Friday, July 4, 2025
Home Blog Page 983

ຈຳພອນ ເປີດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດແຜນຜະລິດກະສິກຳລະດູຝົນ ປີ 2022

0

ໃນວັນທີ 7 ມີຖຸນາ 2022 ນີ້ ເມືອງຈຳພອນ ແຂວວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາ ຫາລືການຈັດຕັ້ງປະຕິບັດແຜນ ຜະລິດກະສິກຳລະດູຝົນ ປີ 2022 ແລະ ຫາວິທີແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ທີ່ເປັນຜົນກະທົບຕໍ່ການຜະລິດກະສິກຳ ໂດຍການເປັນປະທານຂອງ ທ່ານ ຄຳລຸຍ ຍາດຕິວົງ ກໍາມະການພັກແຂວງ ,ເລຂາພັກເມືອງ ເຈົ້າເມືອງໆຈຳພອນ,ທ່ານ ສູນທະລາ ຕົ້ນພານິດ ຮອງຫົວໜ້າພະແແນກກະສິກຳ-ປ່າໄມ້ແຂວງ,ທ່ານ ກິແກ້ວ ບຸນເຊັງຊະນະວົງ ຄະນະຊີ້ນຳໂຄງການຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າ ຕິດພັນກັບການ ທ່ອງທ່ຽວ ມີຫົວໜ້າ-ຮອງຫົວໜ້າຫ້ອງການແລະ ກຸ່ມຊາວນາ ພາຍໃນເມືອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສຸກສະໝອນ ແກ້ວອຸດອນ ຫົວໜ້າຫ້ອງການ ກະສິກຳ-ປ່າໄມ້ເມືອງຈຳພອນ ລາຍງານວ່າ: ເມືອງຈຳພອນ ມີເນື້ອທີີ່ຜະລິດເຂົ້ານາປີ 20.900 ເຮັກຕາ ,ເນື້ອທີ່ປູກພືດລະດູຝົນ 1.737 ເຮັກຕາ,ເນື້ອທີ່ນາແຊງມີ 13.000 ເຮັກຕາ,ເນື້ອທີ່ປູກພືດລະດູແລ້ງ 1.770 ເຮັກຕາ,ມີຊົນລະ ປະທານ ທີ່ສະໜອງນໍ້າໃຫ້ແກ່ການຜະລິດ ຕ້ານແລ້ງນາປີ ແລະ ລະດູແລ້ງ ຈຳນວນ 73 ແຫ່ງ

ມີໜອງທຳມະຊາດ ທີ່ສ້າງເງື່ອນໄຂສະດວກໃນການຜະລິດ ລະດູແລ້ງເຖິງ 34 ແຫ່ງ.ການຜະລິດເຂົ້ານາປີ ໃນປີ2021 ປະຕິບັດໄດ້100%, ສະມັດຕະພາບເຂົ້າໄດ້ 3,44 ໂຕນ/ເຮັກຕາ ,ຜົນຜະຜະລິດໄດ້ 71.896 ໂຕນ,ນາແຊງຜະລິດໄດ້ 26.790 ໂຕນ,ໃນນັ້ນສາມາດຜະລິດຄໍ້າປະກັນສະບຽງອາຫານໄດ້ 56.398 ໂຕນ,ຂາຍເປັນສິນຄ້າໄດ້ຈຳນວນໜຶ່ງ, ສ້າງຕັ້ງກຸ່ມການຜະລິດ ໄດ້ 13 ກຸ່ມຄື:ກຸ່ມຜະລິດແນວພັນເຂົ້າ 2 ກຸ່ມ,ກຸ່ມຜະລິດເຂົ້າເປັນສິນຄ້າ 5 ກຸ່ມ, ປູກເຂົ້າສະອາດ 1 ກຸ່ມ, ກຸ່ມລ້ຽງງົວຊີ້ນ 1 ກຸ່ມ,ລ້ຽງປາໃສ່ໜອງສະ 2 ກຸ່ມ, ກຸ່ມປູກໝາກເຜັດເປັນສິນຄ້າ 1 ກຸ່ມ, ກຸ່ມຜັກອິນຊີ 1 ກຸ່ມ, ທົ່ວເມືອງມີຄວາຍ 11.035ໂຕ,ງົວ 36.470 ໂຕ,ແບ້ 14.022 ໂຕ,ໝູ 19.818ໂຕ,ສັດປີກ 287.467 ໂຕ.

ຈາກນັ້ນໃນກອງປະຊຸມ ກໍ່ໄດ້ຟັງການປະກອບຄຳຄິດຄຳເຫັນຈາກແຕ່ລະພາກສ່ວນ ເຊິ່ງເຫັນໄດ້ເຖິງບັນຫາສຳຄັນ ທີ່ຕ້ອງໄດ້ແກ້ໄຂ ເພື່ອຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານໃຫ້ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງໃຫ້ຕົນເອງຢູ່ພາຍເມືອງຂອງຕົນ.

ພາບ-ຂ່າວ: ນັກຂ່າວ ນັກຂ່າວແຂວງສະຫວັນນະເຂດ

#Medialaos MMD  #Savannakhet Province

ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງສະຫວັນນະເຂດ ລົງເຄື່ອນໄຫວເຮັດວຽກຢູ່ເມືອງໄຊບູລີ

0

ໃນວັນທີ 7 ມິຖຸນາ 2022 ນີ້ ທ່ານ ໂພສີແກ້ວ ທິຣະວົງ ຮອງຫົວໜ້າອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ແລະ ທ່ານ ນາງ ສີບຸນເຮືອງ ບົວຜາ ຫົວໜ້າ ອົງການໄອຍາການເຂດ 1 ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ວິຊາສະເພາະຂອງຕົນ ຢູ່ເມືອງໄຊບູລີ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ , ມີການນໍາຂັ້ນເມືອງ ,ຄະນະກອງບັນຊາການ ປກສ- ປກຊ, ຫົວໜ້າ-ຄະນະຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ສີບຸນເຮືອງ ບົວຜາ ໄດ້ລາຍງານການເຄື່ອນໄຫວ ຂອງອົງການໄອຍະການເຂດ 1 ໃນໄລຍະຜ່ານມາ ແລະ ຜ່ານຂໍ້ຕົກລົງຂອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຮອງຫົວໜ້າອົງການໄອຍະການປະຊາຊົນເຂດ ຢູ່ແຂວງສະຫັວນນະເຂດ ສະບັບເລກທີ 574 /ອອປສ ລົງວັນທີ 20 ຕຸລາ 2021. ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຫັນດີຍົກຍ້າຍທ່ານ ອຸ່ນຕາ ໄຊປັນຍາ ຮອງຫົວໜ້າອົງການໄອຍະການປະຊາຊົນເຂດ 4 ໄປຢູ່ອົງການໄອຍະການເຂດ 1 ແຂວງສະຫວັນນະເຂດ. ເຫັນດີແຕ່ງຕັ້ງ ທ່ານອຸ່ນຕາ ໄຊປັນຍາ ເປັນຮອງຫົວໜ້າ ອົງການໄອຍະການເຂດ 1 ແຂວງສະຫັວນນະເຂດ.

ພາຍຫຼັງທີ່ໄດ້ມີການຮັບຟັງການຜ່ານເອກກະສານສໍາຄັນຕ່າງໆແລ້ວ ບັນດາທ່ານທີ່ເຂົ້້າຮ່ວມກອງປະຊຸມ ກໍ່ໄດ້ມີການ ຖອດຖອນບົດຮຽນ ຂອດການປະສານສົມທົບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານການດໍາເນີນຄະດີ ໃນຂອບເຂດທີ່ຕົນເອງຮັບຜິດຊອບ. ໃນໂອກາດດຽວກັນນີ້ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມຄະນະກໍ່ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກຢູ່ ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ເມືອງໄຊບລີ.

