Home ຂ່າວໜ້າໜຶ່ງ ໂຄງການບັນທືກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ສໍາພັດຕົວເມືອງວັງວຽງ

ໂຄງການບັນທືກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ສໍາພັດຕົວເມືອງວັງວຽງ

0

ວັນທີ 22 ພະຈິກນີ້ ທີມງານໂຄງການບັນທືກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ໄດ້ເຂົ້າຢ້ຽມພົບປະກັບອຳນາດການປົກຄອງເມືອງວັງວຽງ ແຂວງວຽງຈັນ ແລະ ເຄື່ອນໄຫວເຮັດວຽກຢູ່ສະຖານນີວັງວຽງ ເຊິ່ງໄດ້ຮັບການຕ້ອນຮັບຈາກທ່ານສຸວຽງທອງ ວົງຈໍາປາ ຮອງເຈົ້າເມືອງໆ ວັງວຽງ ພ້ອມດ້ວຍບັນດາຫົວໜ້າຂະແໜງການຕ່າງໆ ຢ່າງອົບອຸ່ນ.

ທ່ານ ທອງໃບ ໂພທິສານ ຕາງໜ້າໂຄງການໄດ້ກ່າວບຂອບໃຈຕໍ່ການຕ້ອນຮັບຂອງການນໍາເມືອງວັງວຽງ ພ້ອມທັງໄດ້ລາຍງານຈຸດປະສົງການເຄື່ອນໄຫວຂອງໂຄງການໃຫ້ການນໍາເມືອງວັງວຽງໄດ້ຮັບຊາບ.

ທ່ານຮອງເຈົ້າເມືອງໄດ້ສະແດງຄວາມຂອບໃຈມາຍັງໂຄງການບັນທືກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນທີ່ໄດ້ເຄື່ອນໄຫວລາຍງານຄວາມຈິງ ແລະ ໂຄສະນາຕາມເສັ້ນທາງລົດໄຟຢູ່ສະຖານນີກາສີ ແລະ ວັງວຽງ. ພ້ອມດຽວກັນນັ້ນທ່ານຮອງເຈົ້າເມືອງ, ຫົວໜ້າຫ້ອງວ່າການຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວເມືອງ ແລະ ຂະແໜງການຕ່າງໆ ກໍ່ໄດ້ຂຶ້ນນໍາສະເໜີສະພາບລວມຂອງເມືອງວັງວຽງ ລວມເຖິງຂໍ້ມູນຕ່າງໆ ກ່ຽວກັບເສັ້ນທາງລົດໄຟລາວ-ຈີນ ໃນເມືອງວັງວຽງ.

ໃນໄລຍະເຄື່ອນໄຫວຢູ່ເມືອງວັງວຽງ ຄື: ໃນວັນທີ 23 ພະຈິກ ທີມງານບັນທືກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນໄດ້ເດີນທາງໄປເຄື່ອນໄຫວເກັບກັບຂໍ້ມູນຢູ່ສະຖານນີວັງວຽງ ແລະ ສະຖາກາສີຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version