Home ຂ່າວຕ່າງປະເທດ ເຊກອງ ເປີດງານວາງສະແດງສິນຄ້າ ມິດຕະພາບລາວ-ຫວຽດນາມ

ເຊກອງ ເປີດງານວາງສະແດງສິນຄ້າ ມິດຕະພາບລາວ-ຫວຽດນາມ

0

ແຂວງເຊກອງຈັດພິທີເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ມິດຕະພາບລາວ-ຫວຽດນາມ ຂຶ້ນໃນວັນທີ 1 ກໍລະກົດ 2022 ທີ່ສູນການຄ້າແຂວງເຊກອງ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ວໍ ຊວນ ກາ ຄະນະປະຈໍາພັກແຂວງ ປະທານແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງນາມ, ມີ​ການ​ນຳ​ແຂວງ​ອັດ​ຕະ​ປື, ສາ​ລະ​ວັນ, ຈຳ​ປາ​ສັກ, ຕາງໜ້າການນໍາແຂວງກວາງນາມ, ເທື່ອທຽນເຫວ້, ກອນຕູມ, ນະຄອນດານັງ ສສ ຫວຽດນາມ, ເຂົ້າຮ່ວມ.

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ຫົວໜ້າຈັດງານວາງສະແດງສິນຄ້າໄດ້ກ່າວວ່າ: ການຈັດງານວາງສະແດງສິນຄ້າມິດຕະພາບ ລາວ-ຫວຽດນາມ ທີ່ແຂວງເຊກອງໃນຄັ້ງນີ້, ເປັນເຫດການທີ່ມີຄວາມໝາຍສໍາຄັນຍິ່ງ ຊຶ່ງໄດ້ເປັນການປະກອບສ່ວນສ້າງ ຂະບວນການໃຫ້ແກ່ການຈັດຕັ້ງປະຕິບັດການສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022″ ຄື: ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ໃຫ້ມີບັນຍາກາດຟົດຟື້ນ, ພ້ອມດຽວກັນນີ້ ກໍເປັນການເລັ່ງໃສ່ຍົກສູງກຳລັງແຮງພັດທະນາແຂວງເຊກອງ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຮັບປະກັນການຜະລິດກະສິກຳສະອາດປອດສານພິດຕາມທິດສີຂຽວ ແລະ ຍືນຍົງ, ສົ່ງເສີມການລົງທຶນ, ພັດທະນາອຸດສາຫະກຳ, ການຄ້າ, ການທ່ອງທ່ຽວ ໃຫ້ໄດ້ຄຸນນະພາບຕິດພັນກັບການພັດທະນາສັງຄົມ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກຕອນໃຕ້.

ການຈັດງານໃນຄັ້ງນີ້ ຈຸດປະສົງຫຼັກ ກໍເພື່ອເປັນການເປີດກວ້າງ, ເປີດໂອກາດ ລວມທັງເປັນ ການຊຸກຍູ້, ສົ່ງເສີມ ແລະ ສະໜັບສະໜູນໃຫ້ຜູ້ຜະລິດ, ຜູ້ປະກອບການ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ໄດ້ມີການພົວພັນແລກປ່ຽນ ຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງ 4 ແຂວງພາກໃຕ້ ສປປ ລາວ ກັບ 4 ແຂວງພາກກາງ ສສ ຫວຽດນາມ ເວົ້າສະເພາະ, ເວົ້າລວມ ແມ່ນສອງຊາດ ລາວ-ຫວຽດນາມ ໃຫ້ຖືກຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ. ທັງນີ້ກໍເພື່ອເປັນການກະຕຸກຊຸກຍູ້, ສົ່ງເສີມສິນຄ້າພູມປັນຍາຂອງທ້ອງຖິ່ນ, ກຸ່ມຜູ້ຜະລິດ-ປຸງແຕ່ງ ຜະລິດຕະພັນ ແລະ ສິນຄ້າອຸປະໂພກ, ບໍລິໂພກທົ່ວໄປ, ພິເສດແມ່ນສິນຄ້າໂອດັອບ ຂອງແຂວງເຊກອງ ແລະ ບັນດາແຂວງໃກ້ຄຽງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ນຳສິນຄ້າຂອງຕົນມາວາງສະແດງ ແລະ ຈຳໜ່າຍອອກສູ່ສາຍຕາຂອງທົ່ວສັງຄົມອີກດ້ວຍ.

ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ບັນ​ດາ​ຜູ້​ປະ​ກອບ​ການ​ໄດ້​ນໍ​າສິນຄ້າມາວາງສະແດງ ຈຳ​ນວນ 104 ຫົວ​ໜ່ວຍ, ມີຫ້ອງວາງສະແດງ 90 ຫ້ອງ ລວມມູນຄ່າສິນຄ້າທີ່ມາວາງສະແດງທັງໝົດ 4,9 ຕື້ກວ່າກີບ, ໃນນີ້, ມູນຄ່າສິນຄ້າພາຍໃນປະເທດ 900 ລ້ານກວ່າກີບ ແລະ ມູນ​ຄ່າສິນຄ້ານຳເຂົ້າຈາກຕ່າງປະເທດ ເກືອບ 4 ຕື້ກີບ.

ຂ່າວ: ພຸດທະສອນ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version