ພາບ-ຂ່າວ: ນັກຂ່າວ ແຂວງສະຫວັນນະເຂດ

#Medialaos MMD  #Savannakhet Province

ແຂວງວຽງຈັນສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ຫຼື ONLY ONE EARTH

0

ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ຫຼື ONLY ONE EARTH. (ອອນລີວັນເອີດ) ຢູ່ແຂວງຽງຈັນໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2022 ຢູ່ທີ່ ເຂດສາທິດການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ນ້ຳເປາະ ເມືອງວັງວຽງ ໂດຍການເປັນກຽດເຂົ້າຮ່ວມມີທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງ ແຂວງວຽງຈັນ, ທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຍັງມີກະຊວງກ່ຽວຂ້ອງ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ຈາກບັນດາຂະແໜງການຕ່າງໆ ຂັ້ນສູງກາງ ແລະ ແຂວງ, ອົງການຈັດຕັ້ງສາກົນ, ຕະຫຼອດຮອດພໍ່ແມ່ປະຊາຊົນ, ຊາວໜຸ່ມ, ນ້ອງນ້ອຍເຍົາວະຊົນຊາວເມືອງວັງວຽງ ກໍ່ໄດ້ເຂົ້າຮ່ວມກັນຢ່າງພ້ອມພຽງ.

ການສະເຫຼີມສະຫຼອງວັນສິ່ງແວດລ້ອມ ໃນຄັ້ງນີ້ ກໍ່ເປັນອີກປີໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ເນື່ອງຈາກວ່າ ວັນສິ່ງແວດລ້ອມໂລກ ແມ່ນໄດ້ໝູນວຽນມາຄົບຮອບ 50 ປີ ນັບແຕ່ປີ 1972 ຫາ ປີ 2022 ເເລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ນັບແຕ່ປີ 1999 ຫາ 2022 ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ຫຼື ONLY ONE EARTH . ໃນການສະເຫຼີມສະຫຼອງວັນສິ່ງແວດລ້ອມໃນຄັ້ງນີ້ ແມ່ນເພື່ອເປັນການປູກຈິດສຳນຶກ ແລະ ທັງເປັນການປຸກລະດົມໃຫ້ທຸກພາກສ່ວນໃນສັງຄົມ ທັງພາກລັດ, ເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງສາກົນ ເພື່ອເປັນການເພີ່ມທະວີຄວາມເປັນເຈົ້າການ ແລະ ພ້ອມກັນໃນການປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ໄປຕາມທິດຍືນຍົງ ແລະ ສີຂຽວ, ຄຸ້ມຄອງສິ່ງແວດລ້ອມຂອງພວກເຮົາ ໃຫ້ມີສິ່ງແວດລ້ອມທີ່ດີ, ປາສະຈາກມົນລະພິດ ເປັນຕົ້ນອາກາດທີ່ດີ, ສາຍນໍ້າທີ່ໄສສະອາດ, ປ່າໄມ້ທີ່ອຸດົມສົມບູນ, ຊີວະນາໆພັນທີ່ມີຄວາມຫຼາກຫຼາຍ, ດິນ, ຊັບພະຍາກອນ, ແຮ່ທາດ ທີ່ມີຄວາມອຸດົມສົມບູນ ແລະ ຄົງໄວ້ຮອດເຊັ່ນລູກເຊັ່ນຫຼານ ຊຶ່ງໃນການຈັດງານສະເຫຼີມສະຫຼອງຄັ້ງນີ້ ກໍໄດ້ມີຫຼາຍກິດຈະກຳ ເປັນຕົ້ນ: ມີພິທີການຕັດແຖບຜ້າ-ປ່ອຍປູມເປົ້າ, ພິທີປ່ອຍປາ ຄືນສູ່ແມ່ນ້ຳທຳມະຊາດຈຳນວນ 13.000 ໂຕ, ໃນນັ້ນມີປາກົດ, ປາເຄິງ ແລະ ປາອື່ນໆອີກຈຳນວນໜຶ່ງ, ພິທີປູກຕົ້ນໄມ້ ຈຳນວນ 550 ເບ້ຍ , ການສຳມະນາວິທະຍາສາດໃນຫົວຂໍ້ ການປົກປັກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ກິດຈະກຳຖາມ-ຕອບ ເພື່ອຮັບລາງວັນ, ການວາງສະແດງຜົນງານຈາກພາກສ່ວນຕ່າງໆ ແລະ ຂາຍສິນຄ້າຂອງຂວັນທີ່ລະລຶກໃນວັນງານສິ່ງແວດລ້ອມຕື່ມອີກ.

ຂ່າວ : ບຸນມາ ແກ້ວບຸດດາ.

ພາບ : ແສງຈັນ ຈັນທະວົງ.

ເມືອງຊົນນະບູລີ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 10 ວັນ ຮຸ່ນທີ II

0

ໃນຕອນເຊົ້າຂອງວັນທີ 1 ມີຖຸນາ 2022 ນີ້ເມືອງຊົນນະບູລີ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 10 ວັນໃຫ້ເລຂາໜ່ວຍພັກບ້ານ-ນາຍບ້ານ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຮຸ່ນທີ II, ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ສຸວິໄລ ຫຼວງຊະລາດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊົນນະບູລີ, ທ່ານ ພູຄໍາ ເລນິນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ,ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາຄູ-ອາຈານຈາກໂຮງຮຽນການເມືອງ-ການປົກຄອງແຂວງສະຫວັນນະເຂດ, ຕະຫຼອດຮອດເລຂາໜ່ວຍພັກບ້ານ-ນາຍບ້ານ 63 ບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ປທ ໜູພອນ ຮຽມຈໍາປາຄຳ ໄດ້ຂຶ້ນຜ່ານແຜນໂຄງການຫຼັກສູດການການຝືກອົບຮົມທິດສະດີການເມືອງລະບົບ 10 ວັນ ໃຫ້ເລຂາໜ່ວຍພັກບ້ານ-ນາຍບ້ານ ຊຸດທີ 2 ປີ 2022 ຂອງເມືອງຊົນນະບູລີ ມີຈໍານວນນັກຝືກອົບຮົມທັງໝົດ 81 ຄົນ ຍິງ 2 ຄົນ, ສໍາລັບບົດຮຽນທີ່ນໍາມາສິດສອນປະກອບມີ 16 ບົດຄື: ພັດທະນາປະເທດຊາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ, ການພັດທະນາເສດຖະກິດຢູ່ຂັ້ນບ້ານ, ສ້າງສະຕິກົດໝາຍໃຫ້ປະຊາຊົນ, ຕ້ານປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ຂັ້ນບ້ານ, ສ້າງຄວາມສາມັກຄີຢູ່ພາຍໃນບ້ານໃຫ້ໜັກແໜ້ນ,ບົດບາດຂອງພັກ ປະຊາຊົນ ປະຕິວັດລາວ, ສ້າງໜ່ວຍພັກຮາກຖານບ້ານໃຫ້ໜັກແໜ້ນເຂັ້ມແຂງທັງ 04 ດ້ານ, ຍົກສູງຄຸນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ເນື້ອໃນຄວາມຮັບຜິດຊອບຂອງພະນັກງານນໍາພາ-ຄຸ້ມຄອງຕໍ່ການປະຕິບັດໜ້າທີ່ການເມືອງຢູ່ຮາກຖານບ້ານ, ການນໍາພາຂອງໜ່ວຍພັກບ້ານຕໍ່ການສ້າງເສດຖະກິດຄອບຄົວ, ການດໍາເນີນກອງປະຊຸມໃຫຍ່ 03 ຂັ້ນ ຂອງພັກ ແລະ ວຽກງານຕິດຕາມກວດກາພັກຂອງການຈັດຕັ້ງຮາກຖານພັກບ້ານ, ວຽກງານຄຸ້ມຄອງພົນລະເມືອງ, ການພັດທະນາວຽກງານການສຶກສາ-ສາທາລະນະສຸກ ແລະ ການສ້າງຄອບຄົວຢູ່ບ້ານວັດທະນະທໍາ, ວຽກງານຍຸຕິທໍາຮາກຖານ ແລະ ການສ້າງບ້ານປອດຄະດີ, ຄວາມຮູ້ພື້ນຖານ ກ່ຽວກັບກົດໝາຍຂະແໜງກະສິກໍາ-ປ່າໄມ້, ຄຸ້ມຄອງນໍາໃຊ້ທີ່ດິນຂອງບ້ານ, ການສ້າງແຜນພັດທະນາບ້ານ, ການສ້າງບົດສະຫຼຸບ ແລະ ບົດລາຍງານການເຄື່ອນໄຫວຂອງບ້ານ, ນອກຈາກນັ້ນຍັງໄດ້ມີການຜ່ານກົດລະບຽບການຄຸ້ມຄອງຊຸດຝຶກອົບຮົມ, ໂດຍສະເພາະນັກສຳມະນາກອນ ທຸກຄົນຕ້ອງປະຕິບັດໂມງເວລາຢ່າງເຂັ້ມງວດ, ເອົາໃຈໃສ່ຖອດຖອນບົດຮຽນນຳບັນດາທ່ານ ວິທະຍາກອນ ເພື່ອເຮັດໃຫ້ການຝຶກອົບຮົມຮົມໃນຄັ້ງນີ້ເຕັມໄປດ້ວຍຜົນສຳເລັດ ແລະ ບັນລຸຕາມລະດັບຄາດໝາຍ.

