Home ຂ່າວຕ່າງປະເທດ ການຂົນສົ່ງສິນຄ້າຜ່ານລົດໄຟ ຈີນ-ຫວຽດນາມ ເພີ່ມຂຶ້ນເກືອບ 20% ໃນ 6 ເດືອນຕົ້ນປີນີ້

ການຂົນສົ່ງສິນຄ້າຜ່ານລົດໄຟ ຈີນ-ຫວຽດນາມ ເພີ່ມຂຶ້ນເກືອບ 20% ໃນ 6 ເດືອນຕົ້ນປີນີ້

0

ກຸ່ມບໍລິສັດ ລົດໄຟ ໜານໜິງ ແຫ່ງ ສປ ຈີນ ເປີດເຜີຍວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້, ການຂົນສົ່ງສິນຄ້າຜ່ານລົດໄຟຈີນ-ຫວຽດນາມ ມີທັງໝົດ 173 ຄັ້ງ, ເພີ່ມຂຶ້ນ 19,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນ ໄດ້ຂົນສົ່ງຕູ້ສິນຄ້າທັງໝົດ 5.196 ຕູ້ ເພີ່ມຂຶ້ນ 26.3%. ສະ ຖານທີ່ເກັບມ້ຽນ ແລະ ແຈກຢາຍສິນຄ້າຂອງລົດໄຟບັນ ທຸກສິນຄ້າຈີນ-ຫວຽດນາມ ມີຫລາຍກວ່າ 20 ເມືອງໃນ ແລະ ນອກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີທີ່ຢູ່ທາງ ທິດໃຕ້ຂອງຈີນ ເຊີ່ງມີການຂົນສົ່ງສິນຄ້າຫຼາຍກວ່າ 240 ຊະນິດ.

ໝາກໄມ້ທີ່ໄປຈາກປະເທດໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຄວາມນິຍົມຫລາຍໃນຕະ ຫລາດຢູ່ຈີນ ແລະ ການຂົນສົ່ງດ້ວຍລົດໄຟຈີນ-ຫວຽດນາມ ນັບມື້ເພີ່ມຂຶ້ນ ເຊີ່ງສະຕິຖິໃນໄລຍະ 6 ເດືອນຕົ້ນປີນີ້ ໝາກໄມ້ທີ່ຖືກສົ່ງດ້ວຍລົດ ໄຟໄປໂດຍຜ່ານທ່າເຮືອ Pingxiang ມີຈໍານວນ 38.000 ໂຕນ, ເພີ່ມຂຶ້ນຫລາຍກວ່າ 164.95% ເມື່ອທຽບໃສ່ແຜນ ການປີທີ່ວາງໄວ້.

ທ່ານ Huang Shuwei ຜູ້ຈັດການບໍລິສັດແລກປ່ຽນ: ຫມາກໄມ້ຂ້າມແດນ ທີ່ຕັ້ງຢູ່ກວາງຊີ ກ່າວວ່າ: ບໍລິສັດເລືອກໃຊ້ລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມ ຫຼັງຈາກສັນຍາຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ (RCEP) ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2022 ເຊີງ ພະແນກ ທາງລົດໄຟ ໄດ້ສ້າງແຜນການຂົນສົ່ງທີ່ເຫມາະສົມ ແລະ ເວລາໃນການຊໍາລະຄ່າທໍານຽມໄວຂຶ້ນກວ່າເກົ່າ ເຮັດໃຫ້ມີຄວາມສະດວກແກ່ບໍລິສັດຂອງພວກເຮົາທີ່ຈະຂະຫຍາຍຂະຫນາດການນໍາເຂົ້າສິນຄ້າຂອງຕົນ”

Source: Xinhua

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version