Home ຂ່າວໜ້າໜຶ່ງ ທ່ານ ສີຈິ້ນຜິງ ໃນສາຍຕາຂອງທ່ານ ທອງລຸນ ສີສຸລິດ

ທ່ານ ສີຈິ້ນຜິງ ໃນສາຍຕາຂອງທ່ານ ທອງລຸນ ສີສຸລິດ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ໃນວັນ ທີ 29 ພະຈິກ ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ສປ ຈີນ ທາງລັດຖະກິດ. ໃນເວລາໃຫ້ສຳພາດຕໍ່ ນັກຂາວ CMG ໃນກ່ອນໜ້ານີ້, ທ່ານ ທອງລຸນ ສີສຸລິດ ໄດ້ຫວນຄືນເລື່ອງ ມ່ວນຊື່ນເລື່ອງໜຶ່ງທີ່ໄດ້ພົວພັນກັບທ່ານ ສີຈິ້ນຜິງ ໃນໄລຍະຈັດງານວາງ ສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທຳອິດເມື່ອປີ 2018.

ວັນທີ 5 ພະຈິກ ປີ 2018, ທ່ານ ທອງລຸນ ສີສຸລິດ ໄດ້ໄປເຂົ້າຮ່ວມງານວາງ ສະແດງສິນຄ້ານຳເຂົ້າສາກົນຈີນ ຢູ່ນະຄອນຊຽງໄຮ. ຕອນນັ້ນ, ທ່ານ ທອງລຸນ ສີສຸລິດ ກັບທ່ານ ສີຈິ້ນຜິງ ພ້ອມດ້ວຍຜູ້ນຳຫລາຍທ່ານ ໄດ້ເຂົ້າ ຊົມຫໍວາງສະແດງຕ່າງໆ. ເມື່ອເຂົ້າຊົມຫໍວາງສະແດງລົດໄຟຄວາມໄວສູງ, ທ່ານ ທອງລຸນ ສີສຸລິດ ທີ່ເປັນນາຍົກລັດຖະມົນຕີ ສປປ ລາວ ໃນຕອນນັ້ນ ໄດ້ສະເໜີວ່າ ຢາກໄປນັ່ງຂັບລົດໄຟຂະບວນທີ່ວາງສະແດງຢູ່ທີ່ນັ້ນ, ເພາະວ່າ ອີກບໍ່ດົນ, ປະເທດລາວຈະເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນແລ້ວ. ທ່ານ ສີຈິ້ນຜິງ ຟັງແລ້ວຕອບວ່າ: “ເຊີນ! ເຊີນ!”

ທ່ານ ທອງລຸນ ສີສຸລິດ ມີຄວາມປະທັບໃຈຫລາຍຕໍ່ງານວາງສະແດງ ຄັ້ງນັ້ນ. ໂດຍທ່ານ ໄດ້ເວົ້າວ່າ: “ເຖິງວ່າລາວ ມີບຸດສນ້ອຍໆ, ແຕ່ວ່າທ່ານ ສີຈິ້ນຜິງ ກໍໄດ້ຍ່າງໄປເບິ່ງໄປຊົມ.” ທ່ານ ໄດ້ເອົາຊາພັນປີທີ່ຜະລິດຢູ່ລາວ ໃຫ້ທ່ານ ສີຈິ້ນຜິງ ເບິ່ງ, ທ່ານ ສີຈິ້ນຜິງ ເວົ້າວ່າ: ໂອ! ຊານີ້ມີຄຸນນະພາບດີ ຫລາຍ! ຫລັງຈາກນັ້ນ, ບໍລິສັດທີ່ຜະລິດຊາພັນປີແຫ່ງນີ້ໄດ້ຂາຍດິບຂາຍດີ, ນີ້ສະແດງໃຫ້ເຫັນວ່າ: ທ່ານ ສີຈິ້ນຜິງ ຍ່າງໄປຮອດບ່ອນໃດ, ປະຊາຊົນກໍ ປະທັບໃຈ ແລະໃຫູ້ຄວາມສົນໃຈຢ່າງສູງຢູ່ບ່ອນນັ້ນ.

ທ່ານ ທອງລຸນ ສີສຸລິດ ກ່າວອີກວ່າ: “ທຸກຄັ້ງທີ່ຂ້າພະເຈົ້າ ມີໂອກາດ ພົບປະກັບທ່ານ ສີຈິ້ນຜິງ, ກໍມີຄວາມປະທັບໃຈອັນເລິກເຊິ່ງຕໍ່ຄວາມເປັນ ມິດໄມຕີຂອງທ່ານ ສີຈິ້ນຜິງ. ຄວາມເປັນມິດໄມຕີຂອງເພິ່ນບໍ່ສະເພາະແຕ່ ໃນເວລາແລກປ່ຽນຄວາມຄິດຄວາມເຫັນ ແລະເວລາທີ່ສົນທະນາກັນ ເທົ່ານັ້ນ, ແຕ່ວ່າເປັນມິດໄມຕີທີ່ອອກຈາກຈິດໃຈຂອງເພິ່ນຢ່າງແທ້ຈິງ. ເພິ່ນໃຫ້ກຽດ, ໃຫ້ຄວາມອົບອຸ່ນແກ່ຄູ່ສົນທະນາ, ໂດຍສະເພາະຄູ່ສົນທະນາ ທີ່ມີອຸດົມການດຽວກັນ, ເພິ່ນຕັ້ງໃຫ້ບົດຮຽນ ແລະປະສົມການຢ່າງຈິງໃຈ ອີກດ້ວຍ.”

ທ່ານ ທອງລຸນ ສີສຸລິດ ກ່າວຕື່ມວ່າ, ເພິ່ນຕິດຕາມການເຄື່ອນໄຫວ ຢູ່ພາຍໃນ ແລະຕ່າງປະເທດຂອງທ່ານ ສີຈິ້ນຜິງ ເລື້ອຍໆ ແລະເຫັນວ່າ: ທ່ານ ສີຈິ້ນຜິງ ເປັນຄົນທີ່ມີຫລັກການ, ມີຫລັກໝັ້ນ, ມີຄວາມເດັດຂາດ ເດັດດ່ຽວທາງດ້ານທັດສະນະ, ທັງເປັນຜູ້ນຳທີ່ມີຄວາມເຂັ້ມແຂງໜັກ ແໜ້ນ, ເປັນຜູ້ນຳທີ່ເຕັມໄປດ້ວຍຄວາມຮູ້, ມີວິໄສທັດກວ້າງໄກ ແລະມີ ຄວາມສາມາດທີ່ໂດດເດັ່ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version