Home ຂ່າວໜ້າໜຶ່ງ 16 ປີ ແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວ ຂອງ ລັດວິສາຫະກິດ ໄຟຟ້າລາວ ສາຂາ ແຂວງອັດຕະປື

16 ປີ ແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວ ຂອງ ລັດວິສາຫະກິດ ໄຟຟ້າລາວ ສາຂາ ແຂວງອັດຕະປື

0

ພາຍຫຼັງປະເທດຊາດພວກເຮົາໄດ້ຮັບການປົດປ່ອຍ ໃນປີ 1975 ໂດຍສະເພາະແມ່ນພາຍຫຼັງທີ່ພັກເຮົາ ໄດ້ລິເລີ່ມນໍາພາການດໍາເນີນການປ່ຽນແແປງໃໝ່ນັບແຕ່ປີ 1986 ເປັນຕົ້ນມາ, ພັກເຮົາໄດ້ວາງແນວທາງ ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດ ກ້າວຂຶ້ນຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ. ໃນນີ້, ແຂວງອັດຕະປື ກໍເລີ່ມນໍາໃຊ້ໄຟຟ້າດ້ວຍຈັກປັ່ນໄຟ ທີ່ຂຶ້ນກັບພະແນກ ອຸດສາຫະກໍາ-ຫັດຖະກໍາ ແລະ ຫ້ອງວ່າການປົກຄອງແຂວງ ເປັນຜູ້ຄຸ້ມຄອງ ເພື່ອຮັບໃຊ້ເຂດສໍານັກງານອົງການທີ່ຈໍາເປັນ ແລະ ແບ່ງການຊົມໃຊ້ເປັນແຕ່ລະຄຸ້ມບ້ານໃຊ້ 4 ຊົ່ວໂມງຕໍ່ຄືນ ໂດຍເລີ່ມແຕ່ 18:00 ໂມງ – 21:00 ໂມງ. ໄລຍະຕໍ່ມາໄດ້ມອບໃຫ້ພະແນກອຸດສາຫະກໍາ-ຫັດຖະກໍາ ກໍຄື: ພະແນກພະລັງ ງານ ແລະ ບໍ່ແຮ່ ປັດຈຸບັນ ເປັນຜູ້ຄຸ້ມຄອງ ຈົນມາຮອດທ້າຍປີ 1999 ລັດວິສາຫະກິດໄຟຟ້າລາວ ຈຶ່ງໄດ້ສ້າງຕັ້ງສູນບໍລິການໄຟຟ້າທີ່ຂຶ້ນກັບສາຂາແຂວງຈໍາປາສັກ ແລະ ມາຮອດປີ 2022 ຫຼັງຈາກໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍເຫາະສໍາເລັດ, ລັດວິສາຫະກິດໄຟຟ້າລາວ ເຫັນໄດ້ຄວາມຈໍາເປັນຂອງແຂວງ ອັດຕະປື ເພື່ອການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ຂອງແຂວງ ຈຶ່ງໄດ້ຊອກຫາແຫຼ່ງທຶນ ພ້ອມທັງດໍາເນີນການກໍ່ສ້າງຕາຂ່າຍ 22 ກິໂລໂວນ, ຈາກເຂື່ອນໄຟຟ້າຫ້ວຍເຫາະ ເພື່ອລໍາລຽງພະລັງງານມາຮັບໃຊ້ 2 ຕົວເມືອງຄື: ເມືອງສາມັກຄີໄຊ ແລະ ເມືອງໄຊເສດຖາ ຈໍານວນ 60 ກິໂລເມັດ ໃນປີ 1998.

