Home ຂ່າວພາຍໃນ ໂຄງການກໍ່ສ້າງເສັ້ນທາງຍຸດທະສາດລຽບຕາມຊາຍແດນ ຫາດແດງ-ເວີນຄໍາ ສໍາເລັດແລ້ວ 99,60%

ໂຄງການກໍ່ສ້າງເສັ້ນທາງຍຸດທະສາດລຽບຕາມຊາຍແດນ ຫາດແດງ-ເວີນຄໍາ ສໍາເລັດແລ້ວ 99,60%

0

ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານໄຊຍະບູລີ ພ້ອມດ້ວຍທີມງານ ລົງຕິດຕາມ, ກວດກາໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ລຽບຕາມຊາຍແດນ ແຕ່ບ້ານຫາດແດງ-ບ້ານເວີນຄໍາ (ປາກເຫືອງ) ເມືອງແກ່ນທ້າວ ພາຍຫລັງລົງມືຈັດຕັ້ງປະຕິບັດມາແຕ່ມື້ເຊັນສັນຍາເປັນຕົ້ນມາ ເຊິ່ງປະກອບມີໜ້າ ວຽກສໍາຫລວດ-ອອກແບບກໍ່ສ້າງພາກສະໜາມຕົວຈິງ, ວຽກດິນ, ວຽກໜ້າທາງ ແລະ ວຽກລະບົບລະບາຍນໍ້າ ມາຮອດປັດຈຸບັນ ການກໍ່ສ້າງສຳເລັດແລ້ວ 99,60%.

ໂອກາດນີ້, ຫົວໜ້າຄະນະວິຊາການຄຸ້ມຄອງໂຄງການ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ລຽບຕາມຊາຍແດນ ແຕ່ບ້ານຫາດແດງ-ບ້ານເວີນຄໍາ (ປາກເຫືອງ) ເມືອງແກ່ນທ້າວ ເປັນໂຄງການຍົກລະດັບເສັ້ນທາງ ໂດຍແມ່ນກອງບັນຊາການທະຫານແຂວງໄຊຍະບູລີ ເປັນເຈົ້າຂອງໂຄງການ ຕາງໜ້າກະຊວງປ້ອງກັນປະເທດ ແລະ ບໍລິສັດ ລາຊາໂຊກ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າ 78 ຕື້ກີບ, ໄລຍະການກໍ່ສ້າງ 3 ປີ.

ທ່ານ ພົນຈັດຕະວາ ກູດ ພົມມາ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ເສັ້ນທາງດັ່ງກ່າວ ແມ່ນພົບຄວາມຫຍຸ້ງຍາກ ໃນການສັນຈອນໄປ-ມາ, ແຕ່ຍ້ອນເຫັນໄດ້ຄວາມສໍາຄັນຂອງເສັ້ນທາງດັ່ງກ່າວ, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ສົມທົບກັບຫລາຍພາກສ່ວນ ເປັນເຈົ້າການສະເໜີທ່ານເຈົ້າແຂວງ ເພື່ອຂໍເຂົ້າແຜນນໍາກະຊວງປ້ອງກັນປະເທດ ໂດຍໄດ້ຮັບຈາກກະຊວງແຜນການ ແລະ ການລົງທຶນຢ່າງເປັນທາງການ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ອົງການປົກຄອງເມືອງ ແລະ ປະຊາຊົນ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ບໍລິສັດ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະບັດໂຄງການດັ່ງກ່າວ, ພ້ອມທັງມີຄໍາເຫັນໃຫ້ບໍລິສັດ ສືບຕໍ່ວຽກລະບົບລະບາຍນໍ້າ ແລະ ວຽກອົງປະ ກອບຕົບແຕ່ງອື່ນໆ ໃຫ້ສໍາເລັດລື່ນແຜນ.

ຂ່າວ: ແກ່ນທ້າວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version