Home ຂ່າວພາຍໃນ ງານແຂ່ງຂັນເທດສະການອາຫານ ປະຈຳປີ 2022 ຢູ່ແຂວງໄຊສົມບູນ

ງານແຂ່ງຂັນເທດສະການອາຫານ ປະຈຳປີ 2022 ຢູ່ແຂວງໄຊສົມບູນ

0

ເນື່ອງໃນງານສົມໂພດຫໍຫລັກເມືອງ ແລະ ຮູບປັ້ນຫລໍ່ເຈົ້າອະນຸວົງ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ຄະນະກຳມະການງານຕະຫລາດນັດວາງສະແດງສິນຄ້າ ແລະ ເທດສະການອາຫານ ໄດ້ຈັດງານແຂ່ງຂັນເທດສະການອາຫານຂຶ້ນ ໃນຕອນເຊົ້າຂອງວັນທີ 3 ທັນວາ 2022 ນີ້ ຢູ່ທີ່ໜ້າຫໍຫລັກເມືອງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ຫົວໜ້າພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ, ພ້ອມດ້ວຍຄະນະກຳມະການແຂ່ງຂັນ ຕະຫລອດຮອດສະຫະພັນແມ່ຍິງເມືອງ 5 ເມືອງ ແລະ ຕົວແທນຈາກຮ້ານອາຫານ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ສຸກຊົ່ງ ຕົ່ງສື ຮອງປະທານສະຫະພັນແມ່ຍິງແຂວງ ໄດ້ຂຶ້ນລາຍງານການຈັດງານການແຂ່ງຂັນ ເທດສະການອາຫານ ປະຈຳປີ 2022 ເພື່ອເປັນການສົ່ງເສີມອາຫານທີ່ເປັນເອກະລັກຂອງຊາວແຂວງໄຊສົມບູນ ຄັ້ງທີ 2 ຊຶ່ງການແຂ່ງຂັນປຸງແຕ່ງອາຫານໃນຄັ້ງນີ້ ມີຕົວແທນເຂົ້າຮ່ວມແຂ່ງຂັນ 12 ພາກສ່ວນ ແລະ ມີອາຫານທີ່ເປັນເອກະລັກຂອງ 5 ເມືອງຄື: ສະຫະພັນແມ່ຍິງເມືອງຮົ່ມ ເມນູຕົ້ມໝູລາດໃສ່ຂີງ, ສະຫະພັນແມ່ຍິງເມືອງລ້ອງຊານ ຕົ້ມໄກ່ລາດໃສ່ຢາພື້ນເມືອງ, ສະຫະພັນແມ່ຍິງເມືອງອະນຸວົງ ປິ້ງໄກ່ລາດທາປາແດກ, ສະຫະພັນແມ່ຍິງເມືອງທ່າໂທມ ລາບໄກ່ງວງ, ສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ ໜຶ້ງໄກ່ລາດສະໝຸນໄພ, ຮ້ານອາຫານສາຍພູດອຍ ໝົກປາໃສ່ບັ້້ງໄມ້ໄຜ່, ສະຫະພັນແມ່ຍິງເມືອງລ້ອງແຈ້ງ ເອາະເຄື່ອງສ້ອນ, ສະຫະພັນແມ່ຍິງໜ່ວຍພະແນກແຮງງານ ແລະ ສະຫວັດດີການສັງຄົມ ເອາະນົກຊີດ, ສະຫະພັນແມ່ຍິງ ໜ່ວຍພະແນກກະສິກຳ ແລະ ປ່າໄມ້ ແມ່ນສຸບຜັກ, ຮ້ານອາຫານສົມວິໄລ ໝົກເຄື່ອງໃນປາ, ແກງປາ, ກ້ອຍປາ, ຮ້ານອາຫານຄຳພາ ຕົ້ມໝູລາດສະໝຸນໄພ, ສະຫະພັນແມ່ຍິງ ໜ່ວຍພະແນກສຶກສາທິການ ແລະ ກິລາ ເຂົ້າໜຽວອົບໄກ່ລາດ, ທັງ 12 ພາກສ່ວນຈະໄດ້ປຸງແຕ່ງອາຫານໃຫ້ແກ່ຄະນະກຳມະການຊິມ ພ້ອມທັງຕັດສິນຈາກຄວາມແຊບ, ຄວາມສະອາດ ທີ່ຖືກຫລັກອານາໄມ ແລະ ຄວາມສວຍງາມໃນການແຕ່ງຈານ.

ພ້ອມດຽວກັນນີ້ ຄະນະກຳມະການໄດ້ຮັບຊິມອາຫານ ແລະ ລົງຄະແນນໃຫ້ແຕ່ລະພາກສ່ວນ ເພື່ອຄັດເລືອກເອົາຜູ້ທີ່ຊະນະເລີດ, ຊຶ່ງຜົນການຕັດສິນລາງວັນທີ 1 ໄດ້ແກ່ສະຫະພັນແມ່ຍິງເມືອງລ້ອງແຈ້ງ ເມນູເອາະເຄື່ອງສ້ອນ ໃຫ້ກຽດມອບລາງວັນໂດຍທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ໄດ້ຮັບເງິນຈຳນວນ 3,000,000 ກີບ, ລາງວັນທີ 2 ໄດ້ແກ່ຮ້ານອາຫານສາຍພູດອຍ ເມນູໝົກປາໃສ່ບັ້້ງໄມ້ໄຜ່ ໃຫ້ກຽດມອບໂດຍທ່ານ ສຸກສະຫວາດ ວົງພູມເຫລັກ, ຮອງເຈົ້າແຂວງໄຊສົມບູນ ໄດ້ຮັບເງິນຈຳນວນ 2,000,000 ກີບ, ລາງວັນທີ 3 ໄດ້ແກ່ຮ້ານອາຫານສົມວິໄລ ໝົກເຄື່ອງໃນປາ, ແກງປາ, ກ້ອຍປາ ໃຫ້ກຽດມອບໂດຍທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໄດ້ຮັບເງິນຈຳນວນ 1,000,000 ກີບ ແລະ ອີກ 9 ພາກສ່ວນແມ່ນໄດ້ຮັບລາງວັນຊົມເຊີຍ ໃຫ້ກຽດມອບໂດຍ ທ່ານ ນາງ ສາຄອນ ຮຸ່ງບຸນຍວງ ຕາງໜ້າຄອບຄົວການນຳແຂວງ ໄດ້ຮັບເງິນຈຳນວນ 500,000 ກີບ. ທັງນີ້ກໍເພື່ອເປັນການສະເຫລີມສະຫລອງງານສົມໂພດຫໍຫລັກເມືອງ ແລະ ຮູບປັ້ນຫລໍ່ເຈົ້າອະນຸວົງ ແລະ ທັງເປັນການສົ່ງເສີມການທ່ອງທ່ຽວ ແຂວງໄຊສົມບູນ ໃຫ້ມີຂະບວນການຟົດຟື້ນ. ຊຶ່ງງານເທດສະການອາຫານ ຈະໄດ້ດຳເນີນເປັນເວລາ 7 ວັນ, ເລີ້ມແຕ່ວັນທີ 2 ທັນວາ ຫາ ວັນທີ 8 ທັນວາ 2022.

_________________________

#Media Laos

#xaysomboun

ບກ: ຄຳສາວ ເລືອງຄຳທິບ

ພາບ- ຂ່າວ: ສີລິພອນ ສົງຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version