Home ຂ່າວຕ່າງປະເທດ ກອງທັບ ລາວ-ຣັດເຊຍ ຮ່ວມມືກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ

ກອງທັບ ລາວ-ຣັດເຊຍ ຮ່ວມມືກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ

0

ວັນທີ 21 ພະຈິກ 2022 ຢູ່ທີ່ເມືອງນາກາຍ ແຂວງຄໍາມ່ວນ ໄດ້ຈັດພິທີເປີດການຮ່ວມມືກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດແຫ່ງ ສ.ຣັດເຊຍ ສົກປີ (2022-2023) ໂດຍມີ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ທ່ານ ພັອ. ອາບຣາມົບ ເຊຣເກ ຫົວໜ້າວິຊາການໃຫຍ່ ຂອງກົມຊ່າງແສງ ກໍາລັງປະກອບອາວຸດແຫ່ງ ສະຫະພັນ ຣັດເຊຍ, ພ້ອມດ້ວຍການນໍາເມືອງນາກາຍ, ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາລາວ, ທີ່ປຶກສາທູດຝ່າຍທະຫານ ແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ, ອໍານາດການປົກຄອງບ້ານ ແລະ ນັກຮຽນຮູ້ບັນຍາຊົນ ເຂົ້າຮ່ວມ.

ການນໍາເມືອງນາກາຍ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ວ່າດ້ວຍການມອບຕອນດິນ (ຊົ່ວຄາວ) ໃຫ້ກໍາລັງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ເພື່ອປະຕິບັດວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ພາຍໃນເມືອງນາກາຍ ຈຳນວນ 4 ຕອນ ໃນເນື້ອທີ່ທັງໝົດ 56.326 ເຮັກຕາ ປະກອບມີ: 1. ຕອນດິນ ສາລາເຈົ້າເພັດສະຣາດ ຢູ່ບ້ານນາກາຍ ( ຈຸດທີ່ກວດກູ້ໃນປີຜ່ານມາແຕ່ຍັງບໍ່ທັນສຳເລັດ ), 2. ຕອນດິນ ຜັງເມືອງໃໝ່ ເຂດໂຮງເລື່ອຍແນນຊີເກົ່າ, 3. ຕອນດິນປຸກສ້າງຫ້ອງການ ເຂດໂຮງງານຊີບອດເກົ່າ, 4. ຕອນດິນ ໂຮງຮຽນ ມໍຕົ້ນ ຫຼັງໃໝ່. ໂອກາດນີ້ ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ກ່າວວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງມາແຕ່ສະໄໝສົງຄາມອິນດູຈີນ. ໃນລະຫວ່າງປີ 1964-1973. ມາຮອດປະຈຸບັນ ລະເບີດດັ່ງກ່າວປະມານ 30% ຫຼື 80 ລ້ານໜ່ວຍຍັງບໍ່ທັນແຕກ ແລະ ຕົກຄ້າງໃນເນື້ອທີ່ 2 ໃນ 3 ຂອງປະເທດລາວ, ເຖິງວ່າສົງຄາມໄດ້ຢຸດຕິລົງແລ້ວໃນຫຼາຍປີຜ່ານມາ. ແຕ່ລະເບີດດັ່ງກ່າວນັ້ນຍັງສືບຕໍ່ທຳລາຍຊີວິດຂອງປະຊາຊົນລາວຕະຫຼອດມາ ຊຶ່ງແຕ່ລະປີມີຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ເສຍຊີວິດເປັນຈໍານວນຫຼາຍ ລວມທັງເດັກນ້ອຍ, ແມ່ຍິງ ແລະ ຜູ້ເຖົ້າ. ນອກນັ້ນຍັງເປັນອຸປະສັກອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດໍາລົງຊີວິດຂອງປະຊາຊົນລາວ, ເວົ້າສະເພາະ ແມ່ນຢູ່ແຂວງຄຳມ່ວນ. ພ້ອມນັ້ນ ຄະນະນໍາຂອງສອງກໍາລັງ ແລະ ແຂກທີ່ຖືກເຊີນທັງໝົດກໍ່ໄດ້ເຂົ້າຢ້ຽມຊົມຈຸດວາງສະແດງອຸປະກອນ ພ້ອມທັງຊົມການສາທິດການກວດກູ້ ແລະ ວິທີການປະຕິບັດເບື້ອງຕົ້ນ.

#Medialaos#ມີເດຍລາວ #https://khammouanenews.com/#ແຂວງຄໍາມ່ວນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version