Home ຂ່າວໜ້າໜຶ່ງ ເປີດການແຂ່ງຂັນກິລາໝາກຂ່າງໃນງານມະຫະກຳກິລາແຫ່ງຊາດຄັ້ງທີ່ XI ທີ່ແຂວງຊຽງຂວາງ

ເປີດການແຂ່ງຂັນກິລາໝາກຂ່າງໃນງານມະຫະກຳກິລາແຫ່ງຊາດຄັ້ງທີ່ XI ທີ່ແຂວງຊຽງຂວາງ

0

ໃນຕອນເຊົ້າຂອງວັນທີ 14 ທັນວາ 2022, ຢູ່ທີ່ສະໜາມກິລາໄຫຫີນ ແຂວງຊຽງຂວາງ ໄດ້ຈັດໃ“ພິທີເປີດການແຂ່ງ ຂັນກິລາໝາກຂ່າງໃນງານມະຫະກຳກິລາແຫ່ງຊາດຄັ້ງທີ່ XI ແຂວງຊຽງຂວາງ ຂຶ້ນຢ່າງເປັນທາງການ.

ການແຂ່ງຂັນກິລາໝາກຂ່າງ ເລີ່ມແຕ່ວັນທີ 14 – 20 ທັນວາ 2022 ໂດຍມີຊິງຫຼຽນທັງໝົດ 27 ຫຼຽນ ໃນນີ້, ມີ 9 ຫຼຽນຄຳ, 9 ຫຼຽນເງິນ ແລະ 9 ຫຼຽນທອງ, ມີ 10 ແຂວງເຂົ້າຮ່ວມຄື: ແຂວງຜົ້ງສາລີ, ແຂວງຫຼວງນໍ້າ, ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງຫົວພັນ, ແຂວງໄຊສົມບູນ, ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງເຈົ້າພາບ, ມີນັກກິລາທັງໝົດ 100 ກ່ວາຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version