Home ຂ່າວໜ້າໜຶ່ງ ຕ້ອນຮັບຄະນະນັກຮຽນເກັ່ງທີ່ເດີນທາງໄປເຂົ້າຮ່ວມແຂ່ງຂັນການຖາມ-ຕອບຄວາມຮູ້ ກ່ຽວກັບອາຊຽນລະດັບຊາດ ຄັ້ງທີ 10 ທີ່ປະເທດມຽນມາ

ຕ້ອນຮັບຄະນະນັກຮຽນເກັ່ງທີ່ເດີນທາງໄປເຂົ້າຮ່ວມແຂ່ງຂັນການຖາມ-ຕອບຄວາມຮູ້ ກ່ຽວກັບອາຊຽນລະດັບຊາດ ຄັ້ງທີ 10 ທີ່ປະເທດມຽນມາ

0

ການຕ້ອນຮັບຄະນະນັກຮຽນເກັ່ງທີ່ເດີນທາງໄປເຂົ້າຮ່ວມແຂ່ງຂັນການຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດ ຄັ້ງທີ 10 ທີ່ປະເທດມຽນມາ ຈັດຂື້ນໃນຕອນບ່າຍ ວັນທີ 20 ທັນວາ 2022, ທີ່ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນໍາພາໂດຍທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງອໍານວຍການວິທະຍຸກະຈາຍສຽງແຫ່ງ ຊາດລາວທັງເປັນຄະນະນໍາພານັກຮຽນເຂົ້າຮ່ວມແຂ່ງຂັນການຖາມ-ຕອບຄວາມຮູ້ອາຊຽນ ໃຫ້ກຽດພົບປະໂດຍທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນປາດຖະໜາ, ໂຮງຮຽນນານາຊາດ ແສງດາລາ ແລະ ໂຮງຮຽນ ໂພນໄຊ ແຂວງຈຳປາສັກ ເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີຄໍາເຫັນວ່າ: ໂຄງການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນແມ່ນເປັນກິດຈະກໍາໜື່ງທີ່ເປັນບຸລິມະສິດທີ່ນອນຢູ່ໃນແຜນງານຍຸດທະສາດການຮ່ວມມືໃນຂົງເຂດວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນອາຊຽນ ແຕ່ປີ 2016 ຫາ 2025 ເພື່ອເປັນການສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຊາຄົມອາຊຽນ ໂດຍສະເພາະທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ-ສັງຄົມໃຫ້ນັກຮຽນໃນພາກພື້ນອາຊຽນກໍຄືນັກຮຽນໃນ ສປປ ລາວ ນັບມື້ນັບກວ້າງຂວາງຂື້ນກວ່າເກົ່າ ທັງເປັນການເສີມສ້າງຄວາມຮູ້ຄວາມສາມາດ ແລະ ພັດທະນາຊັບພະຍາກອນຮຸ້ນໜຸ່ມໃນບັນດາປະເທດສະມາຊິກອາຊຽນໃຫ້ມີຄວາມເຂັ້ມແຂງຂື້ນໄປເລື້ອຍໆ.

ສໍາລັບຕົວແທນນັກຮຽນທີ່ເຂົ້າຮ່ວມແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດຄັ້ງທີ 10 ມີ ນາງ ອາລິເຊຍ ຊາພັກດີ ຈາກໂຮງຮຽນປາດຖະໜາ, ນາງ ສິຣິລັກ ແສງດາລາ ຈາກໂຮງຮຽນ ນານາຊາດ ແສງດາລາ ແລະ ທ້າວ ຄໍາສະຫວ່າງ ຈາກໂຮງຮຽນໂພນໄຊ ແຂວງຈໍາປາສັກ. ໂອກາດນີ້, ນາງ ອາລິເຊຍ ຊາພັກດີ ນັກຮຽນຊັ້ນມໍ 6 ຈາກໂຮງຮຽນປາດຖະໜາ ໄດ້ສະແດງຄວາມຮູ້ສຶກຂອງຕົນທີ່ເຂົ້າຮ່ວມແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດຄັ້ງທີ 10 ທີ່ປະເທດມຽນມາວ່າ: ມີຄວາມພາກ ພູມໃຈຫຼາຍທີ່ໄດ້ເປັນຕົວແທນນັກຮຽນຈາກປະເທດລາວເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ນອກຈາການແຂ່ງຂັນແລ້ວ ແມ່ນໄດ້ຮຽນຮູ້ວິຖີຊີວິດ, ວັດທະນະທໍາ ແລະ ປະສົບການຫຼາຍຢ່າງ ລວມທັງຍັງໄດ້ພົບປະກັບບັນດາໝູ່ເພື່ອນນັກຮຽນຈາກບັນດາປະເທດສະມາຊິກອາຊຽນອີກດ້ວຍ.

ໄລຍະຜ່ານມາ, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດ ຄັ້ງທີ 7 ໃນປີ 2016 ທີ່ນະຄອນຫຼວງວຽງຈັນ ໃນນັ້ນ ນັກຮຽນຈາກ ສປປ ລາວ ສາມາດຍາດໄດ້ອັນດັບທີ 1 ຂອງອາຊຽນ, ປີ 2018 ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 8 ຈັດຂື້ນທີ່ ບາຫຼີ ປະເທດອີນໂດເນເຊຍ ນັກຮຽນ ສປປ ລາວເຮົາສາມາດຍາດໄດ້ອັນດັບທີ 2 ຂອງອາຊຽນ, ປີ 2020 ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 9 ຈັດຂື້ນທີ່ປະເທດສິງກະໂປ ໃນຮູບແບບອອນລາຍ ນັກຮຽນ ສປປ ລາວ ສາມາດຍາດໄດ້ອັນດັບທີ 4 ຂອງອາຊຽນ ແລະ ປີ 2022 ນີ້ ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບຊາດ ຄັ້ງທີ 10 ເຊິ່ງຈັດຂື້ນທີ່ປະເທດມຽນມາ ນັກຮຽນ ສປປ ລາວເຮົາກໍ່ສາມາດຍາດໄດ້ອັນດັບທີ 3 ຂອງອາຊຽນ.

ຂ່າວ-ພາບ: ບັນລັງທອງ

+4

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version