Home ຂ່າວໜ້າໜຶ່ງ ກອງປະຊຸມການນໍາລະດັບສູງ ກ່ຽວກັບການຫັນເປັນດີຈິຕອນແຫ່ງຊາດ

ກອງປະຊຸມການນໍາລະດັບສູງ ກ່ຽວກັບການຫັນເປັນດີຈິຕອນແຫ່ງຊາດ

0

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດກອງປະຊຸມການນໍາລະດັບສູງ ກ່ຽວກັບການຫັນເປັນດີຈິຕອນແຫ່ງຊາດ ຄັ້ງທຳອິດ ໃນວັນທີ 23 ທັນວາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານ ເຈົ້າແຂວງ, ຮອງເຈົ້າແຂວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າ, ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ພາຍໃຕ້ຄຳຂວັນ: “ການຮ່ວມມືທົ່ວສັງຄົມ ເພື່ອການຫັນເປັນດີຈິຕອນ ຂອງ ສປປ ລາວ” ໂດຍສະເພາະສຸມໃສ່ການຫັນເປັນດີຈິຕອນຂອງທຸກອົງການ, ທຸກຂະແໜງ ການ ເພື່ອສ້າງກາລະໂອກາດໃຫ້ການນໍາລະດັບສູງຂອງທຸກພາກສ່ວນ ໄດ້ລາຍງານຜົນການຈັດຕັ້ງປະຕິ ບັດວຽກງານຫັນເປັນດີຈິຕອນຂອງພາກສ່ວນຕົນ.

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ຮູ້ວ່າ: ເຕັກໂນໂລຊີດີຈິຕອນ ມີການພັດທະນາຢ່າງກ້າວກະ ໂດດ ແລະ ໄວວາ ກາຍເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການເຄື່ອນໄຫວ, ການດຳລົງຊິວິດຂອງມວນມະ ນຸດ ໃຫ້ມີຄວາມສະດວກສະບາຍ ແລະ ເປັນປັດໄຈທີ່ສໍາຄັນໃຫ້ແກ່ ລັດຖະບານຂອງຫລາຍປະເທດ ສຸມໃສ່ການພັດທະນາ ແລະ ນຳໃຊ້ເຂົ້າໃນວຽກງານບໍລິຫານ ແລະ ບໍລິການຂອງລັດສູ່ສັງຄົມ ໂດຍສະເພາະເຕັກໂນໂລຊີທີ່ມີຄວາມກ້າວໜ້າ ເປັນຕົ້ນ ເຕັກໂນໂລຊີ ປັນຍາປະດິດ (AI), ຂໍ້ມູນໃຫຍ່ (Big data), ກຸ່ມຂໍ້ມູນຜູກພັນ (Blockchain) ທີ່ຊ່ວຍໃຫ້ການຄຸ້ມຄອງລັດ ມີຄວາມວອງໄວ, ໂປ່ງໃສ ແລະ ປະຢັດ. ສະນັ້ນ, ການຫັນລັດຖະບານເປັນດີຈິຕອນ ໄດ້ເປັນສິ່ງສຳຄັນເຮັດໃຫ້ລັດຖະບານຂອງຫລາຍປະເທດທີ່ຈະເລີນ ປະສົບຜົນສຳເລັດ ໃນການພັດທະນາເສດຖະກິດ ແລະ ສັງຄົມ. ສຳລັບປະເທດກຳລັງພັດທະນາ ແມ່ນກຳລັງສ້າງຂໍ້ລິເລີ່ມໃນການພັດທະນາລັດຖະບານຂອງຕົນໄປສູ່ດີຈິຕອນ.

ສປປ ລາວ ເປັນໜຶ່ງໃນປະເທດກຳລັງພັດທະນາ ແລະ ຈຳເປັນຕ້ອງກ້າວສູ່ການຄຸ້ມຄອງລັດດ້ວຍເຕັກໂນໂລຊີດີຈິຕອນ ແລະ ການຫັນລັດເປັນດີຈິຕອນ ບໍ່ພຽງແຕ່ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ເທົ່ານັ້ນ ທີ່ຕ້ອງຜັນຂະຫຍາຍ ການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີດີຈິຕອນ ແຕ່ມັນຄືການພັດທະນາຮ່ວມກັນຢ່າງມີແບບແຜນ ແລະ ຈຸດສຸມ ຢ່າງເປັນລະບົບ ຊຶ່ງຕ້ອງມີການຮ່ວມມືກັນພັດທະນາ, ລົງທຶນ ແລະ ນຳໃຊ້ ເຕັກໂນໂລຊີຮ່ວມກັນ ເພື່ອເຮັດໃຫ້ການລົງທຶນ ມີປະສິດທິພາບ ແລະ ປະສິດທິຜົນ.ໂດຍສະເພາະການນຳໃຊ້ ຊອບແວຣ໌ ແລະ ໂຄງລາງພື້ນຖານທາງເຕັກໂນໂລຊີຮ່ວມກັນ ເພື່ອເຮັດໃຫ້ເຊື່ອມໂຍງຂອງທຸກລະບົບເຂົ້າກັນໄດ້ ແລະ ປະຢັດຄ່າໃຊ້ຈ່າຍ. ດ່ັງນັ້ນ, ພາຍໃຕ້ຄຳຂວັນຂອງສັບປະດາດີຈິຕອນ ຄື: “ການຮ່ວມມືທົ່ວສັງຄົມ ເພື່ອການຫັນເປັນດີຈິຕອນຂອງ ສປປ ລາວ” ເພື່ອສ່ອງແສງເຖິງຄວາມຮັບຜິດຊອບ ຂອງທຸກຂະແໜງການ ແລະ ສັງຄົມ ຕໍ່ພັດທະນາວຽກງານ ດີຈິຕອນ ຂອງ ສປປ ລາວ.

ກອງປະຊຸມຄັ້ງນິ້, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະກົມ/ທຽບເທົ່າ ຕາງໜ້າ 13 ພາກສ່ວນ ໄດ້ຜັດປ່ຽນກັນລາຍງານ ສະພາບການພັດທະນາຫັນເປັນດີຈິຕອນຂອງຂະແໜງການຕົນ, ພ້ອມນີ້, ຍັງມີຜູ້ຕາງໜ້າ ຈາກກະຊວງຖະແຫລ່ງຂ່າວ ແລະ ການສື່ສານ ຂອງ ສສ ຫວຽດນາມ ກໍເຂົ້າຮ່ວມນຳສະເໜີ ບົດຮຽນ ແລະ ແຜນການພັດທະນາຫັນເປັນດີຈິຕອນ ຂອງຫວຽດນາມ.

ຂ່າວ-ພາບ: ສົມຫວັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version