ປີ 2004-2005 ລັດວິສາຫະກິດໄຟຟ້າລາວ ໄດ້ລົງທຶນກໍ່ສ້າງສະຖານີ ແລະ ສາຍສົ່ງ 115 ກິໂລໂວນ, ຈາກສະຖານີ ບ້ານນາ ເມືອງປະທຸມພອນ ແຂວງຈໍາປາສັກ ຫາ ສະຖະນີສະເພົາທອງ ເມືອງ ສາມັກຄີໄຊ ແຂວງອັດຕະປື ເພື່ອສະໜອງໄຟຟ້າໃຫ້ທົ່ວແຂວງ, ມີລວງຍາວ 112,5 ກິໂລແມັດ ແລະ ພ້ອມຂະຫຍາຍຕາຂ່າຍໄຟຟ້າລົງສູ່ເຂດຊົນນະບົດຫ່າງໄກສອກຫຼີກຕື່ມອີກ. ມາຮອດວັນທີ 1 ມິຖຸນາ 2006 ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ຈຶ່ງໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ໄດ້ມີການມອບໂອນ ລະຫວ່າງໄຟຟ້າລາວ ສາຂາແຂວງອັດຕະປື ກັບ ກະຊວງອຸດສາຫະກໍາ-ຫັດຖະກໍາ ຊຶ່ງເອີ້ນວ່າ: (ກະຊວງພະລັງງານ ແລະ ບໍ່ແຮ່) ປັດຈຸບັນ, ມີສາຍຕັ້ງຂຶ້ນກັບລັດວິສາຫະກິດໄຟຟ້າລາວ (ສໍານັກງານໃຫຍ່) ແລະ ສາຍຂວາງຂຶ້ນກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໂດຍມີພາລະບົດບາດ ແລະ ໜ້າທີ່ໃນການຄຸ້ມຄອງບໍລິການ ເພື່ອສະໜອງໄຟຟ້າໃຫ້ມີຄວາມຮັບປະກັນໃຫ້ແກ່ສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າຊາວແຂວງອັດຕະປື.

ນັບແຕ່ນັ້ນມາ, ລັດຖະບານກໍຄື ອໍານາດການປົກຄອງຂັ້ນແຂວງ ກໍໄດ້ໃຫ້ຄວາມສໍາຄັນ ແລະ ມີນະໂຍບາຍໃນດ້ານການພັດທະນາ ແລະ ຂະຫຍາຍລະບົບຕາຂ່າຍໃຫ້ທົ່ວເຖິງ. ໃນປັດຈຸບັນນີ້, ໄຟຟ້າລາວ ສາຂາແຂວງອັດຕະປືພວກເຮົາ ແມ່ນໄດ້ລໍາລຽງໄຟຟ້າເພື່ອມາຮັບໃຊ້ ແຂວງອັດຕະປື ຊຶ່ງລວມມີ 5 ແຫຼ່ງຄື: ຈາກສະຖານີສະເພົາທອງ, ເຂື່ອນໄຟຟ້າຫ້ວຍເຫາະ, ເຂື່ອນໄຟຟ້າຫ້ວຍສະໝອງ, ລະບົບຕາຂ່າຍ ເມືອງປະທຸມພອນ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ຈາກ ສສ ຫວຽດນາມ ເພື່ອຮັບໃຊ້ເຂດບໍ່ຄໍາວັງຕັດ 15 ເມກາວັດ, ປະຊາຊົນໄດ້ຊົມໃຊ້ໄຟຟ້າທຸກຂົງເຂດຮອດປີ 2022 ເທົ່າກັບ 96%, ທຽບໃສ່ຫຼັງຄາເຮືອນ 5 ຕົວເມືອງ ແມ່ນໄດ້ 100% ແລະ ໃນ 141 ບ້ານ, ມີ 29.251 ຄົວເຮືອນ. ນອກຈາກນີ້, ຍັງໄດ້ປັບປຸງໂຄງຮ່າງການຈັດຕັ້ງຄືນໃໝ່ໃນປີ 2021 ເພື່ອສະດວກໃນການບໍລິການຄຸ້ມຄອງຢູ່ຂັ້ນແຂວງ ແລະ 5 ສູນບໍລິການໄຟຟ້າປະຈໍາໃນ 5 ຕົວເມືອງສໍາເລັດໂດຍພື້ນຖານ ແລະ ໄດ້ມອບພັນທະອາກອນໃນແຕ່ລະປີ ສະເລ່ຍ 10.890.979.313 ກີບຕໍ່ປີ.