ໂອກາດດຽວກັນນີ້ ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ ກໍ່ໄດ້ຂຶ້ນມີຄຳເຫັນ ແລະ ກ່າວໄຂຊຸດຝຶກອົບຮົມຢ່າງເປັນທາງການ, ພ້ອມທັງເນັ້ນໜັກໃຫ້ ວິທະຍາກອນ ຕ້ອງມີການຄັດຈ້ອນບົດຮຽນທີ່ເຫັນວ່າມີຄວາມສຳຄັນ ແລະ ເເທດເໝາະກັບສະພາບຕົວຈິ່ງຂອງທ້ອງຖິ່ນມາສອນ, ສຶກສາຄົ້ນຄ້ວາບັນດານິຕິກຳ, ລະບຽບກົດໝາຍທີ່ເຫັນວ່າມີສ່ວນກ່ຽວພັນກັບບົດຮຽນຍົກມາເປັນຂໍ້ສົມມຸດ ເພື່ອເປັນການແກ້ໄຂບັນຫາທີ່ເຄີຍພົບພໍ້ໃນແຕ່ລະທ້ອງຖິ່ນ. ພ້ອມດຽວກັນໃນພິທີທ່ານ ພູຄໍາ ເລນິນ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ກໍ່ຍັງໄດ້ມອບເງີນສົດ ຈໍານວນ 1 ລ້ານກີບ ປະກອບສ່ວນເຂົ້າໃນການບໍລິຫານຊຸດອົບຮົມໃນຄັ້ງນີ້ອີກດ້ວຍ.

ພາບ-ຂ່າວ: ນັກຂ່າວ ນັກຂ່າວແຂວງສະຫວັນນະເຂດ

#Medialaos MMD  #Savannakhet Province

ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບ ສາມອົງການຈັດຕັ້ງມະຫາຊົນບ້ານຈອມມະນີ ສ້າງຂະບວນການປູກຕົ້ນໄມ້ 200 ເບ້ຍ

0

ເບ້ຍໄມ້ 200 ເບ້ຍ ຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບສາມອົງການຈັດຕັ້ງມະຫາຊົນບ້ານຈອມມະນີ ປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທີ່ເດີ່ນເຄື່ອງສົ່ງຫຼັກ 6 ວິທະຍຸກະຈາຍສຽງແຫ່ງຊາດລາວ. ນຳພາຂະບວນໂດຍທ່ານ ສຸວັນ ວິໄລແສງ ຜູ້ອຳນວຍການໃຫຍ່ວິທະຍຸແຫ່ງຊາດລາວພ້ອມຄະນະ, ມີນາຍບ້ານຈອມມະນີ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນແລະປະຊາຊົນບ້ານຈອມມະນີເມືອງໄຊເສດຖາເຂົ້າຮ່ວມ.

ທ່ານ ສຸວັນ ວິໄລແສງ ຜູ້ອໍານວຍການໃຫຍ່ວິທະຍຸແຫ່ງຊາດລາວ ກ່າວວ່າ: ເພື່ອປະຕິບັດຕາມທິດຊີ້ນໍາຂອງລັດຖະບານໃນການເພີ່ມພຶ້ນທີ່ສີຂຽວໃຫ້ເນື້ອທີ່ເປົ່າຫວ່າງໃນຂອບເຂດທົ່ວປະເທດເວົ້າລວມ ເວົ້າສະເພາະແມ່ນໃນນະຄອນຫຼວງວຽງຈັນ, ວິທະຍຸກະຈາຍສຽງແຫ່ງຊາດລາວເຫັນໄດ້ເຖິງຄວາມສຳຄັນຂອງການປູກໄມ້ໃຫ້ເປັນປ່າ ເພື່ອທົດແທນຕົ້ນໄມ້ທີ່ຖືກທຳລາຍ ທັງເປັນການປົກປັກຮັກສາສະພາບແວດລ້ອມໃຫ້ມີຄວາມປອດໃສແລະຍືນຍົງ.

ສຳລັບ ເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ໄດ້ມາຈາກການປະກອບສ່ວນຂອງປະຊາຊົນບ້ານຈອມມະນີ 200 ກວ່າເບ້ຍ ແລະ ຈາກວິທະຍຸກະຈາຍສຽງແຫ່ງຊາດລາວອີກ 50ກວ່າເບ້ຍ, ເບ້ຍໄມ້ທີ່ນຳໄປປູກໃນຄັ້ງນີ້ເປັນໄມ້ໃຫ້ໝາກ ເຊັ່ນ: ຫມາກມ່ວງ, ຫມາກມີ້, ອະໂວກາໂດ້, ໝາກສີດາ.

ເພື່ອຮັກສາອັດຕາການລອດຕາຍຂອງຕົ້ນໄມ້ທີ່ປູກໄປນັ້ນທາງຄະນະນຳວິທະຍຸກະຈາຍສຽງແຫ່ງຊາດໄດ້ມອບໃຫ້ອົງການຈັດຕັ້ງຊາວໜຸ່ມຂອງວິທະຍຸກະຈາຍສຽງແຫ່ງຊາດລາວສືບຕໍ່ບົວລະບັດຮັກສາຕົ້ນໄມ້ທີ່ນຳໄປປູກໃນຄັ້ງນີ້ໃຫ້ຈະເລີນເຕີບໃຫຍ່ ແລະ ຖືວ່າເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມເນື້ອທີ່ສີຂຽວຂອງປ່າໄມ້ຕື່ມອີກ.

—————————

ຂ່າວ-ພາບ: ນ.ຈັນສະໝອນ ວົງສົດ ໂທລະພາບແຫ່ງຊາດລາວ

ພະແນກການເງິນ ແຂວງຄຳມ່ວນ ລົງເຜີຍແຜ່ຂໍ້ຕົກລົງ 1073/ກງ

0

ໃນໂອກາດທີ່ຄະນະວິຊາການ ທີ່ນອນຢູ່ໃນຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະວິຊາການລົງເຜີຍແຜ່-ແນະນຳ ໃຫ້ວິສາຫະກິດເປົ້າໝາຍ ເຂົ້າໃນລະບົບອາກອນມູນຄ່າເພີ່ມ (ອມພ) ສະບັບເລກທີ 1073/ກງ, ລົງວັນທີ 21 ເມສາ 2022 ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ໃນລະຫວ່າງວັນທີ 6-8 ມິຖຸນາ 2022 ຄະນະດັ່ງກ່າວ ຮ່ວມກັບ ພະແນກການເງິນແຂວງຄຳມ່ວນ ກໍ່ໄດ້ຮ່ວມລົງນາມບົດບັນທຶກ ເພື່ອຈັດຕັ້ງປະຕິບັດວຽກງານຮ່ວມກັນໃນຕໍ່ໜ້າ ໂດຍມີທ່ານ ທຳມະລົດ ຣາຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ທ່ານ ອຸດອນ ທຳມະວົງສາ ຮອງຫົວໜ້າກົມຄຸ້ມຄອງການບັນຊີ, ທ່ານ ບຸນທະນິດ ວົງມະນີວັນ ຮອງຫົວໜ້າພະແນກການເງິນແຂວງຄຳມ່ວນ, ມີພະນັກງານ-ວິຊາການຈາກຂັ້ນກະຊວງ, ຂະ ແໜງການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.

