Home ຂ່າວໜ້າໜຶ່ງ ຫສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝ XI

ຫສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝ XI

0

ໃນວັນທີ 25 ພະຈິກ 2022 ນີ້ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງການເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝ XI, ພ້ອມທັງຈັດພິທີມອບບັດສະມາຊິກພັກຈໍານວນ 40 ສະຫາຍ ແລະ ປະກາດການແຕ່ງຕັ້ງຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ 1 ສະຫາຍ, ແຕ່ງຕັ້ງຕຳແໜ່ງຮອງຫົວໜ້າກົມ 4 ສະຫາຍ ແລະ ຍັງໄດ້ສັບຊ້ອນລັດຖະກອນພາຍໃນຫ້ອງວ່າການສູນກາງພັກຈຳນວນໜຶ່ງພາຍໃນຫ້ອງວ່າການສູນກາງພັກ. ໃຫ້ກຽດເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າສູນກາງພັກ, ມີບັນດາຄະນະພັກ, ຄະນະກົມ-ຮອງກົມ, ພ້ອມດ້ວຍພະນັກງານພາຍໃນຫ້ອງການດັ່ງກ່າວ ເຂົ້າຮ່ວມ.

ການຈັດຕັ້ງເຊື່ອມຊຶມມະຕິຂອງພັກ ໃນຄັ້ງນີ້, ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານຫລັກແຫລ່ງພາຍໃນ ຫ້ອງວ່າສູນກາງພັກ ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບເນື້ອໃນກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອຫັນເປັນແຜນການ, ໂຄງການອັນລະອຽດ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ໄປຕາມແນວທາງນະໂຍບາຍຂອງພັກ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ.

ພະນັກງານຫລັກແຫລ່ງທີ່ຂຶ້ນກັບ ຫ້ອງວ່າການສູນກາງພັກ ຕ້ອງເຫັນໄດ້ຄວາມໝາຍຄວາມສຳຄັນຂອງມະຕິດັ່ງກ່າວ ຕໍ່ກັບສະພາບການຜັນແປຢ່າງສັບສົນ ຢູ່ທົ່ວພາກພຶ້ນ ແລະ ສາກົນໃນປະຈຸບັນ; ທັງມີການຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ແຜນເງິນ ຕາໄລຍະ 9 ເດືອນ, ວຽກຈຸດສຸມທ້າຍປີ 2022 ແລະ ທິດທາງແຜນການປີ 2023 ທີ່ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເພື່ອຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ.

ພ້ອມນີ້, ຄະນະບໍລິຫານງານສູນກາງພັກ ຍັງໄດ້ໃຫ້ທິດຊີ້ນໍາ ແລະ ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນ, ນໍາພາ-ຊີ້ນໍາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ຕິດພັນກັບການຍູ້ແຮງຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ກໍຄືການແກ້ໄຂບັນຫາຕົວຈິງ ທີ່ເກີດຂຶ້ນໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີປະສິດ ທິພາບ.

ຂ່າວ-ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version