Home ຂ່າວໜ້າໜຶ່ງ ສະຖານທູດຈີນ ຈັດກິດຈະກໍາແຂ່ງຂັນວິດີໂອສັ້ນສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ

ສະຖານທູດຈີນ ຈັດກິດຈະກໍາແຂ່ງຂັນວິດີໂອສັ້ນສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ

0

ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 101 ປີ ໂດຍໄດ້ມອບລາງວັນການແຂ່ງຂັນວິດີໂອສັ້ນແກ່ຜູ້ຊະນະເລີດ ແລະ ວັນຕ່າງໆໃຫ້ແກ່ຜູ້ເຂົ້າແຂ່ງຂັນ ຂຶຶ້ນໃນວັນທີ 1 ກໍລະກົດ ຜ່ານ​ມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ຈ່ຽງຈ່າຍຕົ່ງ ເອກອັກຄະລັດຖະທູດຈີນ ປະຈໍາລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການແຂ່ງຂັນວິດີໂອສັ້ນຄັ້ງນີ້, ແມ່ນພາຍໃຕ້ຫົວຂໍ້ ປະຊາຊົນຈີນບຸກບືນສູ້ຊົນເພື່ອຄວາມຝັນພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ຊຶ່ງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ເປັນເຈົ້າພາບ ແລະ ຈັດໂດຍສູນວັດທະນະທໍາຈີນປະຈໍາລາວ ຊຶ່ງສະໜັບສະໜູນໂດຍພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດລາວ, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ.

ການແຂ່ງຂັນຄັ້ງນີ້, ແມ່ນ​ເປັນ​ການປະກອບສ່ວນທີ່ສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ກໍຄືການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ສຳລັບລາງວັນການແຂ່ງຂັນວິດີໂອສັ້ນຄັ້ງນີ້, ລວມມີ 14 ລາງວັນຄື: ລາງວັນພິເສດ 1 ລາງວັນ, ລາງວັນທີ 1 ມີສອງລາງວັນ, ລາງວັນທີ 2 ​ມີສາມລາງວັນ ແລະ ລາງວັນທີ 3 ​ມີແປດລາງວັນ. ສຳລັບຜູ້ໄດ້ຮັບລາງວັນທີ 1 ໄດ້ແກ່ນາງ ສີວິໄລ ອີ່ມໂສດາລີ ແລະ ທ້າວ ແກ້ວມະນີ ມະນີໄຊ ຈາກສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ, ລາງວັນ ທີ 2 ໄດ້ແກ່ ນາງ ດອກແກ້ວ ຈັນທະລາສີ ຈາກສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ, ນາງ ກ້າເລ່ຍຢາງ ໄຊທ່າວ ແລະ ນາງ ເຂັມອັກສອນ ພົມມະຈັນ ຈາກສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ.

ຂ່າວ: ບຸນ​ຕອມ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version