Home ຂ່າວໜ້າໜຶ່ງ ເປີດວາລະສານເອເລັກໂຕຣນິກ “ການຕ່າງປະເທດ” (“Lao Foreign Affairs” E-Magazine) ຂອງກະຊວງການຕ່າງປະເທດ ຢ່າງເປັນທາງການ

ເປີດວາລະສານເອເລັກໂຕຣນິກ “ການຕ່າງປະເທດ” (“Lao Foreign Affairs” E-Magazine) ຂອງກະຊວງການຕ່າງປະເທດ ຢ່າງເປັນທາງການ

0

ໃນຕອນເຊົ້າຂອງວັນທີ 23 ທັນວາ 2022, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີເປີດວາລະສານເອເລັກໂຕຣນິກ “ການຕ່າງປະເທດ” (“Lao Foreign Affairs” E-Magazine) ຂອງກະຊວງການຕ່າງປະເທດ ຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະນຳກະຊວງ, ບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ພອນທະວີ ບຸດດາລາ, ຫົວຫນ້າກົມການຂ່າວ, ກະຊວງການຕ່າງປະເທດ ໄດ້ຕາງຫນ້າໃຫ້ຄະນະຈັດທຳ ຂຶ້ນກ່າວຈຸດປະສົງເປົ້າໝາຍ ແລະ ຂັ້ນຕອນບາດກ້າວຂອງການສ້າງວາລະສານເອເລັກໂຕຣນິກ “ການຕ່າງປະເທດ” ຂອງກະຊວງການຕ່າງປະເທດ,ເຊິ່ງວາລະສານນີ້ແມ່ນຮັບຜິດຊອບການສ້າງ ໂດຍ ກົມການຂ່າວ, ກະຊວງການຕ່າງປະເທດໂດຍປະຕິບັດຕາມພາລະບົດບາດ ແລະ ຕາມທິດຊີ້ນຳຢ່າງໃກ້ຊິດຕິດແທດ ຂອງຄະນະນຳກະຊວງການຕ່າງປະເທດ, ຖືເປັນໜຶ່ງບາດກ້າວສຳຄັນຂອງການປະກອບສ່ວນພັດທະນາວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ຂອງສປປ ລາວ ໃນຍຸກສະໄຫມໃຫມ່ທີ່ຖືກຕ້ອງ ແລະ ສອດຄ່ອງກັບສະພາບການຂອງໂລກໃນປະຈຸບັນ ທີ່ກຳລັງມີການນໍາໃຊ້ເຕັກໂນໂລຊີທາງດ້ານຂໍ້ມູນຂ່າວສານດ້ວຍຫຼາຍຮູບການ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ການນຳສະເໜີຂໍ້ມູນຂ່າວສານ ຍິ່ງຕ້ອງມີຄວາມວ່ອງໄວ, ທັນສະໄຫມ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

ວາລະສານດັ່ງກ່າວຈະປະກອບສ່ວນສຳຄັນເຂົ້າໃນວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ມີຄວາມຫຼາກຫຼາຍ ແລະ ເຜີຍແຜ່ໄດ້ຢ່າງກວ້າງຂວາງຍິ່ງຂຶ້ນ ໃນຮູບແບບໃຫມ່ ກໍຄື ວາລະສານເອເລັກໂຕຣນິກ ທີ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄຫມ, ມີຄວາມສະດວກວ່ອງໄວ, ທັນເຫດການ ແລະ ໃຊ້ງົບປະມານໜ້ອຍ. ມື້ນີ້ແມ່ນເລີ່ມອອກສະບັບທໍາອິດຂອງວາລະສານ; ສຳລັບເນື້ອໃນຫຼັກຂອງວາລະສານສະບັບທໍາອິດນີ້ ແລະ ສະບັບຕໍ່ໆໄປແມ່ນຈະສັງລວມເອົາບັນດາເນື້ອໃນ, ຮູບພາບ ແລະ ຫມາກຜົນການເຄື່ອນໄຫວການຕ່າງປະເທດຂອງບັນດາຜູ້ນຳ ພັກ-ລັດ ສປປ ລາວ ແລະ ພາກສ່ວນຕ່າງໆ ຢູ່ໃນເວທີພາກພື້ນ ແລະ ສາກົນ ອອກເຜີຍແຜ່ສູ່ສັງຄົມໃນຮູບແບບລາຍເດືອນໂດຍຜ່ານຫຼາຍຊ່ອງທາງຂອງສື່ອອນລາຍປະເພດຕ່າງໆ, ເຊິ່ງຈະເຮັດໃຫ້ຜູ້ທີ່ມີຄວາມສົນໃຈທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ເປັນປະໂຫຍດ, ມີເນື້ອໃນຄົບຖ້ວນ, ຖືກຕ້ອງ ແລະ ທັນການ. ວາລະສານການຕ່າງປະເທດ ຈະພະຍາຍາມເກັບກໍາເອົາໝາກຜົນ ແລະ ການເຄື່ອນໄຫວການຕ່າງປະເທດທີ່ຫ້າວຫັນຂອງທຸກພາກສ່ວນ ທັງສາຍພັກ, ສາຍລັດ, ສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ, ກະຊວງອົງການຂະແໜງການຕ່າງໆ ມາເຜີຍແຜ່ຕໍ່ສັງຄົມໃຫ້ນັບມື້ນັບຫຼາຍຂຶ້ນ. ວາລະສານການຕ່າງປະເທດ ແມ່ນພວມຢູ່ໃນໄລຍະກໍ່ຮ່າງສ້າງຕົວ ແລະ ການປັບປຸງຕໍ່ໄປເປັນແຕ່ລະໄລຍະ ແຕ່ລະບາດກ້າວ. ພ້ອມດຽວກັນນີ້, ວາລະສານດັ່ງກ່າວ ກໍ່ມີແຜນຈະປັບປຸງບາງດ້ານຕື່ມໃນຕໍ່ໜ້າ ເປັນຕົ້ນ ການເພີ່ມຂໍ້ຄວາມ ແລະ ເນື້ອໃນສຳຄັນທີ່ເປັນພາສາອັງກິດ, ການເພີ່ມຄໍລໍາທີ່ໜ້າສົນໃຈຕ່າງໆ ແລະ ການພິມເຜີຍແຜ່ວາລະສານສະບັບເຈ້ຍ ອອກສູ່ສັງຄົມ, ໂດຍອີງຕາມເງື່ອນໄຂ ແລະ ຄວາມສະດວກໃນອະນາຄົດ. ວາລະສານການຕ່າງປະເທດ ຍິນດີຮັບເອົາການປະກອບສ່ວນທີ່ສ້າງສັນຈາກທຸກພາກສ່ວນ.

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ກໍ່ໄດ້ໃຫ້ກຽດຂຶ້ນກົດປຸ່ມເປີດ ວາລະສານເອເລັກໂຕຣນິກ “ການຕ່າງປະເທດ” (“Lao Foreign Affairs” E-Magazine) ສະບັບທຳອິດ ຂອງກະຊວງການຕ່າງປະເທດ ຢ່າງເປັນທາງການ.

ໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version