Home ຂ່າວການເມືອງ ການຊົດເຊີຍຜົນກະທົບຈາກທາງລົດໄຟ ລາວ-ຈີນ ທີ່ຍັງບໍ່ ທັນຖືກແກ້ໄຂຂາດຕົວ ເນື່ອງຈາກຫລາຍສາເຫດ

ການຊົດເຊີຍຜົນກະທົບຈາກທາງລົດໄຟ ລາວ-ຈີນ ທີ່ຍັງບໍ່ ທັນຖືກແກ້ໄຂຂາດຕົວ ເນື່ອງຈາກຫລາຍສາເຫດ

0

ໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍ ທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສສຊ ໃນຫລາຍບັນຫາ ໂດຍສະເພາະ ບັນຫາກ່ຽວກັບການແກ້ໄຂຊົດເຊີຍຜົນກະທົບຈາກທາງລົດໄຟລາວ-ຈີນ ໂດຍທ່ານ ໄດ້ຊີ້ແຈງວ່າ: ການແກ້ໄຂຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກທາງລົດໄຟລາວ-ຈີນ ແມ່ນບັນຫາທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ໃນນັ້ນ ມີ 2 ໜ້າວຽກ ຄື: ວຽກໄກ່ເກ່ຍ-ຊົດເຊີຍ ໃຫ້ຜູ້ຖືກຜົນກະທົບຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນໃນ 4 ແຂວງ ແລະ ນະຄອນຫລວງວຽງຈັນ ຕາມການສັງຮວມຮອດທ້າຍປີ 2021 ມີທັງໝົດ 6.333 ຄອບຄົວ/ຕອນ ເປັນມູນຄ່າ 1.716,09 ຕື້ກີບ, ໄດ້ຮັບການຊົດເຊີຍແລ້ວ 5.272 ຄອບ ຄົວ/ຕອນ ເປັນມູນຄ່າ 1.436,11 ຕື້ກີບ (ເທົ່າກັບ 83,68%) ແລະ ຍັງບໍ່ທັນໄດ້ຮັບການຊົດເຊີຍ 1.061 ຄອບຄົວ/ຕອນ ເປັນມູນຄ່າ279,98 ຕື້ກີບ (ເທົ່າກັບ 16,32%).

ສຳລັບ ຜູ້ທີ່ຖືກຜົນກະທົບທີ່ຍັງບໍ່ໄດ້ຮັບການຊົດເຊີຍນັ້ນ ເກີດຈາກ 3 ສາເຫດຫລັກ ຄື: ຜູ້ທີ່ຖືກຜົນກະທົບຈໍານວນໜຶ່ງ ຍັງບໍ່ທັນເຂົ້າໃຈ ແລະ ເປັນເອກະພາບ ກັບລາຄາຫົວໜ່ວຍຊົດເຊີຍ ທີ່ທາງອໍານາດການປົກຄອງທ້ອງຖິ່ນວາງອອກ (ສະພາປະຊາ ຊົນແຂວງ ແລະ ນະຄອນຫລວງວຽງຈັນວາງອອກ) ຕໍ່ກັບບັນຫານີ້ ກະຊວງ ຍທຂ ຈະໄດ້ສົມທົບກັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ ແລະ ຮັບຮູ້ຕໍ່ວິທີການປະເມີນ ຫລື ຄິດໄລ່ ພ້ອມທັງສຶກສາອົບຮົມໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກ ເຊິ່ງ ແນວທາງນະໂຍບາຍຂອງພັກ-ລັດ ແລະ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ; ລະບຽບການເບີກຈ່າຍຄ່າຊົດເຊີຍ ທີ່ມີຫລາຍຂັ້ນຕອນຫລາຍລາຍເຊັນ (7 ລາຍເຊັນ) ຕໍ່ກັບບັນຫາດັ່ງກ່າວ ກະຊວງ ຍທຂ ໄດ້ປັບປຸງລະບຽບການເບີກຈ່າຍໃຫ້ຫລຸດຂັ້ນຕອນລົງ (ຍັງເຫລືອ 5 ລາຍເຊັນ) ໂດຍໄດ້ອອກຂໍ້ຕົກລົງ ເລກທີ 11765/ຍທຂ, ລົງວັນທີ 25/5/2022; ຕໍ່ກັບທີ່ດິນ ທີ່ບໍ່ສາມາດພົວພັນຫາເຈົ້າຂອງ ໄດ້ມອບໃຫ້ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ຫລື ເຈົ້າຂອງທີ່ດິນບໍ່ມາພົວພັນນັ້ນ ແມ່ນສະເໜີອອກແຈ້ງການຫາ ແລະ ກໍານົດເວລາ ໃຫ້ມາພົວພັນ ກັບຄະນະໄກ່ເກ່ຍນະຄອນຫລວງວຽງຈັນ ພາຍໃນ 30 ວັນ, ຖ້າບໍ່ມີຜູ້ໃດມາພົວພັນ ໝາຍຄວາມວ່າດິນຕອນດັ່ງກ່າວ ແມ່ນເປັນຂອງລັດ.

ທ່ານ ວຽງສະຫວັດ ສີພັນດອນ ຍັງໄດ້ລາຍງານໃຫ້ຮູ້ວ່າ: ວຽກແກ້ໄຂຜົນກະທົບທີ່ເກີດຈາກການກໍ່ສ້າງທາງລົດໄຟລາວ-ຈີນ ເປັນຕົ້ນ ເສັ້ນທາງລົດໄຟຕັດຜ່ານທາງຫລວງແຫ່ງຊາດ, ທາງຫລວງທ້ອງຖິ່ນ, ທາງຊຸມຊົນ ແລະ ທາງເຂົ້າເຂດການຜະລິດ ມີຈຳນວນ 122 ຈຸດທີ່ກໍາລັງສືບຕໍ່ແກ້ໄຂ; ບັນຫາການຖິ້ມເສດວັດສະດຸດິນ, ຫີນຈາກການເຈາະອຸໂມງ ເຊິ່ງມີນໍ້າເກືອເຈືອປົນລົງໃສ່ຕອນດິນປະຊາຊົນ ເຮັດໃຫ້ບໍ່ສາມາດເຮັດກະສິກຳໄດ້ (ຢູ່ແຂວງຫລວງນໍ້າທາ), ລະບົບນໍ້າລິນທີ່ເປ່ເພ, ຈຸດຖິ້ມດິນທີ່ອຸດຕັນທໍ່ລະບາຍນໍ້າ, ຂີ້ເຫຍື້ອ-ຂີ້ປູນ ແລະ ສິ່ງເສດເຫລືອຕ່າງໆ ຢູ່ຈຸດຕັ້ງແຄ້ມ, ບັນຫາລະບົບຊົນລະປະທານໄດ້ຮັບຜົນກະທົບ, ນໍ້າຖ້ວມເນື້ອທີ່ການຜະລິດຂອງປະຊາຊົນ, ບັນຫານໍ້າແຫ້ງ ຈາກຜົນກະທົບການຂຸດເຈາະອຸໂມງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊຸກ ຍູ້ໃຫ້ບໍລິສັດລົດໄຟລາວ-ຈີນ ຮີບຮ້ອນແກ້ໄຂໂດຍໃຫ້ສ້າງແຜນວຽກລະອຽດ ພ້ອມທັງຄາດຄະເນເວລາສຳເລັດ ສະເໜີໃຫ້ສືບຕໍ່ຕິດຕາມ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version