Home ຂ່າວພາຍໃນ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານປະກັນສັງຄົມ

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານປະກັນສັງຄົມ

0

ພິທີເຊັນບົດບັນທຶກຄວາມເຂົ້າໃຈທາງດ້ານວຽກງານປະກັນສັງຄົມ ລະຫວ່າງ ອົງການປະກັນສັງຄົມແຫ່ງຊາດລາວ ແລະ ປະກັນສັງຄົມ ຫວຽດນາມ ຈັດຂຶ້ນໃນວັນທີ 22 ພະຈິກ 2022, ທີ່ແຂວງຫລວງພະບາງ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະ ມົນຕີ ກະຊວງແຮງງານ ແລະ ສະຫວັດີການສັງຄົມ(ຮສສ) ແລະ ທ່ານ ດາວ ຫວຽດ ແອງ ຮອງຜູ້ອຳນວຍການ ປະກັນສັງຄົມ ຫວຽດນາມ.

ໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ສອງຝ່າຍເຫັນດີເອກະພາບ ສືບຕໍ່ຮ່ວມມືແລກປ່ຽນ ແລະ ເພື່ອພັດທະນາວຽກງານປະກັນສັງຄົມໃນ 5 ປີຕໍ່ໜ້າ 2022-2025 ເປັນຕົ້ນ ການແລກປ່ຽນບົດຮຽນທາງດ້ານວິຊາການ ກ່ຽວກັບວຽກງານກວດກາປະກັນສັງຄົມ; ແລກປ່ຽນບົດຮຽນທາງດ້ານວິຊາການກ່ຽວກັບວຽກຂໍ້ມູນຂ່າວສານເຕັກໂນໂລຊີ (IT); ແລກປ່ຽນບົດຮຽນກ່ຽວກັບວຽກປະຊາສໍາພັນ (ປະ ກັນສັງຄົມຫວຽດນາມ ສະເໜີລົງປະຊາສຳພັນຕົວຈິງກັບປະກັນສັງຄົມລາວ); ການແລກປ່ຽນບົດຮຽນ ກ່ຽວກັບ ການບໍລິການປະກັນສັງຄົມຜ່ານລະບົບອອນລາຍ (online); ການແລກປ່ຽນບົດຮຽນກ່ຽວກັບວິທີການ, ຮູບການຂົນຂວາຍເອົາຜູ້ປະກັນຕົນແບບສະໝັກໃຈ ໃຫ້ເຂົ້າສູ່ລະບົບປະກັນສັງຄົມ; ການແລກປ່ຽນບົດຮຽນກ່ຽວກັບການບໍລິການທີ່ທັນສະໄໝ ໂດຍຜ່ານແອັບພຣີເຄຊັນເທິງມືຖື; ການແລກ ປ່ຽນບົດຮຽນຂອງຄະນະສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດລາວ; ຈັດກອງປະຊຸມທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດກິດຈະກໍາ ໄລຍະ 2022-2025.

ທ່ານ ປະເດີມພອນ ສົນທະນີ ກ່າວວ່າ: ໃນໄລຍະຜ່ານມາ, ການຮ່ວມມືສອງຊາດ ລະຫວ່າງ ລາວ ແລະ ຫວຽດນາມ ແມ່ນດຳເນີນໄປຢ່າງໃກ້ສິດ, ສະໜິດສະໜົມ ໂດຍສະເພາະ ໃນຂົງເຂດວຽກງານປະກັນສັງຄົມ ແມ່ນໄດ້ມີການປະສານສົມທົບເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ເຖິງວ່າໄລຍະຜ່ານມາ ພວກເຮົາຈະພົບກັບບັນຫາຄວາມຫຍຸ້ງຍາກ ໂດຍສະເພາະ ການລະບາດຂອງພະຍາດໂຄວິດ-19, ແຕ່ທັງສອງຝ່າຍໄດ້ເອົາໃຈໃສ່ປະຕິບັດວຽກງານຮ່ວມກັນ ດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ພ້ອມກັນເຄື່ອນໄຫວກິດຈະກຳແລກປ່ຽນໄປຢ້ຽມຢາມ, ປຶກສາຫາລືວຽກງານຕົວຈິງ ເພື່ອແລກປ່ຽນບົດຮຽນຮ່ວມກັນຕາມແຜນປະຕິບັດງານໃນບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ. ແຕ່ເຖິງຢ່າງໃດກໍຕາມ ຄຽງຄູ່ກັບດ້ານສໍາເລັດທີ່ສອງຝ່າຍຍາດມາໄດ້ ກໍປາສະຈາກບໍ່ໄດ້ ບາງຂໍ້ຄົງຄ້າງທີ່ສອງຝ່າຍຈະໄດ້ຮ່ວມກັນສຶບຕໍ່ຈັດຕັ້ງປະຕິບັດ, ກະຊວງ ຮສສ ເຊື່ອໝັ້ນວ່າ ການສືບຕໍ່ຄົ້ນຄວ້າບັນດາແຜນການຮ່ວມມືກັນໃນຊຸມປີຕໍ່ໜ້າຈະເປັນເງື່ອນໄຂສຳຄັນ ເພື່ອໃຫ້ທັງສອງຝ່າຍ ໄດ້ພ້ອມກັນສ້າງໂອກາດໃນການຊຸກຍູ້, ສົ່ງເສີມ, ຊ່ວຍເຫລືອຊຶ່ງກັນ ແລະ ກັນ ເຮັດໃຫ້ການພົວພັນຮ່ວມມືແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມກັນປັບປຸງວຽກງານປະກັນສັງຄົມໃຫ້ມີການພັດທະນາຄຽງຄູ່ກັນໄປ, ລວມທັງ ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ແລະ ປະກັນສັງຄົມຫວຽດນາມ ໃນຄັ້ງນີ້ດ້ວຍ.

ຂ່າວ-ພາບ: ຂ່າວສານ ຮສສ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version