Home ຂ່າວຕ່າງປະເທດ ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບຜູ້ແທນ ສູນກາງແນວໂຮມປະເທດຊາດຫວຽດນາມ

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບຜູ້ແທນ ສູນກາງແນວໂຮມປະເທດຊາດຫວຽດນາມ

0

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ເລຕຽນເຈົ່າ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານ ຜູ້ປະຈຳການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມ ຄະນະ ໃນວັນທີ 23 ພະຈິກ 2022 ທີ່ເມືອງໜອງບົກ ແຂວງຄຳມ່ວນ, ມີຮອງປະທານສູນກາງແນວລາວສ້າງຊາດ, ຄະນະນໍາຂອງແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຕ້ອນຮັບ.

ໃນພິທີ, ທ່ານຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລາຍງານຜົນສຳເລັດກອງປະຊຸມສາກົນເສີມສ້າງຊາຍແດນ ລາວ-ຫວຽດນາມ ສັນຕິພາບ, ມິດຕະພາບ, ຮ່ວມມືກັນພັດທະ ນາ ທີ່ແຂວງສະຫວັນນະເຂດ ແລະ ທ່ານຍັງໄດ້ຢືນຢັນວ່າ ຈະສືບຕໍ່ນຳເອົາບັນດາເນື້ອໃນຂອງກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແນວໂຮມຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຕ່າງໆຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ຂອງສອງປະເທດ ເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາກິດຈະ ກຳຕ່າງໆ ທີ່ໄດ້ລົງນາມ ຂໍ້ແຂ່ງຂັນຂອງກອງປະຊຸມ ໃຫ້ໄດ້ຮັບຜົນສຳເລັດ.

ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມດັ່ງກ່າວ.

ພ້ອມກັນນີ້, ສອງຝ່າຍໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອານຸສອນສະຖານປະທານໂຮ່ຈີມິນ ທີ່ບ້ານຊຽງຫວາ ເມືອງໜອງບົກ, ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ແລະ ສວນ 21 ມີນາ ຂອງ ປະທານ ສຸພານຸວົງ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູ້ຮູ້ບຸນຄຸນ ຕໍ່ກັບບັນດາວິລະບູລຸດແຫ່ງຊາດ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ເພື່ອປະຊາຊົນ ດ້ວຍຄວາມສັດຊື່ ບໍລິສຸດ ແລະ ໃນໂອກາດດັ່ງກ່າວ, ຄະນະຜູ້ແທນໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ວັນໄຊ ຟອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໆ ຄໍາມ່ວນ ຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version