Home ຂ່າວໜ້າໜຶ່ງ ສະພາແຫ່ງຊາດ ສະເຫນີລັດຖະບານ ເພີ່ມທະວີການສ້າງວິຊາຊີບ ແລະ ແກ້ໄຂການວ່າງງານ

ສະພາແຫ່ງຊາດ ສະເຫນີລັດຖະບານ ເພີ່ມທະວີການສ້າງວິຊາຊີບ ແລະ ແກ້ໄຂການວ່າງງານ

0

ໃນວັນທີ 13 ທັນວາ 2022 ທີ່ສະພາແຫ່ງຊາດ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວກ່ຽວກັບຜົນສຳເລັດການພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າ ເພື່ອແກ້ໄຂບັນຫາການວ່າງງານ.

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 9 ທັນວາ 2022 ທີ່ຜ່ານມາ, ພາຍຫລັງໄດ້ຮັບຟັງການລາຍງານໂດຍສັງເຂບຈາກລັດຖະບານ ໂດຍທ່ານ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຂຶ້ນມີຄໍາເຫັນຕໍ່ບົດລາຍງານດັ່ງກ່າວ ແລະ ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າປະກອບຄວາມຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ, ພ້ອມທັງສະເໜີວິທີການ ແລະ ມາດຕະການເພື່ອໃຫ້ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງນຳໄປຄົ້ນຄວ້າ, ປັບປຸງວຽກງານດັ່ງກ່າວ ໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ.

ໃນການປະກອບຄຳເຫັນຂອງບັນດາຜູ້ແທນ ສ່ວນຫລາຍ ແມ່ນເຫັນດີເປັນເອກະພາບ ແລະ ຊົມເຊີຍຕໍ່ລັດ ຖະບານ ທີ່ໄດ້ເອົາໃຈໃສ່ວຽກງານສ້າງວິຊາຊີບ, ການພັດ ທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າ ເພື່ອແກ້ໄຂບັນຫາການວ່າງງານ ຊຶ່ງໄລຍະຜ່ານມາ ເຫັນວ່າອັດຕາການວ່າງງານຫລຸດລົງເຫລືອພຽງ 18%. ແຕ່ເຖິງຢ່າງໃດກໍຕາມ ຜ່ານການຕິດຕາມກວດກາຕົວຈິງຂອງສະພາແຫ່ງຊາດ, ຜູ້ແທນຍັງສະແດງຄວາມເປັນຫ່ວງເປັນໃຍ ແລະ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບາງດ້ານ ດັ່ງນີ້: ການສ້າງ, ປັບປຸງບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງ ກັບການສ້າງວິຊາ ຊີບ, ການພັດທະນາສີມືແຮງງານ, ການຈັດຫາວຽກເຮັດງານທຳທີ່ມີແລ້ວ ໃຫ້ສອດຄ່ອງກັບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມໃນປັດຈຸບັນ ໃຫ້ເປັນລະບົບຄົບຊຸດຕື່ມ; ສະເໜີລັດຖະບານ ຄົ້ນຄວ້າ, ພິຈາລະນາການລົງ ທຶນສ້າງ ແລະ ປັບປຸງລະບົບຖານຂໍ້ມູນ-ຂ່າວສານ ກ່ຽວກັບແຮງງານ, ອັດຕາການວ່າງງານ, ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ໃຫ້ລວມສູນ, ເປັນເອກະພາບ, ຊັດເຈນ ແລະ ເປັນລະບົບທັນສະໄໝ, ສາມາດເຊື່ອມໂຍງ ແລະ ເຂົ້າເຖິງໄດ້ງ່າຍ ໃນຂອບເຂດທົ່ວປະເທດ. ພ້ອມນີ້ ຍັງໄດ້ສະ ເໜີໃຫ້ລັດຖະບານ ຄົ້ນຄວ້າເພີ່ມຄ່າແຮງງານຂັ້ນຕໍ່າ ເພື່ອເປັນການປັບປຸງຊີວິດການເປັນຢູ່ ຂອງຜູ້ອອກແຮງງານໃຫ້ດີຂຶ້ນ, ທັງເປັນແຮງຈູງໃຈໃຫ້ຜູ້ອອກແຮງງານ ແລະ ຮັບ ປະກັນການມີສະຫວັດດີການທີ່ດີ ໃຫ້ແກ່ຜູ້ອອກແຮງງານ ຕາມກົດໝາຍກຳນົດ ໂດຍສະເພາະ ສະເໜີເພີ່ມອັດຕາເບ້ຍລ້ຽງໃຫ້ນັກຮຽນຢູ່ໂຮງຮຽນກິນນອນຊົນເຜົ່າ, ໂຮງຮຽນເຕັກນິກວິຊາຊີບໃຫ້ແທດເໝາະກັບຄ່າຄອງຊີບແຕ່ລະໄລຍະ, ພ້ອມທັງສະໜອງງົບປະມານໃຫ້ທັນກຳນົດເວລາ.

