Home ຂ່າວຕ່າງປະເທດ ອາເມຣິກາ, ສ.ເກົາຫຼີ, ຍີ່ປຸ່ນ ຈັດຕັ້ງການພົບປະ 3 ຝ່າຍຄັ້ງທຳອິດໃນຮອບເກືອບ 5 ປີ

ອາເມຣິກາ, ສ.ເກົາຫຼີ, ຍີ່ປຸ່ນ ຈັດຕັ້ງການພົບປະ 3 ຝ່າຍຄັ້ງທຳອິດໃນຮອບເກືອບ 5 ປີ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້, ທ່ານ ໂຈໄບເດັ່ນ ປະທານາທິບໍດີ ອາເມຣິກາ ພ້ອມດ້ວຍຄູ່ຕຳແໜ່ງ ທ່ານ ຢູນ ຊອກ-ຢອນ (Yoon Suk – yeol) ສ.ເກົາຫຼີ ແລະ ທ່ານ ກິຊິດະ ຟູມິໂອະ ນາຍົກລັດຖະມົນຕີ ຍີ່ປຸ່ນ ຈັດການພົບປະເຈລະຈາ 3 ຝ່າຍຢູ່ ເມືອງມາດຣິດ, ແອັດສະປາຍ ຢູ່ນອກກອງປະຊຸມສຸດຍອດ NATO.

ຂ່າວລະບຸວ່າ: ການນຳ 3 ທ່ານໄດ້ເຫັນດີຈັດຕັ້ງວາລະປຶກສາຫາລືຢ່າງແໜ້ນແຟ້ນ ແລະ ຍົກສູງລະດັບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ 3 ປະເທດ. ບັນດາການນຳ ອາເມຣິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ເຫັນດີນຳກັນວ່າ: ການຮ່ວມມືຂອງ 3 ຝ່າຍ ສວມບົດບາດສຳຄັນຕໍ່ການຮັບມືກັບບັນຫາຂອງພາກພື້ນ ແລະ ທົ່ວໂລກໃນປັດຈຸບັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version