Home ຂ່າວຕ່າງປະເທດ ສສ ຫວຽດນາມ-ອິນໂດເນເຊຍ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ

ສສ ຫວຽດນາມ-ອິນໂດເນເຊຍ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ວັນ​ທີ 22​ ທັນວາ​ນີ້, ທ່ານ ຫງວຽນ ຊວັນຟຸກ,ປະທານປະເທດ ສສ ຫວຽດນາມ ​ໄດ້​ພົບ​ປະ​ກັບ ທ່ານ ​ໂຈ​ໂກ ວີ​ໂດ​ໂດ, ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ​ໂດຍ​ທັງ​ສອງ​ຝ່າຍ ໄດ້ຕົກລົງ ເຫັນດີ ເປັນເອກະພາບກັນ ຕໍ່ທິດທາງໃຫຍ່ ເພື່ອສືບຕໍ່ຊຸກຍູ້ການພົວພັນ ໃນ​ໄລຍະ​ໃໝ່ ​ແລະ ຈະສືບຕໍ່ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນ ທຸກຂັ້ນ, ທຸກຊ່ອງທາງ; ຜັນຂະຫຍາຍກົນໄກຮ່ວມມືຢ່າງມີປະສິດທິຜົນ. ພ້ອມ​ທັງເພີ່ມທະວີການຮ່ວມມືໃນຂົງເຂດ ສຳຄັນຄື: ການປ້ອງກັນຊາດ, ການຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ; ສືບຕໍ່ເພີ່ມທະວີການປຶກສາ ຫາລື ແລະ ສົມທົບກັນ ຢ່າງແໜ້ນແຟ້ນ ຢູ່ເວທີປາໄສ ພາກພື້ນ ແລະ ສາກົນ. ນອກຈາກ​ນີ້ ຜູ້ນຳ​ທັງ​ສອງ​ຝ່າຍ ໄດ້​ເຂົ້າຮ່ວມ ເປັນສັກຂີພິຍານ ພິທີ ລົງນາມ ແລະ ແລກປ່ຽນ ເອກະສານຮ່ວມມື ບາງສະບັບ ລວມມີ: ບົດບັນ ທຶກ ຊ່ວຍຈຳ ວ່າດ້ວຍ ການຮ່ວມມື ດ້ານການປ້ອງກັນ, ຕ້ານການ ກໍ່ການ ຮ້າຍ; ບົດບັນທຶກ ຊ່ວຍຈຳ ວ່າດ້ວຍ ການຮ່ວມມື ດ້ານການປ້ອງກັນ, ຕ້ານ ການຊື້-ຂາຍ, ຂົນສົ່ງ ຢາເສບຕິດ ຜິດກົດໝາຍ; ບົດບັນທຶກ ຊ່ວຍຈຳ ວ່າ ດ້ວຍ ການຮ່ວມມື ດ້ານພະລັງງານ ແລະ ຊັບພະຍາກອນ ແຮ່ທາດ.ຈາກ​ນັ້ນ ທ່ານ ຫງວຽນ ຊວັນຟຸກ ​ໄດ້ກ່າວ​ເນັ້ນວ່າ: ສອງຝ່າຍ ເຫັນດີ ເພີ່ມທະວີ ການ ແລກປ່ຽນ ຄະນະ ຜູ້ແທນ ຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍ ກົນໄກ ຮ່ວມມືຕ່າງໆ, ຄະນະກຳມະການ ປະສົມ ກ່ຽວກັບ ການຮ່ວມມື ສອງຝ່າຍ ຢ່າງມີປະສິດທິຜົນ, ສູ້ຊົນ ປະຕິບັດ ການຮ່ວມມື ດ້ານການຄ້າ ໃຫ້ເພີ່ມຂຶ້ນ ຢ່າງໝັ້ນຄົງ ບັນລຸໄດ້ ເປົ້າໝາຍ 15 ຕື້​ໂດ​ລາ​ ສະຫະລັດ, ສ້າງເງື່ອນໄຂ ສະ ດວກ ໃຫ້ແກ່ ວິສາຫະກິດ ສອງປະເທດ ຫັນຂົງເຂດ ການລົງທຶນ ໃຫ້ເປັນ ຫລາຍຮູບແບບ ແລະ ພັດທະນາ ເສດ ຖະກິດ ດີຈີຕອນ, ຫັນເປັນ ດີຈີ ຕອນ, ເສດຖະກິດ ສີຂຽວ, ພະລັງງານ ຜະລິດ ຄືນໃໝ່, ການທ່ອງທ່ຽວ, ການບໍລິການ ແລະ ເພີ່ມຖ້ຽວບິນ ລະ ຫວ່າງ ສອງປະເທດ. ເພີ່ມທະວີ ການຮ່ວມມື ດ້ານປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ, ການຮ່ວມມື ທາງທະເລ; ເພີ່ມທະວີ ການເຊື່ອມຕໍ່, ພົບປະ ແລກປ່ຽນ ປະຊາຊົນ ລະຫວ່າງ ທ້ອງຖິ່ນ ແລະ ວິສາຫະກິດ ສອງ ປະເທດ ໃຫ້ຫລາຍ ກວ່າ​ເກົ່າ.ສຳລັບ ບັນ ຫາສາກົນ ແລະ ພາກພື້ນ, ການນຳ ທັງສອງ ຝ່າຍ ໄດ້ເຫັນດີ ເປັນເອກະ ພາບ ເພີ່ມທະວີ ການຮ່ວມມື ຢູ່ເວທີ ປາໄສ ພາກ ພື້ນ ແລະ ສາກົນ, ພິເສດ ແມ່ນ ອາຊຽນ, ສປຊ, ພ້ອມທັງ ແບ່ງ ປັນ ທັດ ສະນະ ກ່ຽວກັບ ບາງບັນຫາ ຢູ່ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍ ຕ່າງມີ ຄວາມສົນໃຈ, ໃນນັ້ນ ລວມທັງ ບັນຫາ ທະເລ ຈີນ​ໃຕ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version