Home ຂ່າວໜ້າໜຶ່ງ ຊຽງຂວາງ ຈັດຫລາຍກິດຈະກຳ ໃນມື້ເປີດມະຫາກຳກິລາແຫ່ງຊາດ ຄັ້ງທີ XI

ຊຽງຂວາງ ຈັດຫລາຍກິດຈະກຳ ໃນມື້ເປີດມະຫາກຳກິລາແຫ່ງຊາດ ຄັ້ງທີ XI

0

ມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 13 ທັນວາ ແລະ ຈະດຳເນີນໄປຈົນຮອດວັນທີ 22 ທັນວາ 2022, ເຊິ່ງແຂວງຊຽງຂວາງ ໄດ້ຈັດໃຫ້ມີຫລາຍກິດຈະກຳ ຢ່າງຄຶກຄື້ນ ເຊິ່ງເລີ່ມຕົ້ນດ້ວຍການສະແດງບິນຂອງເຮືອບິນ LE500 ແລະ ເຮືອບິນຍັກ 130, ການໂດດຈ້ອງ ຈາກກອງທັບປະຊາຊົນລາວ (ກອງຮ້ອຍໂດດຈ້ອງ) ແລະ ການສະແດງສິລະປະວັນນະຄະດີ ຫລາຍຮູບແບບ ເປັນຕົ້ນ ບົດຟ້ອນ, ຮ້ອງເພງ, ຂັບລຳ ແລະ ການເດີນສວນສະໜາມ ຂອງກ້ອນກຳລັງຕ່າງໆ ເຊິ່ງມີທັງໝົດ 31 ກ້ອນກຳລັງ ຂອງບັນດາແຂວງ ໃນຂອບເຂດທົ່ວປະເທດ ແລະ ຂອງບັນດາກະຊວງ, ອົງການ ທີ່ກ່ຽວຂ້ອງ.

ໃນພິທີມີການສະແດງທັງໝົດ 11 ລາຍການ, ໃນນັ້ນມີ 5 ລາຍການສະແດງຫລັກ, ມີຈໍານວນນັກສະແດງທັງໝົດ 1 ພັນຄົນ ໃນນັ້ນ, ມີຫລາກຫລາຍລາຍການສະແດງ ເປັນຕົ້ນ, ລາຍການສະແດງຍິນດີຕ້ອນຮັບ (ນຳໃຊ້ນັກສະແດງທັງໝົດ 1 ພັນຄົນ), ຮ້ອງເພັງລວມໝູ່ຍິງ-ຊາຍ (ເພັງໄຊຊະນະຊຽງຂວາງ, ຫວນຄືນເມືອງຊຽງ ແລະ ຊົມເຊີຍຊຽງຂວາງເກມ), ມີນັກສະແດງ 150 ຄົນ, ສະແດງມວຍລາຍລາວ (ມີນັກສະແດງ 200 ຄົນ), ລາຍການສະແດງ ນົກແອ່ນນ້ອຍລອຍລົມ (ມີນັກສະແດງ 200 ຄົນ) ແລະ ລາຍການສະແດງມ່ວນຊື່ນງານມະຫະກໍາກິລາແຫ່ງຊາດ (ມີນັກສະແດງ 1 ພັນຄົນ).

ນອກນັ້ນ, ຍັງມີລາຍການສະແດງ ຮ້ອງເພງລວມໝູ່ຍິງ-ຊາຍ (ບົດເພງ ສະບາຍດີຊຽງຂວາງເກມ, ຊຽງຂວາງເກມ, ຂັບຊຽງຂວາງ (ພາທ່ຽວຊຽງຂວາງ), ຊາວພວນຊຽງຂວາງ, ການສະແດງຮ້ອງດ່ຽວຍິງ (ບົດເພງຈົດຈຳບຸນຄຸນຂອງພັກ, ລາຍການສະແດງຮ້ອງຄູ່ ຍິງ-ຊາຍ (ບົດເພງຮັກສາວມົ້ງຊຽງຂວາງ, ອ້າຍນັກຮ້ອງຖາມຮັກສາວນັກເຈີມ), ລາຍການສະແດງ ຮ້ອງດ່ຽວ ຍິງ-ຊາຍ (ບົດເພງເຊີນທ່ຽວຊຽງຂວາງ, ຊຽງຂວາງເກມ, ປະເທດລາວສວຍງາມແທ້ໆ, ນ້ຳໃຈນັກກິລາ) ແລະ ລາຍການສະແດງ ນົກແອ່ນນ້ອຍລອຍລົມ ແລະ ໃນຕອນທ້າຍໄດ້ມີການຈຸດບັ້ງໄຟດອກຈຳນວນໜຶ່ງ ເພື່ອເຮັດໃຫ້ງານດັ່ງກ່າວ, ເຕັມໄປດ້ວຍບັນຍາກາດຄຶກຄື້ນ ແລະ ມີຄວາມໝາຍສຳຄັນ.

ສ່ວນລາຍການສະແດງ ໃນພິທີປິດການແຂ່ງຂັນ ໃນວັນທີ 22 ທັນວາ 2022 ຈະມີທັງໝົດ 3 ລາຍການ, ມີນັກສະແດງທັງໝົດ 1 ພັນຄົນ. ໃນນັ້ນ, ມີລາຍການສະແດງຂອງເຈົ້າພາບງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ກໍຄື ນະຄອນຫລວງວຽງຈັນ ເປັນເຈົ້າພາບໃນຄັ້ງຕໍ່ໄປ, ລາຍການສະແດງ ບັ້ງໄຟກ່ານເມືອງພວນ (ນຳໃຊ້ນັກສະແດງ 1 ພັນຄົນ), ລາຍການສະແດງ ນັດພົບກັນໃໝ່ (ນຳໃຊ້ນັກສະແດງ 1 ພັນຄົນ). ສຳລັບກ້ອນກຳລັງເດີນສວນສະໜາມ ຈໍານວນ 31 ກ້ອນກຳລັງ ໃນນັ້ນ, ມາຈາກບັນດາແຂວງ, ນະຄອນຫລວງວຽງຈັນ ແລະ ຈາກບັນດາຂະແໜງການທີ່ ກ່ຽວຂ້ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version