Home ຂ່າວໜ້າໜຶ່ງ ສປປ ລາວ ຕີລາຄາສູງ ບົດບາດຂອງຈີນ ໃນການພັດທະນາເສດຖະກິດໃນພາກພື້ນ ແລະ ໃນໂລກ

ສປປ ລາວ ຕີລາຄາສູງ ບົດບາດຂອງຈີນ ໃນການພັດທະນາເສດຖະກິດໃນພາກພື້ນ ແລະ ໃນໂລກ

0

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 6 ແລະ ງານວາງສະແດງສິນຄ້ານຳເຂົ້າ-ສົ່ງອອກຄຸນໝິງ ຄັ້ງທີ 26 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໃນຕອນເຊົ້າວັນທີ 19 ພະຈິກ 2022 ພາຍໃຕ້ຫົວຂໍ້ “ແບ່ງປັນໂອກາດໃໝ່ ແລະ ຊອກຫາການພັດທະນາໃໝ່” ເຊິ່ງ ສປປ ລາວ ເຂົ້າຮ່ວມ ໃນຖານະປະເທດກິຕິມະສັກ.

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ ມີຄຳເຫັນຕໍ່ງານວາງສະແດງສິນຄ້າ ດັ່ງ ກ່າວ ຜ່ານລະບົບທາງໄກ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດຂອງພາກພື້ນ ແລະ ໃນໂລກ ໃຫ້ມີຄວາມເຂັ້ມແຂງ ໂດຍຜ່ານການຈັດຕັ້ງປະຕິບັດຂໍ້ລິເລີ່ມຕ່າງໆ, ລວມເຖິງການເຄື່ອນໄຫວໃນຂອບສັນຍາການຄ້າເສລີຈີນ-ອາຊຽນ ແນໃສ່ຫລຸດຜ່ອນຄວາມແຕກໂຕນກັນທາງດ້ານ ການພັດທະນາ ກໍຄື ການເຊື່ອມຈອດລະຫວ່າງຈີນກັບອາຊຽນ ແລະ ພາກພື້ນ. ຈີນ ເປັນຄູ່ຄ້າທີ່ໃຫຍ່ອັນດັບທີ 2 ຂອງ ສປປ ລາວ, ລວມຍອດການຄ້າສອງຝ່າຍເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສະເພາະປີ 2021 ຜ່ານມາ, ການຄ້າສອງ ຝ່າຍບັນລຸ 4,35 ຕື້ໂດລາສະຫະລັດ, ໃນນີ້ ລາວສົ່ງອອກປະມານ 2,68 ຕື້ໂດລາສະຫະລັດ; ການຮ່ວມມື ສອງຝ່າຍທີ່ພົນເດັ່ນໃນປີຜ່ານມາ ແມ່ນການເປີດນໍາໃຊ້ທາງດ່ວນວຽງຈັນ-ວັງວຽງ, ເປີດນໍາໃຊ້ໂຮງໝໍທະໂຫສົດ ຫລັງໃໝ່ ແລະ ການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເຮັດໃຫ້ລາວສາມາດເຊື່ອມຈອດກັບປະເທດໃນພາກ ພື້ນ ແລະ ປຽບດັ່ງສາຍນໍ້າເຊື່ອມຕໍ່ກັນຂອງ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເປັນເສັ້ນ ທາງເຊື່ອມໄມຕີຈິດມິດ ຕະພາບຂອງ ປະຊາຊົນສອງຊາດລາວ-ຈີນແບບຮອບດ້ານ ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ-ການ ລົງທຶນ, ການທ່ອງທ່ຽວ, ການສ້າງວຽກເຮັດງານທໍາ, ການແລກປ່ຽນວັດທະນະທໍາ ແລະ ການໄປມາຫາສູ່ລະຫວ່າງ ສອງປະເທດລາວ-ຈີນ. ພ້ອມນີ້,ທ່ານຍັງໄດ້ເຊີນຊວນແຂກທີ່ເຂົ້າຮ່ວມງານ ຢ້ຽມຊົມສິນຄ້າຂອງລາວ ທີ່ບັນດາວິ ສາຫະກິດຂອງລາວໄດ້ນຳມາວາງສະແດງ ເພື່ອຮູ້ຈັກ ແລະ ສໍາຜັດຕົວຈິງກ່ຽວກັບສິນຄ້າທີ່ມີຄຸນນະພາບຈາກ ສປປ ລາວ.