ບົດບັນທຶກດັ່ງກ່າວ ມີເນື້ອໃນສະຫຼຸບການເຄື່ອນໄຫວຈັດກອງປະຊຸມເຜີຍແຜ່-ແນະນຳ ບັນດານິຕິກຳທີ່ສຳຄັນ ເປັນຕົ້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ຂະແໜງສ່ວຍສາອາກອນ, ຂະແໜງຄຸ້ມຄອງການບັນຊີ ໃຫ້ກາຍເປັນນັກສຳມະນາກອນທີ່ມີຄຸນນະພາບ ຮັບປະກັນໃຫ້ສາມາດເຄື່ອນໄຫວ ການຂະຫຍາຍຖານ ແລະ ການຄຸ້ມຄອງລະບົບອາກອນມູນຄ່າເພີ່ມ, ເຜີຍແຜ່-ແນະນຳ ບັນດາວິສາຫະກິດເປົ້າໝາຍເຂົ້າໃນລະບົບອາກອນມູນຄ່າເພີ່ມ ພ້ອມທັງໄດ້ເຮັດບົດບັນທຶກຮ່ວມ ແລະ ອອກໃບຢັ້ງຢືນໃຫ້ຫົວໜ່ວຍທຸລະກິດທີ່ເປັນຕົວແບບເຂົ້າໃນລະບົບອາກອນມູນຄ່າເພີ່ມ, ການກວດກາຄືນຂໍ້ມູນສະຖິຕິເປົ້າໝາຍເຂົ້າໃນລະບົບອາກອນມູນຄ່າເພີ່ມ, ການສັງລວມຂໍ້ມູນລະບົບ TaxRis ເພື່ອຕິດຕາມການປະຕິບັດການ ແຈ້ງ-ມອບ ອາກອນມູນຄ່າເພີ່ມ ຂອງບັນດາຫົວໜ່ວຍທີ່ສ່ວຍສາອາກອນປະຈຳແຂວງຄຸ້ມຄອງ.

ພ້ອມນີ້ ຄະນະວິຊາການທີ່ຖືກແຕ່ງຕັ້ງ ຕາມຂໍ້ຕົກລົງ 1073/ກງ ສະເໜີໃຫ້ຂະແໜງສ່ວຍສາອາກອນ ປະຈຳແຂວງຄຳມ່ວນ ສືບຕໍ່ຈັດຕັ້ງປະຕິບັດວຽກງານການຂະຫຍາຍຖານອາກອນມູນຄ່າເພີ່ມ ໃນຕໍ່ໜ້າຄື: ການອອກຂໍ້ຕົກລົງຂອງສ່ວຍສາອາກອນປະຈຳແຂວງ ເພື່ອແບ່ງຄວາມຮັບຜິດຊອບການຂະຫຍາຍຖານ ອາກອນມູນຄ່າເພີ່ມໃຫ້ພະນັກງານຮັບຜິດຊອບຢ່າງຂາດຕົວ ແລະ ກຳນົດເປັນຕົວຊີ້ວັດໃນການປະຕິບັດ, ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ ປະຊຸມ, ນຳສະເໜີຈຸດປະສົງ, ແຜນດຳເນີນງານ ແລະ ຄວາມຈຳເປັນຕໍ່ວຽກງານດັ່ງກ່າວ ເພື່ອໃຫ້ການຮ່ວມມື, ປຸກລະດົມຫົວໜ່ວຍທີ່ມີເງື່ອນໄຂ ໃຫ້ເຂົ້າລະບົບອາກອນມູນຄ່າເພີ່ມ, ສືບຕໍ່ອະນຸຍາດ ຮັບຮອງເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຂອງຫົວໜ່ວຍທຸລະກິດທີ່ມີການພັດທະນາ ຫຼື ຊື້ມານຳໃຊ້ເອງ ແລະ ຮັບຮອງເອົາໃບເກັບເງິນໂດຍສຸມໃສ່ບັນດາຫົວໜ່ວຍທຸລະກິດຂະໜາດກາງ, ໃຫຍ່ ແລະ ໂຮງແຮມ, ຕິດຕັ້ງໂປຼແກຼມບັນຊີ ພິມໃບເກັບເງິນອາກອນມູນຄ່າເພີ່ມ ຫຼື ໃຫ້ຫົວໜ່ວຍເປົ້າໝາຍໂດຍສະເພາະຫົວ ໜ່ວຍທີ່ບໍ່ມີເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການຂອງຫົວໜ່ວຍທຸລະກິດ ຕາມແຈ້ງການ ຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0959/ກງ, ປັບປຸງສະຖານະຂອງຜູ້ທີ່ເຂົ້າໃນລະບົບອາກອນມູນຄ່າເພີ່ມໃນລະບົບ TaxRis ຈາກຜູ້ເສຍມອບເໝົາ ມາຖືບັນຊີ ພ້ອມທັງໂອນຫົວໜ່ວຍຜູ້ຢູ່ໃນລະບົບອາກອນມູນຄ່າເພີ່ມ ຈາກນະຄອນ ແລະ ບັນດາເມືອງ ມາໃຫ້ແຂວງຄຸ້ມຄອງ, ປະສານສົມທົບກັບຂະແໜງຄຸ້ມຄອງການບັນຊີ ໃນການຊຸກຍູ້ຫົວໜ່ວຍວິສາຫະກິດ ຖືບັນຊີໃຫ້ຖືກຕ້ອງ ຕາມລະບຽບກົດໝາຍທີ່ກຳນົດອອກ, ໃຫ້ສ່ວຍສາອາກອນປະຈຳແຂວງ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດການຂະຫຍາຍຖານອາກອນມູນຄ່າເພີ່ມ ເປັນປົກກະຕິ ໃນແຕ່ລະອາທິດ ແລະ ແຕ່ລະເດືອນ ໃຫ້ກົມສ່ວຍສາອາກອນ, ກົມຄຸ້ມຄອງການບັນຊີ ແລະ ພະແນກການເງິນປະຈຳແຂວງ

ພາບ-ຂ່າວ: ນັກຂ່າວ ນັກຂ່າວແຂວງຄຳມ່ວນ

#Medialaos MMD  #Khammouan Province

ເຈົ້າໜ້າທີ່ ປກສ ໄດ້ກັກຕົວເປົ້າໜາຍຄ້າຂາຍຢາເສບຕິດ 8 ຄົນ ແລະ ຢຶດຢາບ້າ ຈໍານວນ 21.446 ເມັດ

0

ໃນວັນທີ 8 ມີຖຸນາ 2022 ນີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ຜູ້ສື່ຂ່າວຂອງພວກເຮົາວ່າ: ໃນວັນທີ 1ມິຖຸນາ 2022 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນໄກສອນ ໄດ້ອອກເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ໃນຂອບເຂດນະຄອນໄກສອນພົມວິຫານ ໄດ້ກັກຕົວເປົ້າໜາຍຄ້າຂາຍຢາເສບຕິດ(ຢາບ້າ) ຈຳນວນ 2 ຄົນ ຄືທ້າວ ຜ່ານ ອາຍຸ 60 ປີ ອາຊີບ ເຮັດນາ ບ້ານ ຍາງໂພສີ ນະຄອນ ໄກສອນ ພົມວິຫານ ພ້ອມຂອງກາງຢາບ້າ ຈຳນວນ 313 ເມັດ ,ທ້າວ ຊານໄຊ ຫຼື ຊານ ອາຍຸ 34 ປີ ອາຊີບ ເຮັດນາ ບ້ານ ຍາງໂພສີ ນະຄອນ ໄກສອນ ພົມວິຫານ ພ້ອມຂອງກາງຢາບ້າ ຈຳນວນ 184 ເມັດ ທັງສອງແມ່ນເປັນພໍ່ລູກກັນ,ຜ່ານການສອບສວນ ທ້າວ ຊານໄຊ ຫຼື ຊານ ໄດ້ຮັບສາລະພາບວ່າ: ຢາບ້າ ທີ່ນຳມາຈຳໜ່າຍຂາຍ ແມ່ນໄດ້ຊື້ມາຈາກທ້າວ ລຸ້ງໂລດ ຫຼື ລຸ້ງ ບ້ານ ເລົ່າງາມ ນະຄອນ ໄກສອນ ພົມວິຫານ.

