Home ຂ່າວໜ້າໜຶ່ງ ລົດໄຟລາວ-ຈີນ ປະກອບສວ່ນເຮັດໃຫ້ອຸດົມໄຊ ກາຍເປັນສູນກາງການຄ້າ ແລະ ທ່ອງທ່ຽວ

ລົດໄຟລາວ-ຈີນ ປະກອບສວ່ນເຮັດໃຫ້ອຸດົມໄຊ ກາຍເປັນສູນກາງການຄ້າ ແລະ ທ່ອງທ່ຽວ

0

ແຂວງອຸດົມໄຊຕັ້ງຢູ່ໃຈກາງແຂວງພາກເໜືອ ຂອງສປປ ລາວ ເຊິ່ງຢູ່ລະຫວ່າງກາງຂອງບັນດາປະເທດທີ່ມີເສດຖະກິດຂະຫຍາຍຕົວໄວເຊັ່ນ: ສປ ຈີນ, ສສ ຫວຽດນາມ ແລະ ບັນດາປະເທດອາຊຽນ ໂດຍສະເພາະພາຍຫຼັງໄດ້ຮັບທ່າແຮງຈາກເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ ສປປ ລາວກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບທະເລ ແລະ ພາກພື້ນເວົ້າລວມເວົ້າສະເພາະແມ່ນໄດ້ສ້າງເງື່ອນໄຂໃຫ້ການເດີນທາງຂອງບັນດາແຂວງຕ່າງໆ ແລະ ອຸດົມໄຊຮອດນະຄອນຫຼວງວຽງຈັນ ມີຄວາມສະດວກ ທັງໄດ້ປະກອບສວ່ນເຮັດໃຫ້ອຸດົມໄຊ ກາຍເປັນສູນກາງການຄ້າ ແລະ ການທ່ອງທ່ຽວຕື່ມອີກ.

ທ່ານ ບຸນທັນ ສຸລິຍະວົງ ຫົວໜ້າ ພະແນກຖະແຫຼວງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ(ຖວທ)ແຂວງອຸດົມໄຊ ໄດ້ໃຫ້ສໍາພາດຕໍ່ທີມງານໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ກ່ຽວກັບການພັດທະນາຢູ່ແຂວງອຸດົມໄຊ ວ່າ: ພາຍຫຼັງມີທາງລົດໄຟລາວ-ຈີນ ແລ່ນຜ່ານແຂວງອຸດົມໄຊ ກໍໄດ້ຮັບການພັດທະນາໃນຫຼາຍດ້ານ ໃນນັ້ນວຽກງານທ່ອງທ່ຽວແຂວງອຸດົມໄຊ ກາຍເປັນບູລິມະສິດໜຶ່ງທີ່ແຂວງໄດ້ເອົາໃຈໃສ່ເພື່ອສາ້ງໃຫ້ກາຍ ເປັນສູນກາງການທ່ອງທ່ຽວກ້າວສູ່ການທ່ອງທ່ຽວທັນສະໄໝ ແລະ ຮັກສາສິ່ງແວດລ້ອມ ທັງສ້າງເປັນສູນກາງທາງຜ່ານໄປຍັງແຂວງພາຍໃນ ແລະ ທາງອອກສູ່ຕ່າງປະເທດຕື່ມອີກ.

ທ່ານກ່າວຕື່ມວ່າ: ອຸດົມໄຊມີ 3 ສະຖານນີ ໃນນັ້ນສະຖານີເມືອງໄຊຕັ້ງຢູ່ເທດສະບານແຂວງມີຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ເຊິ່ງແຕ່ລະວັນມີຄົນເຂົ້າມາໃຊ້ບໍລິການລົດໄຟຂຶ້ນ-ລົງປະມານ 1 ພັນກວ່າຄົນ, ສໍາລັບໃນປີ 2021 ຜ່ານມາ ແຂວງພວກເຮົາມີນັກທ່ອງທ່ຽວເຂົ້າມາທ່ຽວທັງໝົດ 260 ພັນກວ່າເທື່ອຄົນ ສ້າງລາຍຮັບໄດ້ 6 ລ້ານກວ່າໂດລາ, ທຽບໃສ່ໄລຍະດຽວກັນແມ່ນນັກທອ່ງທ່ຽວເພີ່ມຂຶ້ນ 13% ໂດຍລວມພາຍຫຼັງມີລົດໄຟເຮັດໃຫ້ສະພາບການທ່ອງທ່ຽວທີ່ແຂວງອຸດົມໄຊ ມີບັນຍາກາດຄຶກຄື້ນຂຶ້ນ.

ເພື່ອສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າໃຫ້ມີລັກສະນະຍືນຍົງ ເປັນມິດກັບສິ່ງແວດລ້ອມ ແລະ ປະຊາຊົນມີສວ່ນຮວ່ມເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ແຂວງອຸດົມໄຊໄດ້ວາງແຜນຊຸກຍູ້ການທ່ອງທ່ຽວ ໂດຍສຸມໃສ່ໃຫ້ປະຊາຊົນທັງ 12 ​ເຜົ່າພາຍໃນແຂວງໄດ້ມີສວ່ນຮວ່ມໃນການສົ່ງເສີມການທ່ອງທ່ຽວແບບຕິດພັນກັບຮີດຄອງປະເພນີ ການນຸ່ງຖືທີ່ສວຍງາມຂອງເຜົ່າຕ່າງໆ ໃຫ້ນັກທ່ອງທ່ຽວໄດ້ເຫັນໄດ້ຊົມ ເພື່ອໃຫ້ເປັນສີສັນຂອງແຂວງອຸດົມໄຊ, ສ່ວນການທ່ອງທ່ຽວທາງດ້ານທໍາມະຊາດໄດ້ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປາເປັນແຫຼ່ງທ່ອງທ່ຽວລະດັບຊາດທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ຕໍ່ມາແມ່ນແຫຼ່ງທ່ອງທ່ຽວຖໍ້າຈອງອອງ ເປັນຖໍ້າທີ່ສວຍງາມທາງທໍາມະຊາດຕິດພັນກັບພູຫຍ້າຄາ.

ນອກນັ້ນຍັງມີນໍ້າຕົກຕາດຕະແລເຂດເມືອງຮຸນ ຄຽງຄູ່ກັນນັ້ນແຂວງອຸດົມໄຊ ຍັງໄດ້ເລັ່ງໃສ່ຊຸກຍູ້ປັບປຸງຮ້ານອາຫານ-ກິນດື່ມ, ຊຸກຍູ້ບັນດາໂຮງແຮມເຮືອນພັກ, ລີສອດ, ຮ້ານອາານ-ຮ້ານບັນເທີງໃຫ້ມີການບໍລິການທີ່ປະທັບໃຈ ແລະ ຄຸ້ມຄອງບໍລິສັດລົດນໍາທ່ຽວ, ລົດຂົນສົ່ງຜູ້ໂດຍສານໃຫ້ດຳເນີນທຸລະກິດຢ່າງສອດຄ່ອງຕາມລະບຽບກົດໝາຍ ຂອງສປປ ລາວ ທີ່ກຳນົດໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version