Home ຂ່າວພາຍໃນ ກະຊວງ ຖວທ ລົງຊຸກຍູ້ຜັນຂະຫຍາຍ ແລະການສ້າງນິຕິກຳໃຕ້ກົດໝາຍ ຢູ່ແຂວງເຊກອງ

ກະຊວງ ຖວທ ລົງຊຸກຍູ້ຜັນຂະຫຍາຍ ແລະການສ້າງນິຕິກຳໃຕ້ກົດໝາຍ ຢູ່ແຂວງເຊກອງ

0

ໃນວັນທີ 22 ພະຈິກ 2022 ນີ້ ທີ່ພະແນກ ຖວທ ແຂວງເຊກອງ, ທ່ານ ສົມກຽດຕິສັກ ກິ່ງສະດາ ຮອງຫົວໜ້າຫ້ອງການກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ພ້ອມຄະນະ ໄດ້ລົງຕິດຕາມ ປະເມີນການຈັດຕັ້ງປະຕິບັດການຜັນຂະຫຍາຍແລະການສ້າງນິຕິກຳໃຕ້ກົດໝາຍຂົງເຂດວຽກງານ ຖວທ ຢູ່ແຂວງເຊກອງ, ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ມີ ທ່ານ ບຸນທົງ ຖີ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງເຊກອງ ພ້ອມດ້ວຍຫົວໜ້າຮອງຂະແໜງພາຍໃນພະແນກ ຖວທ ແຂວງເຂົ້າຮ່ວມ.

ທ່ານ ບຸນທົງ ຖີ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງ ລາຍງານການຈັດຕັ້ງປະຕິບັດບັນດາກົດໝາຍແລະນິຕິກຳໃຕ້ກົດໝາຍຂົງເຂດວຽກງານ ຖວທ ພາຍໃນແຂວງເຊກອງ: ໄດ້ການຜັນຂະຫຍາຍບັນດາກົດໜາຍ ໃນ 8 ກົດໝາຍ ໂດຍໄດ້ລົງເຜີຍແຜ່ຢູ່ບັນດາເມືອງຕາມຄວາມເປັນຈິງ ໂດຍຕິດພັນກັບການຊຸກຍູ້ວຽກງານຢູ່ຮາກຖານ,ຈາກນັ້ນກໍ່ໄດ້ຄັດເອົາບາງມາດຕາ ໃນບາງກົດໝາຍ ລົງເຜີຍແຜ່ຜ່ານພາຫານະສື່ຂອງແຂວງ ແລະເວົ້າແຊກຊ້ອນອອກໃນລາຍການວິທະຍຸຂອງແຂວງໃນແຕ່ລະວັນ, ສຳຫຼັບການສ້າງນິຕິກຳໃຕ້ກົດໝາຍ ພາຍຫຼັງທີ່ໄດ້ເຂົ້າຮ່ວມການຝຶກອົບຮົມການສ້າງນິຕິກຳໃຕ້ກົດໝາຍທີ່ແຂວງບໍລິຄຳໄຊ ໃນປີ 2020 ກໍ່ໄດ້ມີການແຕ່ງຕັ້ງຄະນະກຳມະການຮ່າງນິຕິກຳໃຕ້ກົດໝາຍຂອງພະແນກຂື້ນ ແລະໄດ້ມີການແບ່ງງານ,ແບ່ງຄວາມຮັບຜິດຊອບຢ່າງລະອຽດ ເພື່ອກະກຽມສ້າງຮ່າງນິຕິກຳ,ທັງເປັນການຜັນຂະຫຍາຍມະຕິຂອງສະພາປະຊາຊົນແຂວງ ທີ່ໄດ້ກຳນົດໃຫ້ ໃນຂົງເຂດວຽກງານ ຖວທ ( ນັບແຕ່ປີ 2021 ເຖິງ 2025 ), ມາຮອດທ້າຍປີ 2021 ແລະຕົ້ນປີ 2022 ພະແນກ ຖວທ ແຂວງໄດ້ຮ່າງນິຕິກຳສະບັບໜື່ງ ເພື່ອຮັບໃຊ້ໃຫ້ແກ່ການປົກປັກຮັກສາ,ຄຸ້ມຄອງແລະການນຳໃຊ້ ( ສວນຫຼັກເມືອງ ), ຂໍ້ກຳນົດວ່າດ້ວຍລະບຽບການຄຸ້ມຄອງແລະຈັດງານບຸນປະເພນີ ອານຸສາວະລີອົງແກ້ວແລະສວນຫຼັກເມືອງ ເພື່ອສົ່ງເສີມການທ່ອງທ່ຽວຢູ່ແຂວງເຊກອງ,ທັງແມ່ນການຜັນຂະຫຍາຍກົດໝາຍວ່າດ້ວຍການທ່ອງທ່ຽວ ( ສະບັບປັບປຸງໃຫມ່ ), ມາຮອດປະຈຸບັນແມ່ນໄດ້ສຳເລັດການປຶກສາຫາລື ໃນຄະນະຮັບຜິດຊອບ ເພື່ອຈະຂຽນແຜນດຳເນີນງານໃນການຈັດຕັ້ງປະຕິບັດຄືນໄຫມ່ ຕາມຂໍ້ມູນ,ການຄົ້ນຄົ້ວວິໃຈ,ຮ່າງຂໍ້ຕົກລົງ ແລະຕາມການທາບທາມຂັ້ນແຂວງ,ເມືອງ ແລະຂັ້ນບ້ານ ( ດ້ວຍຮູບການຕ່າງໆ ) ໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນທ້ອງຖີ່ນ ຫຼັງຈາກນັ້ນທີ່ປະຊຸມ ກໍ່ໄດ້ມີການປະກອບຄຳຄິດເຫັນແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ທີ່ພະແນກ ຖວທ ແຂວງ ໄດ້ນຳໃຊ້ເຂົ້າໃນການຄຸ້ມຄອງວຽກງານໃນທ້ອງຖີ່ນ,ການຈັດຕັ້ງປະຕິບັດມີຂໍ້ສະດວກ,ຂໍ້ຫຍຸ້ງຍາກຄືແນວໃດ ແລະມີການພັດທະນາຄືແນວໃດ ເພື່ອການຄຸ້ມຄອງໃຫ້ໄປໃນລວງດຽວກັນ ແນໃສ່ເພື່ອສາມາດຄຸ້ມຄຸ້ມບັນດາຫົວໜ່ວຍທຸລະກິດ,ພາກລັດແລະເອກະຊົນທີ່ມາດໍາເນີນທຸລະກິດຢູ່ແຂວງເຊກອງເພື່ອໃຫ້ເຂົ້າສູ່ລະບຽບຫຼັກການ ແລະ ທັງເປັນເຈົ້າການປົກປັກຮັກສາມໍລະດົກແລະວັດທະນະທຳອັນດີງາມຂອງຊາດ-ຂອງເຜົ່າໃຫ້ມີຄວາມຍືນຍົງ.

#ມີເດຍລາວ #ແຂວງເຊກອງ
#ຂ່າວ:ແວວຕາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version