ຮອດເວລາ14ໂມງຂອງວັນດຽວກັນຈຶ່ງກັກຕົວ ທ້າວ ລຸ້ງໂລດ ຫຼື ລຸ້ງ ອາຍຸ 18 ປີ ອາຊີບເຮັດນາ ບ້ານ ເລົ່າງາມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຢູ່ເສັ້ນທາງຂອບເຂດ ບ້ານ ເລົ່າງາມ ພ້ອມຂອງກາງຢາບ້າ 2 ຖົງ ມີຈຳນວນ 290 ເມັດ,ຜ່ານການສອບສວນ ທ້າວ ລຸ້ງໂລດ ຫຼື ລຸ້ງ ໄດ້ຮັບສາລະພາບວ່າ: ຢາບ້າ ທີ່ເອົາມາຈຳໜ່າຍ-ຂາຍແມ່ນຊື້ນຳ ທ້າວ ພິດທະນູໄຊ ຫຼື ຕ່າຍ ບ້ານ ໂພນສະຫວ່າງໃຕ້ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ,ທ້າວ ອະນຸສອນ ຫຼື ຄິງ ບ້ານໃໜ່ໜອງຫວ້າ ເມືອງສອງຄອນ ແຂວງ ສະຫວັນນະເຂດ.

ມາຮອດວັນທີ 2/6/2022 ເວລາ 14 ໂມງ ທາງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຈຶ່ງໄດ້ກັກຕົວ ທ້າວ ອະນຸສອນ ຫຼື ຄິງ ອາຍຸ 23 ປີ ອາຊີບ ເຮັດນາ ບ້ານ ໃໜ່ໜອງຫວ້າ ເມືອງສອງຄອນ ແຂວງສະຫວັນະເຂດ ໄດ້ຢູ່ຂອບເຂດ ບ້ານ ເລົ່າງາມ ນະຄອນ ໄກສອນ ພົມວິຫານ ພ້ອມຂອງກາງຢາບ້າຈຳນວນ 3 ມັດ ເທົ່າກັບ 6.000 ເມັດ.

ແລະຕົກມາຮອດ 16 ໂມງ30 ນາທີ ຂອງວັນດຽວກັນ ຈຶ່ງໄດ້ກັກຕົວ ທ້າວ ພິດທະນູໄຊ ຫຼື ຕ່າຍ ອາຍຸ 36 ປີ ບ້ານໂພນສະຫວ່າງໃຕ້ ນະຄອນ ໄກສອນພົມວິຫານ ພ້ອມຂອງກາງຢາບ້າ ຈຳນວນ 3 ມັດ ເທົ່າກັບ 6.000 ເມັດ,ທ້າວ ສົມສະໜຸກ ຫຼື ນຸດ ອາຊີບ ກຳມະກອນ ອາຍຸ 32 ປີ ບ້ານ ດົງດໍາດວນ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນະເຂດ ພ້ອມຂອງກາງຢາບ້າ 1 ຖົງເທົ່າກັບ 200 ເມັດ,ລົດກະບະຍີຫໍ້ ນິສັນ ນາວາລາສີຂາວ ເລກທະບຽບ ກສ 3657 ສະຫວັນະເຂດ,ຜ່ານການສອບສວນ ທ້າວ ສົມສະນຸກ ຫຼື ນຸດ ໄດ້ຮັບສາລະພາບວ່າ:ຢາບ້າ ທີ່ນຳມາຈຳໜ່າຍ-ຂາຍ ແມ່ນຊື້ມາຈາກທ້າວ ຈອນນີ້ ຫຼື ຈອນ ບ້ານ ເຄືອເຂົາກາດ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນະເຂດ.

ຕົກມາຮອດວັນທີ 3/6/2022 ,ເຈົ້າໜ້າທີ່ວິຊາສະເພາະ ໄດ້ສືບຕໍ່ຂະຫຍາຍຜົນແລ້ວ ໄດ້ກັກຕົວ ທ້າວ ຄຳເພັດ ໄຊສົມບັດ ຫຼື ເຕ້ ອາຍຸ 28 ປີ ບ້ານ ນາທາດ ເມືອງອຸທຸມພອນ ແຂວງສະຫວັນະເຂດ ພ້ອມຂອງກາງຢາບ້າຈຳນວນ 3 ມັດ ເທົ່າກັບ 6.000 ເມັດ,ຢູ່ຂອບເຂດບ້ານ ໜອງໂກ່ມ ນະຄອນ ໄກສອນ ພົມວິຫານ ແລະ ສ່ວນທ້າວ ຈອນນີ້ ຫຼື ຈອນ ແມ່ນ ໄດ້ຂັບລົດກະບະລີໂວ້ ສີຂາວ ເລກທະບຽນ 9699 ກຳແພງນະຄອນໄດ້ເອົາຕົວຫຼົບໜີ.

ແລະຕົກມາຮອດເວລາ11 ໂມງ ຂອງວັນດຽວກັນ ໄດ້ກັກຕົວ ທ້າວ ອານັນ ຫຼື ເທ້ ອາຍຸ 22 ປີ ອາຊີບ ເຮັດນາ ບ້ານເຄືອເຂົາກາດ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນະເຂດ ພ້ອມຂອງກາງຢາບ້າ ຈຳນວນ 10 ຖົງເທົ່າກັບ 2.459 ເມັດ,ຢາໄອສ໌ຈຳນວນ 1 ຖົງນ້ອຍ ,ເງິນ 6 ລ້ານກີບແລະ ລົດຈັກ 1 ຄັນ.ຢູ່ເຮືອນ ທ້າວ ຈອນນີ້ ຫຼື ຈອນ ບ້ານເຄືອເຂົາກາດ ນະຄອນ ໄກສອນ ພົມວິຫານ ແລະ ລວມເຄື່ອງຂອງກາງທັງໜົດມີ: ຢາບ້າ ຈຳນວນ 9 ມັດ ກັບ 11 ຖົງ ເທົ່າກັບ 21.446 ເມັດ,ຢາໄອສ 1 ຖົງນ້ອຍ,ລົດໃຫຍ່ກະບະຢີຫໍ້ນິດສັນ ນາວາລ້າສີຂາວ ເລກທະບຽນ 3657 ສະຫວັນະເຂດ,ລົດຈັກຈຳນວນ 4 ຄັນ,ເງິນ 6 ລ້ານກີບ ແລະ ໂທລະສັບ 10 ໜ່ວຍ ແລະ ສໍາລັບຜູ້ກະທໍາຜິດແມ່ນຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.

ພາບ-ຂ່າວ: ນັກຂ່າວ ນະຄອນ ໄກສອນ ພົມວິຫານ.

#Medialaos MMD  #Savannakhet Province

4 ໜ່ວຍພັກ ຮາກຖານພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

0

ພິທີມອບ-ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ໃຫ້ 4 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກສາທາລະນະສຸກແຂວງວຽງຈັນ ມີໜ່ວຍພັກບໍລິຫານ, ໜ່ວຍພັກອະນາໄມສົ່ງເສີມສຸຂະພາບ, ໜ່ວຍພັກໂຮງຮຽນພະຍາບານສາດ ແລະ ໜ່ວຍພັກໂຮງໝໍແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນາ 2022 ຢູ່ທີ່ສະໂມສອນຫ້ອງວ່າການເມືອງໂພນໂຮງ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ, ມີຄະນະພັກຮາກຖານພະແນກການອ້ອມຂ້າງ, ພ້ອມດ້ວຍສະມາຊິກພັກທົ່ວຮາກຖານພັກພະແນກດັ່ງກ່າວເຂົ້າຮ່ວມ.

