Home ຂ່າວພາຍໃນ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງສະໜອງທຶນບ້ວງເງີນ ປະກອບທຶນຂອງລັດຖະບານໃຫ້ 5 ທະນາຄານທຸລະກິດ

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງສະໜອງທຶນບ້ວງເງີນ ປະກອບທຶນຂອງລັດຖະບານໃຫ້ 5 ທະນາຄານທຸລະກິດ

0

ລັດຖະບານໄດ້ປະກອບທຶນ ຈຳນວນ 100 ຕື້ກີບ ເປັນງວດທີ II ຂອງປີ 2022 ໃຫ້ກອງທຶນສົ່ງເສີມວິ ສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໃນນັ້ນ 91 ຕື້ກີບ ຈັດສັນເພື່ອສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດ, ວິສາຫະ ກິດຂະໜາດນ້ອຍ ແລະ ກາງ (ຈນກ) ທີ່ນອນໃນ 4 ຂະແໜງບູລິມະສິດ ໃນອັດຕາດອກເບ້ຍ 3% ຕໍ່ປີ ຜ່ານ 5 ທະນາຄານທຸລະກິດ.

ພິທີເຊັນສັນຍາສະຫນອງທຶນຈັດຂຶ້ນໃນຕອນເຊົ້າຂອງວັນທີ 06 ທັນວາ 2022 ທີ່ ຫ້ອງປະຊຸມໃຫຍ່ ກະຊວງອຸດ ສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ.

5 ທະນາຄານທຸລະກິດດັ່ງກ່າວ ລວມມີ: ທະນາຄານ ໄຊງ່ອນເທືອງຖິ່ນລາວ ມູນຄ່າ 20 ຕື້ກີບ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ມູນຄ່າ 20 ຕື້ກີບ, ທະນາຄານ ມາຣູຮານເຈແປນ ລາວ ມູນຄ່າ 15 ຕື້ກີບ, ທະນາຄານພັດທະ ນາລາວ ມູນຄ່າ 15 ຕື້ກີບ ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (ຄູ່ຮ່ວມມືໃໝ່) ມູນຄ່າ 21 ຕື້ກີບ.

ເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນສັນຍາຄັ້ງນີ້ມີ ສະມາຊິກສະພາບໍລິຫານ ທສວ, ຜູ້ຕາງໜ້າຈາກ ກະຊວງ ຂະແໜງການກ່ຽວຂ້ອງຂອງພາກລັດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແລະ ບັນດາ ສະມາຄົມທຸລະກິດ ລວມທັງໝົດ 85 ທ່ານ.

ສໍາລັບຈຸນລະວິສະຫະກິດ, ວິສະຫະກິດຂະຫນາດນ້ອຍ ແລະ ກາງ ທີ່ມີຄວາມສົນໃຈກູ້ຢືມໃນບ້ວງທຶນດັ່ງກ່າວ ສາມາດປະສານກັບ 5 ທະນາຄານທີ່ເຊັນສັນຍາໃນຄັ້ງນີ້ໄດ້ໂດຍກົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version