Home ຂ່າວຕ່າງປະເທດ ອູແກຣນ ຮັບຮອງກົດໝາຍ ຊຸກຍູ້ເຈລະຈາເຂົ້າຮ່ວມ ສະຫະພາບເອີຣົບ

ອູແກຣນ ຮັບຮອງກົດໝາຍ ຊຸກຍູ້ເຈລະຈາເຂົ້າຮ່ວມ ສະຫະພາບເອີຣົບ

0

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 15 ທັນວາ, ທ່ານ ຣຸສລັນ ສະເຕຟານຊຸກ ປະທານລັດຖະສະພາອູແກຣນ ປະກາດວ່າ: ລັດຖະສະພາ ໄດ້ຮັບຮອງກົດໝາຍຈຳເປັນທັງໝົດ ເພື່ອເລີ່ມການເຈລະຈາເຂົ້າເປັນສະມາຊິກສະຫະພາບເອີຣົບ. ສຳນັກປະຊາສຳພັນລັດຖະສະພາອູແກຣນ ໄດ້ອ້າງອິງຕາມຄຳກ່າວ ຂອງ ທ່ານ ຣຸສລັນ ສະເຕຟານຊຸກ ລະບຸວ່າ: ລັດຖະສະພາ ໄດ້ປະຕິບັດງານໃນສ່ວນຂອງຕົນ ແລະ ຮັບຮອງຮ່າງກົດໝາຍ ທີ່ຈຳເປັນທັງໝົດເພື່ອປະຕິບັດຕາມຄຳແນະນຳ ຂອງຄະນະກຳມະທິການເອີຣົບ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version