ຜ່ານການສະຫຼູບຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປະຈຳປີ 2021 ຂອງ 4 ໜ່ວຍພັກດັ່ງກ່າວເຫັນວ່າ: ຄະນະໜ່ວຍພັກ, ສະມາຊິກພັກໄດ້ເອົາໃຈໃສ່ເຂົ້າຮ່ວມການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ທີ່ຈັດຕັ້ງຈັດຂຶ້ນ,ນອກຈາກນັ້ນ, ສະມາຊິກພັກແຕ່ລະສະຫາຍຍັງຊອກຮູ້ຮໍ່າຮຽນແນວທາງ, ນະໂຍບາຍຂອງພັກດ້ວຍຕົນເອງ ເຮັດໃຫ້ສະມາຊິກພັກທຸກສະຫາຍມີຄວາມຮັບຮູ້ ແລະ ເຂົ້າໃຈດ້ານທິດສະດີການເມືອງ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ຫັນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເປັນແຜນການ, ແຜນງານ ແລະ ໂຄງການ ແລະ ຈັດຕັ້ງປະຕິບັດຕົວຈິງໄດ້ຮັບຜົນສຳເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້; ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ, ເຊື່ອໝັ້ນຕໍ່ການນຳພາ ແລະ ອຸດົມການສັງຄົມນິຍົມຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນຈຸດໝາຍສັງຄົມນິຍົມ, ມີຄວາມອົດທົນໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຜັນແປຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ຮູ້ຈຳ ແນກມິດ-ສັດຕູຢ່າງຈະແຈ້ງ, ມີສະຕິລະວັງຕົວ, ສະກັດກັ້ນ ແລະ ຕ້ານທຸກກົນອຸບາຍມ້າງເພທຳລາຍຂອງສັດຕູຕໍ່ລະບອບໃໝ່ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນ, ມີຄວາມສາມັກຄີເປັນເອກະພາບ ພາຍໃນການຈັດຕັ້ງພັກຢ່າງແໜ້ນແຟ້ນ, ບໍ່ມີແນວຄິດສວຍໂອກາດ, ສໍ້ລາດບັງຫຼວງ, ຫຼີ້ນກິນຟຸມເຟືອຍ, ຕ້ານແນວຄິດຫຼາຍພັກ, ຫຼາຍເຄົ້າ, ຈຸ້ມເຈື້ອເຊື້ອສາຍ ແລະ ກຸ່ມກ້ອນຢູ່ໃນການຈັດຕັ້ງພັກ; ສັດຊື່ບໍລິສຸດຕໍ່ໜ້າທີ່ວຽກງານ, ຕໍ່ການຈັດຕັ້ງ ແລະ ຕໍ່ປະເທດຊາດ, ໄດ້ຍຶດໝັ້ນ ແລະ ປະຕິບັດຕາມ 5 ຫຼັກການ, 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກຢ່າງເຂັ້ມງວດ, ມີຄວາມຕື່ນຕົວໃນການປະຕິບັດກົດລະບຽບພັກ ແລະ ກົດໝາຍຂອງລັດ, ມີສະຕິຕໍ່ການຈັດຕັ້ງຢ່າງເຂັ້ມງວດ, ເປັນແບບຢ່າງນໍາໜ້າທີ່ດີໃຫ້ແກ່ມະຫາຊົນ, ໄດ້ເອົາໃຈໃສ່ກໍ່ສ້າງມະຫາຊົນເຂົ້າພັກ ແມ່ນຖືເອົາຄູນນະພາບເປັນກົກ ບົນພື້ນຖານປະຕິບັດໃຫ້ຖຶກຕ້ອງຕາມມາດຖານເງື່ອນໄຂ, ບາດກ້າວ, ຂັ້ນຕອນ ຂອງການຂະຫຍາຍພັກທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງພັກຢ່າງເຂັ້ມງວດ; ຄະນະພັກໄດ້ນໍາພາເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ມີການແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍພັກ ແລະ ສະມາຊິກພັກຢ່າງຈະແຈ້ງ, ມີການ ນຳພາ-ຊີ້ນໍາສ້າງແຜນການເຄື່ອນໄຫວປະຈຳເດືອນ, 06 ເດືອນ ແລະ ປະຈຳປີ, ມີການຊຸກຍູ້, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດວຽກງານແຕ່ລະໄລຍະ, ມີການສະຫຼຸບຖອດຖອນບົດຮຽນເພື່ອປັບປຸງແບບແຜນການນຳພາໃຫ້ສອດຄ່ອງກັບສະພາບຕົວຈິງ.

ໃຫ້ກຽດມອບໃບຢັ້ງຢືນ ໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ໃຫ້ 4 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກ ພະແນກສາທາລະນະສຸກ ແຂວງວຽງຈັນຄັ້ງນີ້ ໂດຍສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ

ພາບ-ຂ່າວ : ບຸນມາ ແກ້ວບຸດດາ.

#Medialaos MMD  #Vientiane Province

ສຽງຂອງເດັກ ແລະ ໄວໜຸ່ມລາວ ກ່ຽວກັບສິດທິເດັກ

0

ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ຢູນິເຊັບ ໄດ້ຈັດກິດຈະກໍາການປຶກສາຫາລືດ້ານສິດທິເດັກ ຮ່ວມກັບເດັກ ແລະ ໄວໜຸ່ມໃນຂອບເຂດທົ່ວປະເທດ ເພື່ອກະກຽມບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ (ສສດ) ໄລຍະທີ 7 ເພື່ອກະກຽມບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ (ສສດ) ໄລຍະທີ 7 ແລະ ສອງອະນຸສັນຍາຂອງສົນທິສັນຍາວ່າດ້ວຍສິດທິເດັກ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ – ເດັກ (ຄຊກມດ) ໂດຍການສະໜັບສະໜູນຈາກອົງການ ຢູນິເຊັບ ໄດ້ດຳເນີນກອງປະຊຸມປຶກສາຫາລືກັບເດັກ ແລະ ໄວໜຸ່ມທົ່ວປະເທດ ພາຍຫຼັງທີ່ໄດ້ເປີດຂະບວນການຂຽນບົດລາຍງານດັ່ງກ່າວມາແຕ່ປີ 2021. ຂະບວນການຂຽນບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ ເປັນການເປີດໂອກາດໃຫ້ລັດຖະບານໄດ້ດໍາເນີນການປະເມີນຜົນໂດຍລວມໃນການຈັດຕັ້ງປະຕິບັດຂໍ້ສະເໜີແນະຂອງຄະນະກໍາມະການສິດທິເດັກຂອງອົງການ ສປຊ ທີ່ມີຕໍ່ ສປປ ລາວ ສໍາລັບບົດລາຍງານຂອງລັດຖະບານໄລຍະທີ 3 ຫາ 6. ການປຶກສາຫາລືກັບເດັກ ແລະ ໄວຫນຸ່ມມີຄວາມສໍາຄັນເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບທັດສະນະຂອງເດັກ ແລະ ໄວໜຸ່ມຕໍ່ສະພາບການ ແລະ ສິ່ງທ້າທາຍທີ່ມີຜົນກະທົບຕໍ່ຊີວິດຂອງເຂົາເຈົ້າ.

