Home ຂ່າວພາຍໃນ ຄັງເງິນແຫ່ງຊາດ ຝຶກອົບຮົມວຽກ ແຂ່ງຂັນ ແລະ ຍ້ອງຍໍໃຫ້ພະນັກງານ-ລັດຖະກອນ

ຄັງເງິນແຫ່ງຊາດ ຝຶກອົບຮົມວຽກ ແຂ່ງຂັນ ແລະ ຍ້ອງຍໍໃຫ້ພະນັກງານ-ລັດຖະກອນ

0

ຄັງເງິນແຫ່ງຊາດ ກະຊວງການເງິນ ຈັດຝຶກອົບຮົມວຽກງານແຂ່ງຂັນ ແລະ ຍ້ອງຍໍ ໃຫ້ພະນັກງານ-ລັດຖະກອນ ພາຍໃນຄັງເງິນແຫ່ງຊາດ ໃນວັນທີ 22 ພະຈິກ 2022 ເພື່ອສ້າງຂີດຄວາມສາມາດໃຫ້ພະນັກງານ-ລັດຖະກອນຄັງເງິນແຫ່ງຊາດ ຮັບຮູ້, ເຂົ້າໃຈເລິກເຊິ່ງໃນວຽກງານແຂ່ງຂັນ ແລະ ຍ້ອງຍໍ ແລະ ເພື່ອເປັນການປ່ຽນແປງໃໝ່ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄຸນນະ ພາບເທື່ອລະກ້າວ.

ທ່ານນາງ ຄອນມະນີ ພິມມະສັກ ຮອງຫົວໜ້າຄັງເງິນແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຫລາຍ ໂດຍຜູ້ເຂົ້າຮ່ວມໄດ້ພ້ອມຄົ້ນຄວ້າ, ສົນທະນາ, ແລກ ປ່ຽນບົດຮຽນ ແລະ ຍາດແຍ່ງເອົາຄວາມຮູ້ນໍາຄູຝຶກ ກ່ຽວກັບວຽກງານແຂ່ງຂັນ ແລະ ຍ້ອງຍໍ, ສ້າງຄວາມເຂົ້າໃຈເປັນເອກະພາບສູງ ຕໍ່ການນໍາເອົາເນື້ອໃນຈິດໃຈຂອງວຽກງານດັ່ງກ່າວ ນໍາມາຈັດຕັ້ງປະຕິ ບັດໃຫ້ມີຜົນສໍາເລັດ.

ຊຸດຝຶກອົບຮົມດັ່ງກ່າວ, ທ່ານ ວັນນະ ບຸບຜາ ຫົວໜ້າກົມແຂ່ງຂັນ-ຍ້ອງຍໍກະຊວງພາຍໃນ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ, ການກໍາເນີດເຕີບໃຫຍ່, ກໍາໄດ້ວຽກງານແຂ່ງຂັນ ແລະ ຍ້ອງຍໍເພາະວຽກງານດັ່ງກ່າວແມ່ນພັກ-ລັດ ໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ເພື່ອສ້າງຄວາມເຕີບໃຫຍ່ເຂັ້ມ ແຂງໃຫ້ຖັນແຖວພະນັກງານ, ຖືເປັນຍຸດທະສາດໜຶ່ງທີ່ສຳຄັນຂອງພັກ ແລະ ລັດໃນການແຂ່ງຂັນຍ້ອງຍໍ ຄົ້ນຄວ້າ, ໄຈ້ແຍກໃຫ້ໄດ້ວຽກດີ ຄົນເດັ່ນ ເພື່ອເສີມຂະຫຍາຍດ້ານດີດ້ານເດັ່ນ, ພ້ອມກັນຊອກຫາວິທີການປັບປຸງບັນຫາທີ່ຍັງຂາດຕົກບົກຜ່ອງ ແລະ ມີຄວາມຈຳເປັນທີ່ຕ້ອງໄດ້ຈັດຕັ້ງປະຕິບັດ, ເພາະວຽກງານດັ່ງກ່າວ ຖືເປັນເຄື່ອງມືວັດແທກດ້ານຕັ້ງໜ້າ ແລະ ຫຍໍ້ທໍ້ຂອງບຸກຄົນ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ພະນັກງານຄັງເງິນແຫ່ງຊາດ ມີຄວາມຮັບຮູ້ໃນວຽກງານດັ່ງກ່າວ ແລະ ພັດທະນາຕົນເອງໃຫ້ກາຍເປັນຄົນດີເດັ່ນ ສາມາດປະຕິບັດວຽກງານໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ຢ່າງມີປະສິທິພາບດີຂຶ້ນເປັນກ້າວໆ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version