເຊື້ອ ແລະ ອື່ນໆ, ທັງຮັບປະກັນໃຫ້ ໜອງນໍ້າ ແລະ ບໍລິເວນອ້ອມຮອບ ໄດ້ຮັບການພັດທະນາໃຫ້ເປັນ ອ່າງເກັບນໍ້າສາມາດ ຮອງຮັບປະລິມານ ນໍ້າຝົນ ເຊື່ອມຕໍ່ກັບຄອງລະບາຍນໍ້າບຶງທາດຫລວງ, ເປັນບ່ອນລະບາຍນໍ້າເປື້ອນ ໃຫ້ເປັນນໍ້າສະອາດ, ເປັນອ່າງໂຕ່ງ ແລະ ອ່າງພັກນໍ້າ ທີ່ສາມາດເກັບກັກນ້ຳ ສຳລັບວຽກງານກະສິກຳໄດ້ຕະຫລອດປີ, ເປັນການປ້ອງກັນໄພພິບັດຈາກນໍ້າຖ້ວມ ແລະ ອະນຸລັກຮັກສາສະພາບແວດລ້ອມ ຊີວະນາໆພັນຢ່າງອຸດົມສົມບູນ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version