ນັບແຕ່ເດືອນກຸມພາ ຫາ ເດືອນ ພຶດສະພາ 2022, ມີເດັກນ້ອຍ ແລະ ໄວໜຸ່ມທັງໝົດ 140 ຄົນ (ຍິງ 65 ຄົນ ແລະ ຊາຍ 75 ຄົນ) ອາຍຸ 10 ຫາ 27 ປີ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື 5 ຄັ້ງທີ່ຈັດຂຶ້ນຢູ່ແຂວງ ອັດຕະປື, ສະຫວັນນະເຂດ, ຫຼວງພະບາງ, ເຊກອງ ແລະ ຄຳມ່ວນ. ກອງປະຊຸມໄດ້ເຕົ້າໂຮມເດັກ ແລະ ໄວໜຸ່ມທີ່ມາຈາກກຸ່ມຕ່າງໆ ໃນນັ້ນມີເດັກທີ່ເຂົ້າໂຮງຮຽນ, ເດັກທີ່ບໍ່ເຂົ້າໂຮງຮຽນ, ເດັກຈາກບັນດາຊົນເຜົ່າ, ເດັກທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ຈາກການຄ້າມະນຸດ, ເດັກທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເດັກນ້ອຍທີ່ບໍ່ມີພໍ່ແມ່ຜູ້ປົກຄອງເບິ່ງແຍງດູແລ. ສໍາລັບຢູ່ແຂວງຫຼວງພະບາງ, ມີເດັກຈໍານວນ 20 ຄົນ (ຍິງ 5 ຄົນ, ຊາຍ 15 ຄົນ) ທີ່ອາໄສຢູ່ໃນວັດ ແລະ ບ້ານຊ່ວຍເຫຼືອເດັກເອສໂອເອສ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືສິດທິເດັກເປັນຄັ້ງທຳອິດ. ອົງການຢູນິເຊັບ ປະຈໍາ ສປປ ລາວໄດ້ໃຫ້ການສະໜັບສະໜູນກອງປະຊຸມປຶກສາຫາລືຢູ່ອັດຕະປື, ສະຫວັນນະເຂດ, ແລະ ຫຼວງພະບາງ.

ຈົວນ້ອຍ ອາເລັກ ອຸດົມສຸກ, ອາຍຸ 14 ປີ ໄດ້ກ່າວວ່າ “ຂ້ອຍດີໃຈທີ່ໄດ້ມີໂອກາດເຂົ້າຮ່ວມກອງປະຊຸມສຳຄັນນີ້. ມັນເປັນການດີທີ່ຜູ້ໃຫຍ່ໄດ້ຮັບຟັງພວກເຮົາ ແລະ ຄວາມຄິດເຫັນຂອງພວກເຮົາຖືກພິຈາລະນາເຂົ້າໃນບົດລາຍງານການຈັດຕັ້ງປະຕິບັດສິດທິເດັກ,”. ລາວຍັງໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບສິດທິຂອງເດັກ ແລະ ຂະບວນການໃນການລາຍງານການຈັດຕັ້ງປະຕິບັດສິດທິເດັກ ໃນລະຫວ່າງການປະຊຸມປຶກສາຫາລື. ສໍາລັບຈົວເດັກນ້ອຍ, ໂພຊະນາການແມ່ນຫນຶ່ງໃນສິ່ງທ້າທາຍຕົ້ນຕໍທີ່ບັນດາຈົວນ້ອຍໄດ້ຍົກຂຶ້ນມາໃນກອງປະຊຸມປຶກສາຫາລື. ການເພິ່ງພາອາໄສອາຫານທີ່ໄດ້ຈາກການໃສ່ບາດ, ຄວາມຮັບຮູ້ທີ່ຕໍ່າ ແລະ ຄວາມຈໍາກັດໃນການເຂົ້າເຖິງອາຫານທີ່ມີໂພຊະນາການ ໄດ້ເປັນອຸປະສັກຕໍ່ການບັນລຸການກິນອາຫານທີ່ໃຫ້ຄົບໝູ່ທາດ. ຕາງໜ້າໄວໜຸ່ມທີ່ເຂົ້າຮ່ວມກອງປະຊຸມປຶກສາຫາລືໄດ້ກ່າວວ່າ ເຖິງວ່າຈະມີກົດລະບຽບ ແລະ ມີການສິດສອນກ່ຽວກັບລະບຽບ, ແຕ່ເຂົາເຈົ້າກໍຍັງເຫັນພຶດຕິກໍາຮຸນແຮງໃນກຸ່ມເດັກຢູ່ໃນໂຮງຮຽນ ແລະ ໃນຊຸມຊົນ. ການແຕ່ງງານຂອງເດັກ ແລະ ການຖືພາກ່ອນໄວອັນຄວນຖືກລາຍງານວ່າ ເປັນເລື່ອງທີ່ພົບເຫັນເລື້ອຍໆໃນກຸ່ມເດັກ ແລະ ໄວໜຸ່ມທີ່ອອກໂຮງຮຽນ ຫຼື ຫວ່າງງານ, ຍ້ອນວ່າເຂົາເຈົ້າບໍ່ມີອຳນາດໃນການຕໍ່ລອງ ແລະ ມີຄວາມຮູ້ດ້ານການຄຸມກຳເນີດທີ່ຈຳກັດ. ໃນຂະນະທີ່ເດັກນ້ອຍສ່ວນໃຫຍ່ຮູ້ເຖິງຜົນກະທົບທາງລົບຂອງການໃຊ້ສານເສບຕິດ, ແຕ່ການຕິດຢາເສບຕິດຍັງຄົງເປັນບັນຫາອັນເນື່ອງມາຈາກຄວາມຢາກຮູ້ຢາກເຫັນ ແລະ ຄວາມຮູ້ທີ່ຈຳກັດກ່ຽວກັບປະເພດ ແລະ ຜົນກະທົບຂອງຢາເສບຕິດ. ໃນລະຫວ່າງການນໍາສະເຫນີຂອງເດັກ ແລະ ໄວໜຸ່ມໃນກອງປະຊຸມ, ຜູ້ຕາງຫນ້າໄວຫນຸ່ມໄດ້ສະເຫນີການແກ້ໄຂສໍາລັບສິ່ງທ້າທາຍເຫຼົ່ານີ້. ບາງຄໍາແນະນໍາລວມມີການເພີ່ມທະວີການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການຝຶກອົບຮົມກ່ຽວກັບບັນຫາການປົກປ້ອງເດັກສໍາລັບເດັກ ແລະ ໄວໜຸ່ມ, ເພີ່ມທະວີກົນໄກການລາຍງານກໍລະນີຄວາມຮຸນແຮງ ແລະ ການຂູດຮີດ ແລະ ປັບປຸງການບໍລິການຊ່ວຍເຫຼືອ ເຊັ່ນ: ການໃຫ້ຄໍາປຶກສາແກ່ເດັກທີ່ຕ້ອງການຄໍາປຶກສາ.

ທ່ານ ນາງ ຈົງຈິດ ຈັນທະລານົນ ຮອງຫົວໜ້າຫ້ອງການກອງເລຂາຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ (ຄຊກມດ) ໄດ້ກ່າວວ່າ “ການມີສ່ວນຮ່ວມຂອງເດັກແມ່ນໜຶ່ງໃນຫຼັກການຫຼັກໆຂອງສົນທິສັນຍາວ່າດ້ວຍສິດເດັກ (ສສດ). ການປຶກສາຫາລືກ່ຽວກັບສິດທິເດັກ ໄດ້ສະຫນອງເວທີສໍາລັບເດັກທີ່ມີພື້ນຖານທີ່ແຕກຕ່າງກັນເພື່ອສະແດງຄວາມຄິດເຫັນຂອງເຂົາເຈົ້າຢ່າງເສລີກ່ຽວກັບບັນຫາກ່ຽວຂ້ອງເຖິງເຂົາເຈົ້າ ແລະ ໃຫ້ເຂົາເຈົ້າມີສ່ວນຮ່ວມໃນຂະບວນການຕັດສິນໃຈດັ່ງກ່າວ. ຄໍາຄິດເຫັນຂອງເຂົາເຈົ້າສາມາດຊ່ວຍໃຫ້ລັດຖະບານພັດທະນາບັນດາໂຄງການ ແລະ ນະໂຍບາຍຕ່າງໆທີ່ສະຫນັບສະຫນູນເດັກທຸກຄົນໃນການນໍາໃຊ້ຄວາມສາມາດຂອງເຂົາເຈົ້າ,”.

