Home ຂ່າວໜ້າໜຶ່ງ ເຈົ້າພາບຜິດຫວັງອີກຄັ້ງ ດວນຈຸດໂທດເສຍໃຫ້ ເຊກອງ ນັດຊີງຫຼຽນທອງເຕະບານຊາຍ ຊຽງຂວາງເກມ

ເຈົ້າພາບຜິດຫວັງອີກຄັ້ງ ດວນຈຸດໂທດເສຍໃຫ້ ເຊກອງ ນັດຊີງຫຼຽນທອງເຕະບານຊາຍ ຊຽງຂວາງເກມ

0

ການແຂ່ງຂັນເຕະບານຊາຍ ໃນງານກິລາ ຊຽງຂວາງ ເກມ ຄູ່ຊີງອັນດັບ 3 ໄດ້ມີຂຶ້ນໃນຕອນແລງວັນທີ 21 ທັນວາ 2022 ທີ່ສະໜາມໄຫຫີນ ແຂວງຊຽງຂວາງ ເປັນການພົບກັນລະຫວ່າງ ເຈົ້າພາບ ແຂວງຊຽງຂວາງ ພົບກັບ ແຂວງເຊກອງ.

ຜ່ານການແຂ່ງຂັນປາກົດວ່າ: ໃນເຄິ່ງເວລາທໍາອິດຕ່າງຝ່າຍຕ່າງມີໂອກາດຍິງປະຕູ ແຕ່ຍັງບໍ່ຄົມພໍ ເຮັດໃຫ້ຈົບການແຂ່ງຂັນສະເໝີກັນ 0-0, ສ່ວນເຄິ່ງເວລາທີ ຕ່າງຝ່າຍກະຍັງເປີດເກມບຸກໃສ່ກັນ ແຕ່ຍັງບໍ່ມີປະຕູເກີດຂຶ້ນຈົບ 90 ນາທີສະເໝີກັນ 0-0.

ເຮັດໃຫ້ຕ້ອງໄປຕັດສິນກັນດ້ວຍການດວນຈຸດໂທດ ປາກົດວ່າ: ແຂວງເຊກອງ ຊະນະ ເຈົ້າພາບ 3-2 ໄດ້ອັນດັບ 3 ຫຼື ຫຼຽນທອງໄປຄອງ, ສ່ວນ ເຈົ້າພາບ ຜິດຫວັງອີກຄັ້ງ ເພາະກ່ອນໜ້ານີ້ ທີມຍິງກໍເສຍໃຫ້ກັບ ນະຄອນຫຼວງ ໄດ້ພຽງຫຼຽນເງິນ.

ຂ່າວ-ຮູບ: Larh Creators

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version