Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ ຊຸກຍູ້ວຽກງານ ຢູ່ແຂວງຈຳປາສັກ

ຮອງນາຍົກລັດຖະມົນຕີ ຊຸກຍູ້ວຽກງານ ຢູ່ແຂວງຈຳປາສັກ

0

ໃນວັນທີ 6 ທັນວາ 2022, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງຈຳປາສັກ, ພ້ອມທັງ ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ແລະ ສະມາຄົມສົ່ງເສີມການຜະລິດ ຈຳນວນໜຶ່ງ ໂດຍການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວເຮັດວຽກຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະນຳແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້ສຮ່ວມ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ທີ່ພົ້ນເດັ່ນໃນໄລຍະ 11 ເດືອນຜ່ານມາ ເຫັນວ່າ: ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ ຕາມທິດທີ່ກຳນົດໄວ້ ໂດຍສາມາດລະດົມທຶນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄດ້ລື່ນແຜນ 8,8%, ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ລື່ນແຜນ 4%, ສາມາດປະຕິບັດໄດ້ເກີນດູນການຄ້າ ປະມານ 88 ລ້ານໂດລາ, ພ້ອມດຽວກັນນັ້ນ ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍມີທ່າອ່ຽງດີຂຶ້ນກວ່າເກົ່າ ໂດຍສະເພາະ ການເກັບລາຍຮັບເຂົ້າງົບປະມານ, ການອັດການຮົ່ວໄຫລຂອງງົບປະມານ, ການປະຢັດມັດທະຍັດ ຕ້ານການຟູມເຟືອຍ, ການຜະລິດສິນຄ້າ ເພື່ອຫລຸດຜ່ອນການນຳເຂົ້າ ແລະ ອື່ນໆ. ສຳລັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ກໍມີການຫັນປ່ຽນດີຂຶ້ນກວ່າເກົ່າຫລາຍ.

ຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງ ສະພາບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ. ອັນສຳຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ການນຳຫລັກແຫລ່ງຂອງແຂວງ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ສຸມໃສ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ໃຫ້ພຽງພໍ ແລະ ກາຍເປັນສິນຄ້າສົ່ງອອກ ໃຫ້ຫລາຍກວ່າເກົ່າ ເພື່ອຫລຸດຜ່ອນ ແລະ ດູນດ່ຽງ ການນຳເຂົ້າສິນຄ້າ; ສືບຕໍ່ປະຕິບັດແຜນການ ດ້ານຂະບວນການ ແລະ ເທສະການຕ່າງໆ ຂອງແຂວງ-ບັນດາເມືອງ ເພື່ອຊຸກຍູ້ສົ່ງເສີມການຜະລິດ, ການບໍລິການ, ການທ່ອງທ່ຽວ, ການຈໍາໜ່າຍສິນຄ້າ ແລະ ການພົວພັນຮ່ວມມື ກັບບັນດາທ້ອງຖິ່ນ ຂອງປະເທດໃກ້ຄຽງ; ສືບຕໍ່ປັບປຸງ ການບໍລິການ ຢູ່ບັນດາດ່ານ ເຂົ້າ-ອອກ ທີ່ເຊື່ອມຕໍ່ກັບບັນດາປະເທດໃກ້ຄຽງ; ສຸມໃສ່ການເກັບລາຍຮັບ ປີ 2022 ໃຫ້ໄດ້ຕາມແຜນ ພ້ອມທັງເອົາໃຈໃສ່ໃນການສ້າງ ແລະ ຈັດຕັ້ງປະຕິບັດແຜນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃນປີ 2023 ເພື່ອສູ້ຊົນໃຫ້ແຂວງ ສືບຕໍ່ເປັນແຂວງກຸ້ມຕົນເອງ ທາງດ້ານລາຍຈ່າຍງົບປະມານ; ເອົາໃຈໃສ່ປະເມີນ ແລະ ຈັດລຽງບູລິມະສິດ ໂຄງການທີ່ຈະສືບຕໍ່ ແລະ ລົງທຶນໃໝ່ ຢູ່ພາຍໃນແຂວງ ເພື່ອເຮັດໃຫ້ການປະຕິບັດແຜນລາຍຈ່າຍ ມີປະສິດທິພາບ ແລະ ປະສິດທິຜົນສູງ, ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາຕົວຈິງ; ສົມທົບກັບກະຊວງທີ່ກ່ຽວຂ້ອງ ໃນການພັດທະນາວຽກງານດ້ານຕ່າງໆ ຢູ່ບາງເຂດບໍລິເວນຊາຍແດນ ໃຫ້ມີຄວາມຄືບໜ້າເປັນກ້າວໆ, ລວມທັງ ການພັດທະນາພື້ນຖານໂຄງລ່າງ ຢູ່ພາຍໃນແຂວງ ທີ່ເປັນໂຄງການໃຫຍ່; ປະເມີນ ແລະ ຄົ້ນຄວ້າພິຈາລະນາ ເພື່ອຢຸດຕິບັນດາໂຄງການລົງທຶນ ທີ່ເຫັນວ່າບໍ່ມີປະສິດທິຜົນ ແລ້ວຫັນໄປນຳໃຊ້ພື້ນທີ່ດັ່ງກ່າວ ທຳການຜະລິດ, ການທ່ອງທ່ຽວ ແລະ ການບໍລິການອື່ນໆ ທີ່ຈະເກີດປະໂຫຍດສູງກວ່າ.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າພາກ ຂອງບໍລິສັດຈະເລີນເຊກອງພະລັງງານ ຈຳກັດ ທີ່ເມືອງປາກຊ່ອງ ພ້ອມທັງຢ້ຽມຢາມສະມາຄົມສົ່ງເສີມຊາປາກຊ່ອງ ທີ່ບ້ານຫລັກ 45 ເມືອງປາກຊ່ອງ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version