Home ຂ່າວໜ້າໜຶ່ງ ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມົງໂກລີ ຄົບຮອບ 60 ປີ

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມົງໂກລີ ຄົບຮອບ 60 ປີ

0

ຕອນຄ່ຳວັນທີ 14 ທັນວາ 2022, ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດແຫ່ງ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ມົງໂກລີ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ມົງໂກລີ ຄົບຮອບ 60 ປີ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ບຽມບາຊູເຣັນ ຈຳສຣັງ (Jamsran BYAMBASUREN), ເອກອັກຄະລັດຖະທູດ ແຫ່ງ ມົງໂກລີ ປະຈໍາ ສປປລາວ. ໃນງານດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມເປັນແຂກກິດຕິມະສັກ. ນອກຈາກນັ້ນ, ຍັງມີບັນດາຄະນະພັກ, ຄະນະນຳຈາກກະຊວງຕ່າງໆທີ່ກ່ຽວຂ້ອງ, ບັນດາທູຕານຸທູດ, ແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ໃນພີທີອັນມີຄວາມໝາຍສຳຄັນນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ແລະ ທ່ານທູດ ບຽມບາຊູເຣັນ ຈຳສຣັງ ໄດ້ຂຶ້ນກ່າວຄຳເຫັນໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ມົງໂກລີ ຕະຫຼອດໄລຍະ 60 ປີ (12 ກັນຍາ 1962-12 ກັນຍາ 2022) ຜ່ານມາ, ເຊິ່ງການພົວພັນສອງຝ່າຍ ແມ່ນສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍເປັນກ້າວໆມາ, ສະແດງອອກໃນການພົບປະ ແລກປ່ຽນການຢ້ຽມຢາມສອງຝ່າຍ ຢ່າງເປັນປົກກະຕິ ໃນຫຼາຍລະດັບ; ສອງຝ່າຍໄດ້ສ້າງຕັ້ງກົນໄກ ການຮ່ວມມືນໍາກັນ ໂດຍການດໍາເນີນກອງປະຊຸມຄະນະກໍາມາທິການຮ່ວມມື ດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ, ເຊິ່ງຖືເປັນກົນໄກການຮ່ວມມືທີ່ສໍາຄັນ ເພື່ອພ້ອມກັນຊຸກຍູ້, ທົບທວນຄືນຫມາກຜົນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຕົກລົງເປັນເອກະພາບກັນ ແລະ ພ້ອມກັນກໍານົດທິດທາງໃນຕໍ່ຫນ້າ ເພື່ອແນ່ໃສ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃນຕໍ່ໜ້າໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທໍາໃນແຕ່ລະໄລຍະ.ນອກຈາກນັ້ນ, ຍັງໄດ້ຍົກໃຫ້ເຫັນຜົນງານ ແລະ ສັນຍາລັກແຫ່ງມິດຕະພາບ ຂອງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ໂດຍສະເພາະ ໂຄງການຮ່ວມມືກໍ່ສ້າງໂຮງໝໍມິດຕະພາບ ລາວ-ມົງໂກລີ ແລະ ນິຄົມລ້ຽງແກະ ຢູ່ແຂວງຊຽງຂວາງ ໃນຊຸມປີ 80 ລວມທັງການສົ່ງຊ່ຽວຊານແພດໝໍມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ; ລັດຖະບານມົງໂກລີຍັງໄດ້ມອບແກະເປັນຂອງຂວັນໃຫ້ແກ່ ລັດຖະບານລາວ ຈໍານວນ 1050 ໂຕ ໂດຍນໍາໄປລ້ຽງຢູ່ ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ ເເລະ ຈໍາປາສັກ; ດ້ານການສຶກສາ, ສອງຝ່າຍ ໄດ້ສືບຕໍ່ແລກປ່ຽນນັກສຶກສາຮ່ວມກັນຢ່າງເປັນປົກກະຕິ, ເຊິ່ງຝ່າຍລາວ ໄດ້ສົ່ງນັກສຶກສາໄປຮຽນຕໍ່ຢູ່ ມົງໂກລີ ແລະ ຍັງໄດ້ຮັບເອົານັກສຶກສາຈາກ ມົງໂກລີ ມາສຶກສາຕໍ່ຢູ່ ສປປ ລາວ ນຳອີກ, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.

ໃນໂອກາດດຽວກັນນີ້, ສອງຝ່າຍ ກໍ່ໄດ້ສະແດງຄວາມມຸ້ງຫວັງທີ່ຈະສືບຕໍ່ເສີມສ້າງແລະຮັດແໜ້ນສາຍພົວພັນຮ່ວມມືອັນດີຂອງສອງຝ່າຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ ໂດຍສະເພາະ ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ,ການລົງທຶນ, ການທ່ອງທ່ຽວ, ການສຶກສາ ແລະ ອື່ນໆ ໃຫ້ຫຼາຍຂຶ້ນກວ່າເກົ່າ,ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງສອງຝ່າຍ ໂດຍນຳໃຊ້ທ່າແຮງທີ່ມີຮ່ວມກັນ ເພື່ອສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການຮ່ວມມືໂດຍສະເພາະ ຂອດການເຊື່ອມຈອດດ້ານການຂົນສົ່ງສິນຄ້າທາງບົກ ໂດຍແນ່ໃສ່ນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ເພື່ອສາມາດເຊື່ອມຕໍ່ໄປຍັງ ມົງໂກລີ ໃນຕໍ່ໜ້າ.

ໃນຂະນະດຽວກັນ, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນມົງໂກລີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດມາ, ອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສປປ ລາວ-ມົງໂກລີ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫຼອດໄປ. ພິທີສະເຫລີມສະຫລອງໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສ້າງສັນແຕ່ຕົ້ນຕະຫຼອດປາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version