Home ຂ່າວໜ້າໜຶ່ງ ຮອງເຈົ້າແຂວງຫຼວງນໍ້າທາ ຕີລາຄາສູງຕໍ່ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟ ລາວ-ຈີນ

ຮອງເຈົ້າແຂວງຫຼວງນໍ້າທາ ຕີລາຄາສູງຕໍ່ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟ ລາວ-ຈີນ

0

ວັນທີ 14 ພະຈິກນີ້, ທີມງານໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ນໍາໂດຍທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ແລະ ທ່ານ ນາງ ແສງແກ້ວ ຫົວໜ້າ CMG ປະຈໍາລາວ ພ້ອມດ້ວຍຄະນະຈໍານວນ 30 ທ່ານ ໄດ້ເຂົ້າຢ້ຽມພົບປະກັບທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງໆຫຼວງນໍ້າທາ, ຫົວໜ້າຄະນະຊີ້ນໍາໂຄງການທາງລົດໄຟລາວ-ຈີນ ທີ່ແຂວງຫລວງນໍ້າທາ ພ້ອມດ້ວຍຂະແໜງການທີ່ປິ່ນອ້ອມກ່ຽວກັບລົດໄຟລາວ-ຈີນ ໃຫ້ການຕ້ອນຮັບ. ໂອກາດນີ້, ທ່ານຫົວໜ້າ CMG ປະຈຳລາວກໍໄດ້ລາຍງານຈຸດປະສົງຂອງການລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 14-15 ພະຈິກນີ້.

ໃນໂອກາດນີ້, ທ່ານ ອ່ອນຈັນ ຄໍາພາວົງ ກໍໄດ້ຕີລາຄາສູງຕໍ່ການລົງເຄື່ອນໄຫວ ແລະການຮ່ວມເຮັດວຽກກັບໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ວ່າ: ໂຄງການນີ້ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເປັນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການພົວພັນຮ່ວມມືແບບຮອບດ້ານ ໝັ້ນຄົງຍາວນານ ຕາມທິດ4ດີຂອງຄູ່ຮ່ວມຊາຕາກໍາລາວ-ຈີນໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະມີຜົນທີ່ໃຫຍ່ຫຼວງກວ່າເກົ່າ ໂດຍສະເພາະການໄດ້ນໍາໃຊ້ໂຄງການລົດໄຟລາວ-ຈີນ ຢ່າງເປັນທາງການ ໄດ້ເຮັດໃຫ້ມີຜົນປະໂຫຍດອັນໃຫຍ່ຫຼວງແກ່ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດລາວ-ຈີນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາຕາມແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2021-2025 ຂອງແຂວງຫຼວງນໍ້າທາ. ຂ້າພະເຈົ້າຫວັງວ່າ, ໂຄງການດັ່ງກ່າວຈະນໍາເອົາຂໍ້ມູນ ການພັດທະນາແຂວງຫຼວງນໍ້າທາ ທ່າແຮງໃນດ້ານຕ່າງໆ ນໍາໄປໂຄສະນາເຜີຍແຜ່ໃຫ້ສັງຄົມທັງພາຍໃນ ແລະຕ່າງປະເທດຮັບຮູ້ ການລົງທຶນທັງພາຍໃນ ແລະຕ່າງປະເທດ, ນັກທ່ອງທ່ຽວ ເຮັດໃຫ້ແຂວງຫຼວງນໍ້າທາໄດ້ຮັບການພັດທະນາໃນຕໍ່ໜ້າ.

ພ້ອມນີ້, ຄະນະນໍາຂອງແຂວງ ໄດ້ສະແດງຄວາມຂອບໃຈຕໍ່ກັບໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ໂດຍສະເພາະຫົວໜ້າ CMG ປະຈໍາລາວ ແລະ ປະທານສະມາຄົມນັກປະພັນລາວ ພ້ອມດ້ວຍຄະນະທີ່ໄດ້ມາເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານ ພ້ອມທັງດໍາເນີນໂຄງການໃຫ້ມີຜົນສໍາເລັດຕາມຈຸດປະສົງ ແລະຄາດໝາຍ.

ຫຼັງຈາກນັ້ນ, ທີມງານກໍໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາຕໍ່ກັບພະແນກແຜນການແລະການລົງທຶນ, ພະແນກ ຖະແຫຼງຂ່າວ,​ວັດທະນະທໍາ ແລະທ່ອງທ່ຽວ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກໂຍທາທິການແລະຂົນສົ່ງ, ພະແນກກະສິກໍາ ແລະປ່າໄມ້ ແລະຍັງຈະສືບຕໍ່ເຄື່ອນໄຫວຢູ່ບໍ່ເຕ່ນແຂວງຫຼວງນໍ້າທາຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version