Home ຂ່າວຕ່າງປະເທດ ເປີດກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ

ເປີດກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 22 ພະຈິກ ຜ່ານມາ, ກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ໄດ້ເປີດຂຶ້ນທີ່ນະຄອນຫຼວງຮ່າໂນ້ຍ ຫວຽດນາມ. ໂດຍມີການເຂົ້າຮ່ວມຂອງຜູ້ແທນ 200 ທ່ານ, ໃນນັ້ນມີຜູ້ແທນສາກົນປະມານ 100 ທ່ານ.

ຂ່າວລະບຸວ່າ: ທ່ານ ເຈີ່ນແທງເມີ້ນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນໃນພິທີ ເນັ້ນໜັກວ່າ: ສັນຕິພາບ, ເອກະລາດ ແລະ ເສລີພາບ ແມ່ນຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນຫວຽດນາມ ແລະ ແມ່ນເປົ້າໝາຍລຸລວງຂອງການປະຕິວັດຫວຽດນາມ. ທ່ານເຊື່ອໝັ້ນວ່າ: ກອງປະຊຸມໃຫຍ່ ຄັ້ງທີ 22 ຂອງສະພາສັນຕິພາບໂລກ ຈະກຳນົດທິດຍຸດທະສາດ, ສ້າງໂຄງການເຄື່ອນໄຫວຢ່າງມີປະສິດທິຜົນວາງອອກວິທີການແກ້ໄຂຢ່າງແທດຈິງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາຢ່າງຕັ້ງໜ້າ. ປະກອບສ່ວນເຂົ້າໃນຄວາມພະຍາຍາມສະກັດກັ້ນການປະທະ ກັນ, ສະກັດກັ້ນການແຂ່ງຂັນປະກອບອາວຸດ, ລຶບລ້າງອາວຸດລ້າງຜານ, ຊຸກຍູ້ການເຄົາລົບຫຼັກການຂອງກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ. ສະພາຈະເຕົ້າໂຮມກຳລັງຄວາມກ້າວໜ້າຂອງໂລກຢ່າງກວ້າງຂວາງ ໃນການຕໍ່ສູ້ເພື່ອສັນຕິພາບ, ການພັດທະນາ ແລະ ຄວາມກ້າວໜ້າຂອງສັງຄົມ. ທ່ານ ເຈີ່ນແທງເມີ້ນ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍພ້ອມກັບບັນດາກຳລັງທີ່ຮັກຫອມສັນຕິພາບຂອງໂລກ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນຄວາມມຸ່ງມາດປາຖະໜາລວມຂອງປະຊາຊົນໃນໂລກ.

ໃນພິທີເປີດກອງປະຊຸມ, ບັນດາຜູ້ແທນສາກົນໄດ້ຕີລາຄາສູງຕໍ່ ຫວຽດນາມ ເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນນ້ຳໃຈສາມັກຄີສາ ກົນ, ບົດບາດ, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນຂະບວນການສ້າງສັນຕິພາບລວມຂອງມວນມະນຸດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version