Home ຂ່າວຕ່າງປະເທດ ທ່ານ ສີຈິ້ນຜິງ ເນັ້ນຕ້ອງຢຶດໝັ້ນນະໂຍບາຍ ປະເທດດຽວສອງລະບອບ

ທ່ານ ສີຈິ້ນຜິງ ເນັ້ນຕ້ອງຢຶດໝັ້ນນະໂຍບາຍ ປະເທດດຽວສອງລະບອບ

0

ວັນທີ 1 ກໍລະກົດ 2022, ພິທີສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຊາດຄົບຮອບ 25 ປີ ແລະ ພິທີສາບານຕົວຂຶ້ນຮັບຕຳແໜ່ງຂອງຄະນະອົງການປົກຄອງເຂດບໍລິຫານພິເສດຮົງກົງຊຸດທີ 6 ໄດ້ຈັດຂຶ້ນຢູ່ສູນປະຊຸມວາງສະແດງຮົງກົງຢ່າງຍິ່ງໃຫຍ່.

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສທີ່ສຳຄັນວ່າ: “ປະເທດດຽວສອງລະບອບ” ໄດ້ຜ່ານການກວດສອບຈາກພຶດຕິກຳຕົວຈິງ ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະເທດ ແລະ ຊົນຊາດ, ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງຮົງກົງ ແລະ ມາກາວ, ໄດ້ຮັບການສະໜັບສະໜູນຢ່າງສຸດຂີດຈາກປະຊາຊົນທົ່ວປະເທດ 1 ຕື້ 400 ລ້ານກວ່າຄົນ, ໄດ້ຮັບການອູ້ມຊູສະໜັບສະໜູນຈາກປະຊາຊົນຮົງກົງ ແລະ ມາກາວ ຢ່າງເປັນເອກະພາບກັນ, ທັງໄດ້ຮັບຄວາມເຫັນດີໂດຍທົ່ວໄປຈາກປະຊາຄົມໂລກ. ນະໂຍບາຍທີ່ດີຄືແນວນີ້, ບໍ່ມີເຫດຜົນໃດໆທີ່ຈະປ່ຽນແປງ, ຕ້ອງຢຶດໝັ້ນເປັນໄລຍະຍາວນານ.

ທ່ານ ສີຈິ້ນຜິງ ກ່າວວ່າ: ຫຼັງຈາກກັບຄືນສູ່ປະເທດຊາດແລ້ວ, ພີ່ນ້ອງຮ່ວມຊາດຮົງກົງ ໄດ້ເປັນເຈົ້າຂອງປະເທດຊາດ, ປະຕິບັດນະໂຍບາຍທີ່ຊາວຮົງກົງປົກຄອງຮົງກົງ, ປົກຄອງຕົນເອງໃນລະດັບສູງ, ຮົງກົງເລີ່ມມີປະຊາທິປະໄຕຢ່າງແທ້ຈິງ. ລະບອບປະຊາທິປະໄຕຂອງເຂດບໍລິຫານພິເສດຮົງກົງ ສອດຄ່ອງກັບທິດທາງ “ປະເທດດຽວສອງລະບອບ”, ມີຜົນດີຕໍ່ການປົກປັກຮັກສາສິດ ແລະ ຜົນປະໂຫຍດດ້ານປະຊາທິປະໄຕຂອງຊາວຮົງກົງ, ມີຜົນດີຕໍ່ການຮັກສາຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງຮົງກົງ ທີ່ມີອະນາຄົດທີ່ສະຫວ່າງສະໄຫວ.

ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຕ້ອງປະຕິບັດນະໂຍບາຍ “ຜູ້ຮັກຊາດປົກຄອງຮົງກົງ” ໃຫ້ເປັນຮູບປະທຳ.`

ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ລັດຖະບານກາງສະໜັບສະໜູນໃຫ້ຮົງກົງ ຮັກສາຖານະ ແລະ ທ່າແຮງພິເສດເປັນໄລຍະຍາວນານຢ່າງເຖິງຖອງ, ປັບປຸງຖານະທີ່ເປັນສູນກາງທາງດ້ານການເງິນສາກົນ, ການຂົນສົ່ງທາງທະເລ ແລະ ການຄ້າ, ປົກປັກຮັກສາສະພາບແວດລ້ອມການດຳເນີນທຸລະກິດທີ່ເສລີ, ເປີດກວ້າງແລະ ມີລະບຽບແບບແຜນ, ຮັກສາລະບຽບກົດໝາຍທົ່ວໄປ, ຂະຫຍາຍການພົວພັນກັບສາກົນທີ່ສະດວກ ແລະ ວ່ອງໄວ.

ທ່ານ ສີຈິ້ນຜິງ ກ່າວຕື່ມອີກວ່າ: 5 ປີຕໍ່ໜ້າ ແມ່ນໄລຍະສຳຄັນທີ່ຮົງກົງສ້າງສະພາບການໃໝ່ ເພື່ອບັນລຸການກ້າວກະໂດດໃໝ່. ດັ່ງນັ້ນ, ທ່ານ ສີຈິ້ນຜິງໄດ້ສະເໜີຄວາມຫວັງ 4 ຂໍ້ໃຫ້ກັບອົງການປົກຄອງຊຸດໃໝ່ຂອງເຂດບໍລິຫານພິເສດຮົງກົງ ດັ່ງນີ້: ສຸມໃສ່ຍົກລະດັບການປົກຄອງບໍລິຫານໃຫ້ສູງຂຶ້ນ, ເພີ່ມທະວີພະລັງແຮງຂັບເຄື່ອນການພັດທະນາຢ່າງບໍ່ຢຸດຢັ້ງ, ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ, ຮ່ວມກັນປົກປັກຮັກສາຄວາມປອງດອງກົງກຽວ ແລະ ສະຖຽນລະພາບ.

ຂ່າວ: ຊີອາໄອ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version