ໃນສານຊົມເຊີຍຕໍ່ການຈັດງານວາງສະແດງຄັ້ງນີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນໄດ້ເນັ້ນໜັກວ່າ: ຈີນຈະສືບຕໍ່ຮ່ວມມືກັບທຸກປະເທດ ຜ່ານເວທີງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຕາມຄຳໝັ້ນສັນຍາວ່າດ້ວຍການ ພັດທະນາຮ່ວມກັນ, ສາມັກຄີ, ຮ່ວມມື ແລະ ຂະຫຍາຍການຮ່ວມມືໃຫ້ກວ້າງຂວາງກວ່າເກົ່າ ອັນຈະເປັນການ ສົ່ງເສີມການຮ່ວມມືໃນຂອບ ໜຶ່ງແລວໜຶ່ງເສັ້ນທາງ ແລະ ສ້າງຂໍ້ລິເລີ່ມການພັດທະນາໂລກ ເພື່ອຮ່ວມກັນ ກ້າວໄປຂ້າງໜ້າສູ່ອະນາຄົດທີ່ຈະເລີນຮຸ່ງເຮືອງ ແລະ ສົດໃສກວ່າເກົ່າ.

ການຈັດງານວາງສະແດງຄັ້ງນີ້, ຖືວ່າເປັນຄັ້ງທຳອິດ ໃນຮອບສອງປີ ຫລັງຈາກເກີດການລະບາດຂອງພະຍາດໂຄວິດ-19, ເປັນງານວາງສະແດງສາກົນຮອບດ້ານລະດັບສູງ ທີ່ໃຫ້ຄວາມສຳຄັນວຽກງານການຄ້າສາກົນ, ການ ຮ່ວມມືດ້ານເສດຖະກິດ, ການເຈລະຈາການລົງທຶນ, ການແລກປ່ຽນວັດທະນະທຳ ແລະ ເປັນເວທີແຫ່ງການ ພົວ ພັນທາງການທູດແບບຫລາຍຝ່າຍລະຫວ່າງຈີນ ກັບ ບັນດາປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາ ປະເທດໃນໂລກ.

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 6 ແລະ ງານວາງສະແດງສິນຄ້ານຳເຂົ້າ ແລະ ສົ່ງອອກ ຄຸນໝິງ ຈີນ ຄັ້ງທີ 26 ຈະດຳເນີນໄປຮອດວັນທີ 22 ພະຈິກ 2022, ພາຍໃນງານນອກຈາກມີການວາງສະແດງສິນຄ້າແລ້ວຍັງມີເວທີປຶກສາຫາລືໃນຫົວຂໍ້ຕ່າງໆ ທັງຫມົດ 15 ຫົວຂໍ້ ເປັນຕົ້ນ ເວທີຮ່ວມມື ແລະ ພັດທະນາພາກພື້ນຈີນ-ມະຫາສະໝຸດອິນເດຍ, ເວທີຮ່ວມມືດ້ານການຄ້າ ແລະ ການລົງທຶນສາກົນໃນກອບ RCEP, ເວທີປາໄສເປີດ ກວ້າງຊາຍແດນຍຸກໃໝ່ (2022), ກອງປະຊຸມສຸດຍອດລະບົບສະໜອງໜຶ່ງແລວໜຶ່ງເສັ້ນທາງ, ເວທີປາໄສວິສາຫະກິດຈີນ-ອາຊີໃຕ້ຄັ້ງທີ 15, ເວທີປາໄສຄັງປັນຍາການຄ້າຈີນ-ອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 8, ເວທີປຶກສາຫາລືວິສາຫະກິດຈີນ-ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 4 ແລະ ອື່ນໆ

ຂ່າວ-ພາບ: ແສງທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version