ນອກຈາກນີ້, ໃຫ້ຄົ້ນຄວ້າສ້າງ ແລະ ປັບປຸງ ພື້ນຖານໂຄງລ່າງ, ສະໜອງອຸປະກອນການຮຽນ-ການສອນ, ສ້າງສະ ພາບແວດລ້ອມທີ່ເອື້ອອຳນວຍ ເພື່ອສ້າງແຮງຈູງໃຈໃຫ້ນັກຮຽນ ມາຮຽນ, ລວມທັງຈັດສັນຄູສອນໃຫ້ພຽງພໍ; ປັບ ປຸງ ແລະ ພັດທະນາຫລັກສູດ, ວິທີການຮຽນ-ການສອນ, ການຝຶກວິຊາຊີບ ແລະ ການພັດທະນາສີມືແຮງງານ ໃຫ້ໄດ້ມາດຕະຖານ ສອດຄ່ອງກັບຍຸກການພັດທະນາອຸດສາຫະກໍາ 4.0, ເຕັກໂນໂລຊີດ້ານຂໍ້ມູນ ແລະ ການສື່ສານ, ທັກສະດ້ານພາສາຕ່າງປະເທດ; ຊຸກຍູ້ ແລະ ສົ່ງເສີມໃຫ້ພາກເອກະຊົນມີສ່ວນຮ່ວມໃນການລົງທຶນໃສ່ວຽກງານການຝຶກວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳ ແກ່ປະຊາຊົນລາວບັນດາເຜົ່າ ໂດຍສະ ເພາະຢູ່ເຂດຊົນນະບົດ, ຫ່າງໄກສອກຫລີກ; ຊຸກຍູ້ໃຫ້ມີສ່ວນຮ່ວມຂອງບັນດາຫົວໜ່ວຍທຸລະກິດ ກັບ ໂຮງຮຽນເຕັກນິກ-ວິຊາຊີບ, ສູນ, ສະຖາບັນພັດທະນາສີມືແຮງງານ ເພື່ອສ້າງແຜນພັດທະນາ ສີມືແຮງງານຮ່ວມກັນ, ພ້ອມທັງສ້າງເງື່ອນໄຂທີ່ເໝາະສົມໃນການເຂົ້າເຖິງແຫລ່ງທຶນ ເພື່ອປະກອບອາຊີບດ້ວຍຕົນເອງ; ຈັດງານຕະຫລາດນັດແຮງ ງານ ໂດຍການມີສ່ວນຮ່ວມຂອງຫລາຍພາກສ່ວນ ເປັນແຕ່ລະໄລຍະ ຢູ່ແຕ່ລະທ້ອງຖິ່ນ ເພື່ອໃຫ້ແຮງງານລາວ ໄດ້ມີໂອກາດເຂົ້າເຖິງຕະຫລາດແຮງງານ ຫລາຍຂຶ້ນກວ່າເກົ່າ; ເອົາໃຈໃສ່ພັດທະນາລະບົບ ການສະໜອງຂໍ້ມູນຂ່າວສານ ໂດຍຜ່ານພາຫະນະສື່ມວນຊົນ, ອອນລາຍ ກ່ຽວກັບການຮຽນວິຊາຊີບ ແລະ ໂຄສະນາເຜີຍແຜ່ໃຫ້ຜູ້ປົກຄອງ, ນັກ ຮຽນເຫັນໄດ້ຄວາມສໍາຄັນຂອງການຮຽນວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງອາຊີບ ພ້ອມທັງສົ່ງເສີມໃຫ້ມີການພັດທະນາປື້ມແບບຮຽນ, ສົ່ງເສີມວັດທະນະທໍາການອ່ານ ແລະ ການຮຽນຮູ້ກ່ຽວ ກັບ ການສ້າງວິຊາ ຊີບ, ສ້າງວຽກເຮັດງານທຳໃຫ້ຫລາຍຂຶ້ນ; ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາ ກ່ຽວກັບບັນຫາແຮງງານ, ການປົກປ້ອງສັງຄົມ ເພື່ອໃຫ້ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ໄດ້ຮັບການປົກປ້ອງຕາມກົດໝາຍກຳນົດ.

ທ່ານ ໃບຄຳ ດຳລັດ ກ່າວຕື່ມວ່າ: ທັງໝົດນີ້, ແມ່ນໄດ້ສະແດງເຖິງຄວາມຮັບຜິດຊອບ ໜ້າທີ່ການເມືອງຂອງລັດຖະບານ ໃນການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາວ່າງງານ ແລະ ຫລຸດຜ່ອນອັດຕາການວ່າງງານ ໃຫ້ຍັງເຫລືອ 15% ໃນປີ 2025.

ຂ່າວ: ມະນີທອນ, ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version