ຕະຫຼອດໄລຍະເວລາ 16 ປີທີ່ຜ່ານມາ, ໄຟຟ້າລາວ ສາຂາແຂວງອັດຕະປື ບໍ່ພຽງແຕ່ເຮັດບົດບາດອັນສໍາຄັນໃນການຄຸ້ມຄອງການບໍລິການທີ່ມີຄວາມໝັ້ນຄົງເທົ່ານັ້ນ. ແຕ່ຫາກຍັງແມ່ນຜູ້ດໍາເນີນທຸລະກິດ, ຜູ້ໃຫ້ການສະໜອງການບໍລິການກະແສໄຟຟ້າເພື່ອການຊົມໃຊ້ຢູ່ພາຍໃນສັງຄົມທີ່ມີຄຸນນະພາບສູງ ຊຶ່ງມາຮອດປັດຈຸບັນນີ້, ໄຟຟ້າລາວສາມາດສະໜອງໄຟຟ້າ ຮັບໃຊ້ໄດ້ 100%, ນອກຈາກນີ້, ການຜະລິດກະແສໄຟຟ້າ ຢູ່ແຂວງອັດຕະປື ຍັງເຮັດບົດບາດເປັນຜູ້ສົ່ງອອກ ແລະ ກາຍເປັນຫົວໜ່ວຍທຸລະກິດພາກລັດທີ່ສໍາຄັນໃນການສ້າງລາຍຮັບງົບປະມານໃນຫຼາຍປີຜ່ານມາຈົນເຖິງປັດຈຸບັນ.

ໂດຍລວມແລ້ວ, ໃນ 16 ປີທີ່ຜ່ານມາ, ໄຟຟ້າລາວ ສາຂາແຂວງອັດຕະປື ໄດ້ມີຜົນງານຫຼວງຫຼາຍທີ່ສຸດ ຊຶ່ງຜົນງານທີ່ມີລັກສະນະເປັນພື້ນຖານກວ່າໝູ່ໃນຊຸມປີທີ່ຜ່ານມານັ້ນ ກໍແມ່ນໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກ, ແຜນຍຸດທະສາດກ່ຽວກັບການພັດທະນາວຽກງານພະລັງງານຂອງລັດຖະບານກໍຄືຂອງແຂວງດ້ວຍຄວາມຕັ້ງໜ້າ ແລະ ມີລະດັບການຂະຫຍາຍຕົວທີ່ແຂງແຮງ, ຕໍ່ເນື່ອງ ແລະ ໜັກແໜ້ນ, ໂດຍສະເພາະແມ່ນໃນຊຸມປີແຫ່ງການດໍາເນີນການພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່, ພາຍໃຕ້ການນໍາພາຂອງພັກ, ຂະ ແໜງອຸດສາຫະກໍາໄຟຟ້າ ແລະ ລັດວິສາຫະກິດໄຟຟ້າລາວ ໄດ້ເປັນຜູ້ເຮັດບົດບາດທີ່ສຳຄັນ ແລະ ມີລັກສະນະເປັນພື້ນຖານ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຂອງແຂວງອັດຕະປື.

ໄດ້ກາຍເປັນຂະແໜງເສດຖະກິດ ທີ່ເຮັດບົດບາດເປັນຜູ້ເປີດຊ່ອງທາງໃນລະບົບເສດຖະກິດແຫ່ງຊາດ, ເສດຖະກິດຂອງແຂວງ ເປັນເຄື່ອງມືທີ່ສໍາຄັນໃນການມ້າງເສດຖະກິດທຳມະຊາດ, ເຄິ່ງທໍາມະຊາດ ໄປສູ່ເປັນເສດຖະກິດຜະລິດເປັນສິນຄ້າ, ການຫັນປ່ຽນແບບວິທີການຜະລິດ, ການພັດທະນາຊົນນະບົດ, ວຽກງານ 3 ສ້າງ, ການປັບປຸງ, ຍົກລະດັບຊີວິດການເປັນຢູ່ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ.

ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ ກໍຍັງມີສິ່ງທ້າທາຍຫຼາຍດ້ານຕໍ່ກັບການດຳເນີນວຽກງານວິສາຫະກິດ ໂດຍສະເພາະໃນໄລຍະທີ່ສະພາບເສດຖະກິດ-ການເງິນ-ສັງຄົມ-ເຕັກໂນໂລຊີ ກຳລັງປ່ຽນແປງ ແລະ ເຕີບໂຕໄປຢ່າງໄວວາ, ພະນັກງານ-ກຳມະກອນ ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມເສຍສະຫຼະທາງດ້ານເຫື່ອແຮງ ແລະ ສະຕິປັນຍາເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາ ລັດວິສາຫະກິດ ໄຟຟ້າລາວ ໂດຍສະເພາະ ລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງອັດຕະປື ໃຫ້ກາຍເປັນຫົວໜ່ວຍວິສາຫະກິດທີ່ເຂັ້ມແຂງ ແລະ ເປັນກຳລັງຫຼັກຂອງແຂວງ ແລະ ຂອງຊາດ ແລະ ຖືສໍາຄັນວຽກງານກວດກາໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ສົ່ງເສີມສິ່ງທີ່ດີ, ຕັ້ງໜ້າຊົມເຊີຍຜູ້ດີເດັ່ນ, ເດັດດ່ຽວປະຕິບັດວິໃນຕໍ່ຜູ້ກະທໍາຜິດ ແລະ ເພີີ່ມທະວີຢ່າງຈິງຈັງຕໍ່ວຽກງານວິສະເພາະເຊັ່ນ: ສືບຕໍ່ການບໍາລຸງຮັກສາສ້ອມແປງລະບົບຕາຂ່າຍ 22 kv ຊຶ່ງປັດຈຸບັນ ຟຟລ ສາຂາແຂວງອັດຕະປື ມີລະບົບຕາຂ່າຍໄຟຟ້າຄື: ມີສະຖານີໄຟຟ້າ 115/22 kv ຈໍານວນ 1 ແຫ່ງ, ມີໝໍ້ແປງ 40 MVA ຈໍານວນ 2 ໜ່ວຍ, ລະບົບຕາຂ່າຍ 22 ກວ ລວມມີ 7 Feeder, ມີລວງຍາວຕາຂ່າຍແຮງກາງ 22 ກວ ແມ່ນ 1.076 km/ວົງຈອນ, ປ້ອມໝໍ້ແປງ 22/0,4 kv ມີ 579 ໜ່ວຍ, ໝໍ້ນັບໄຟທັງໝົດມີ 34.005 ໜ່ວຍ, ເອົາໃຈໃສ່ກວດກາ, ສ້ອມແປງໄຟຕົກ-ໄຟມອດ, ການຈົດໄຟ-ເກັບເງິນທວງໜີ້ສິນໃຫ້ໄດ້ດີ, ການຈົດເລກໝໍ້ນັບໄຟຖືກຕ້ອງຊັດເຈນຕາມຮອບວຽນ ຫຼີກລ່ຽງການຈົດເລກຜິດພາດ ແລະ ຄາດເດົາ. ພ້ອມດຽວກັນ ຍັງໃຫ້ສືບຕໍ່ເອົາໃຈໃສ່ວຽກງານວາງແຜນລະບົບ ແລະ ວຽກງານຄຸ້ມຄອງລະບົບ-ບໍລິການແມ່ນໃຫ້ດີທີ່ສຸດໂດຍສະເພາະແມ່ນການຄຸ້ມຄອງພະລັງງານຕົກເຮ່ຍໃຫ້ຢູ່ໃນເກນປົກກະຕິ.

ຂ່າວ-ພາບ: ເກດສະໜາ ແກ້ວສຸວັນນະແສງ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version