Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ທີ່ນະຄອນຫລວງ ບຣຸກແຊນ

ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ທີ່ນະຄອນຫລວງ ບຣຸກແຊນ

0

ໃນໂອກາດເຂົ້າຮ່ວມກອງປະຊຸມສູດຍອດ ສະເຫລີມສະຫລອງການພົວພັນ ອາຊຽນ-ອີຢູ ຄົບຮອບ 45 ປີ, ທີ່ ນະຄອນຫລວງ ບຣຸກແຊນ, ປະເທດ ແບນຊິກ, ແຕ່ວັນທີ 12-16 ທັນວາ 20 22, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໄດ້ຮ່ວມກັນຮັບປະທານອາຫານເຊົ້າ ແລະ ພົບປະແບບບໍ່ເປັນທາງການ ຕາມຄຳເຊື້ອເຊີນຂອງ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນຕອນເຊົ້າຂອງວັນທີ 14 ທັນວາ 2022.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະສາມຝ່າຍ ອີກຄັ້ງຫນຶ່ງ, ການພົບປະໃນຮູບແບບນີ້ກໍມີແຕ່ 3 ປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ ເຊິ່ງສະແດງໃຫ້ເຫັນເຖິງຄວາມໃກ້ຊິດ ສະໜິດສະໜົມ ແລະ ຄວາມຮັກແພງ ທັງເປັນການຢືນຢັນໃຫ້ສາກົນ ໄດ້ເຫັນວ່າ 3 ປະເທດ ມີມູນເຊື້ອຄວາມສາມັກຄີຮັກແພງ ຊ່ວຍເຫລືອ ຊຶ່ງກັນ ຖານສະຫາຍອ້າຍນ້ອງມາແຕ່ດົນນານ ຢ່າງສະເຫມີຕົ້ນສະເຫມີປາຍຕະຫລອດມາ. ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າ 3 ຊາດ ອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ຈະສືບຕໍ່ຮ່ວມມືກັນກັນຢ່າງໃກ້ຊິດໃນທຸກການເຄື່ອນໄຫວ ໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຮ່ວມກັນ, ທັງຈະຊ່ວຍເພີ່ມກໍາລັງແຮງ ແລະ ສຽງໜັກແໜ້ນໃຫ້ແກ່ 3 ປະເທດ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດດຽວກັນ, ຝ່າຍລາວ ກໍໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ຫວຽດນາມ ແລະ ກໍາປູເຈຍ ທີ່ໄດ້ໃຫ້ ການຊ່ວຍເຫລືອແກ່ໃນການຮັບມື ກັບການແຜ່ລະບາດຂອງພະຍາດ ໂຄວິດ 19 ໃນໄລຍະທີ່ມີການແຜ່ລະບາດຢ່າງຫນັກຫນ່ວງ ຢູ່ລາວ ເຊິ່ງເຮັດໃຫ້ ສປປ ລາວສາມາດຄວບຄຸມການແຜ່ລະບາດ ແລະສາມາດເປີດປະເທດໄດ້ຢ່າງເຕັມຮູບແບບໃນປັດຈຸບັນ. ພ້ອມດຽວກັນ, ກໍໄດ້ສະແດງຄວາມຊົມເຊີຍ ກຳປູເຈຍ ທີ່ໄດ້ສໍາເລັດໜ້າທີ່ການເປັນປະທານອາຊຽນ ໃນປີ 2022 ຢ່າງມີຜົນສໍາເລັດຈົບງາມ. ພ້ອມດຽວກັນນີ້, ສາມຝ່າຍ ກໍໄດ້ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສາມປະເທດ ໃນຂອບການຮ່ວມມື ກຳປູເຈຍ-ລາວ-ຫວຽດນາມ (CLV) ເຊິ່ງກວມເອົາການຮ່ວມມືໃນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ ທັງປຶກສາຫາລືເຖິງທິດທາງແຜນການ ພົວພັນຮ່ວມມືນໍາກັນໃນຕໍ່ຫນ້າ ລະ ຫວ່າງສາມປະເທດ. ນອກຈາກນີ້, ສາມນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ໃຫ້ກັນຊາບ ແລະ ແລກປ່ຽນຄໍາຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນຕອນທ້າຍຂອງການພົບປະໂອ້ລົມ, ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ອວຍ ພອນໃຫ້ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງຂະໜົງແກ່ນ, ອວຍພອນໃຫ້ສອງນາຍົກລັດຖະມົນຕີຫວຽດນາມ ແລະ ກຳປູເຈຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ໃນການເຂົ້າຮ່ວມກອງປະຊຸມສາກົນ ໃນຄັ້ງນີ້.

ຂ່າວ-ພາບ: ກົມການຂ່າວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version