ນອກຈາກນັ້ນ, ລັດຖະບານຍັງໄດ້ຈັດເວທີປົກກະຕິສໍາລັບການມີສ່ວນຮ່ວມຂອງເດັກ. ຕົວຢ່າງທີ່ດີໃນການຈັດເວທີດັ່ງກ່າວແມ່ນເວທີເດັກລາວ 2022 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ແຕ່ວັນທີ 10 ຫາ 13 ພຶດສະພາ 2022 ເຊິ່ງໄດ້ນໍາເອົາຕົວແທນເດັກທັງໝົດ 62 ຄົນຈາກທົ່ວປະເທດເຂົ້າຮ່ວມ. ເຂົາເຈົ້າໄດ້ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບສິ່ງທ້າທາຍຕົ້ນຕໍທີ່ເດັກ ແລະ ໄວ ໜຸ່ມໃນປະເທດປະເຊີນ, ເຊັ່ນ: ການລະບາດພະຍາດໂຄວິດ-19, ອຸປະຕິເຫດທ້ອງຖະໜົນ, ການໃຊ້ສື່ສັງຄົມ ແລະ ການແຕ່ງງານກ່ອນໄວອັນຄວນ.

ທ່ານ ນາງ ຄຳໃສ ອ່ຽມສຸທິ, ຜູ້ຊ່ຽວຊານວຽກງານປົກປ້ອງເດັກຈາກອົງການ ຢູນິເຊັບ ປະຈໍາ ສປປ ລາວ ໄດ້ກ່າວ່າ “ການຍົກສູງສິດທິເດັກໃນການມີສ່ວນຮ່ວມແມ່ນມີຄວາມສຳຄັນເປັນພິເສດທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19. ພວກເຮົາຕ້ອງຮັບປະກັນວ່າຄວາມຕ້ອງການ ແລະ ທັດສະນະຂອງເດັກຖືກພິຈາລະນາເຂົ້າໃນຄວາມພະຍາຍາມໃນການຕອບໂຕ້ ແລະ ການຟື້ນຟູ ຍ້ອນວ່າເຂົາເຈົ້າເປັນຮາກຖານອັນສໍາຄັນຂອງໂລກທີ່ຍືນຍົງ ແລະ ທົນທານ ພາຍຫຼັງການແຜ່ລະບາດຂອງພະຍາດ. ອົງການ ຢູນິເຊັບ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບລັດຖະບານ ສປປ ລາວ ແລະ ເດັກ ໃນ ສປປ ລາວໃນຂະບວນການຂຽນບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ, ພວກເຮົາຄິດ ແລະ ຄາດຫວັງເຖິງອະນາຄົດທີ່ດີຂຶ້ນຂອງເດັກທຸກໆຄົນໃນ ສປປ ລາວ,”.

ຄວາມຄິດເຫັນຂອງເດັກ ແລະ ໄວໜຸ່ມຈະໄດ້ຮັບການສັງລວມເຂົ້າໃນບົດລາຍງານທີ່ຈະນຳສະເໜີໃນກອງປະຊຸມປຶກສາຫາລືທົ່ວປະເທດໃນເດືອນ ມິຖຸນາ 2022. ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ (ສສດ) ໄລຍະທີ 7 ແລະ ສອງອະນຸສັນຍາຂອງສົນທິສັນຍາວ່າດ້ວຍສິດທິເດັກຈະໄດ້ຮັບການຮັບຮອງ ແລະ ສົ່ງໃຫ້ຄະນະກຳມະການສິດທິຂອງເດັກຂອງອົງການ ສປຊ ພາຍໃນເດືອນມິຖຸນາ 2023.

ສປປ ລາວ ທ່າມກາງບັນດາປະເທດນໍາໜ້າທັງຫຼາຍຈັດຕັ້ງກອງປະຊຸມປຶກສາຫາລືກ່ຽວກັບການຟື້ນຟູການສຶກສາຈາກໂລກລະບາດໂຄວິດເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດດ້ານການສຶກສາຂອງອົງການສະຫະປະຊາຊາດ

0

ວັນທີ 31 ພຶດສະພາ 2022 ທີ່ນະຄອນຫຼວງວຽງຈັນ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊັບ ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລືລະດັບຊາດກ່ຽວກັບອະນາຄົດຂອງການສຶກສາໃນ ສປປ ລາວ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດກ່ຽວກັບການຫັນປ່ຽນການສຶກສາໂລກຂອງອົງການສະຫະປະຊາຊາດ ຊຶ່ງຈະຈັດຂຶ້ນໃນເດືອນກັນຍາ 2022. ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ຈະດໍາເນີນການປຶກສາຫາລືຫຼາຍຂົງເຂດວຽກງານໃຫ້ຕະໜັກແໜ້ນປະ ຕິບັດຄໍາໝັ້ນສັນຍາແຫ່ງຊາດໃນການເຄື່ອນໄຫວສະໜັບສະໜູນວຽກງານຟື້ນຟູຂະແໜງການສຶກສາຈາກພະຍາດລະບາດ ແລະ ໃຫ້ການສະໜັບສະໜູນການຫັນປ່ຽນເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ 4 ກ່ຽວກັບການສຶກສາທີ່ມີຄຸນນະພາບ. ກອງປະຊຸມສຸດຍອດກ່ຽວກັບການຫັນປ່ຽນການສຶກສາໂລກຂອງອົງການສະຫະປະຊາຊາດ (TES) ໄດ້ຮັບການຈັດຕັ້ງຂຶ້ນໂດຍຜ່ານໜ່ວຍວິຊາການຂະແໜງການສຶກສາ ແລະ ກິລາ (ESWG) ແບບອອນລາຍ ແລະ ແບບໜ້າເຊິ່ງ ຊຶ່ງເປັນກຽດເຂົ້າຮ່ວມໂດຍທ່ານ ປອ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຊາຣາ ເຊກເຄນ (Sara Sekkenes) ຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ ແລະ ທ່ານ ນາງ ບີອາເຕ້ ດັດສ໌ເຕວ, ຮັກສາການຜູ້ຕາງຫນ້າອົງການຢູນິເຊັບ ປະຈໍາ ສປປ ລາວ. ທ່ານ ຜູ້ຕາງໜ້າ ຈາກສະຖານທູດອົດສະຕາລີ ແລະ ສະຫະພາບເອີລົບ, ປະທານຮ່ວມ ໜ່ວຍວິຊາການຂະແໜງການສຶກສາ ແລະ ກິລາ (ESWG) ພ້ອມດ້ວຍຄູ່ຮ່ວມພັດທະນາການສຶກສາຈາກພາກສ່ວນຕ່າງໆກໍ່ໄດ້ເປັນກຽດເຂົ້າຮ່ວມເຊັ່ນດຽວກັນ.

ທ່ານ ປອ ສີສຸກ ວົງວິຈິດ ໄດ້ຍົກໃຫ້ເຫັນວ່າ “ການສຶກສາທີ່ມີຄຸນນະພາບແມ່ນພາກສ່ວນທີ່ຕິດພັນກັບຄວາມຈະເລີນຮຸ່ງເຮືອງດ້ານເສດຖະກິດ ແລະ ສັງຄົມ ແລະ ການພັດທະຊັບສິນມະນຸດໂດຍແຍກຈາກກັນບໍ່ໄດ້. ການປຶກສາຫາລືນີ້ແມ່ນໄດ້ຈັດຕັ້ງຂຶ້ນໃນເວລາເໝາະເຈາະພໍດີ ຍ້ອນວ່າພວກເຮົາຍັງມີຄວາມຈໍາເປັນຕ້ອງໄດ້ດໍາເນີນການທົບທວນລະດັບຊາດກ່ຽວກັບວິທີການຕ່າງໆເພື່ອເຮັດແນວໃດໃຫ້ທຸກພາກສ່ວນກ່ຽວຂ້ອງສາມາດເຮັດວຽກຮ່ວມກັນເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 (COVID-19) ຕໍ່ການສຶກສາ ແລະ ເຮັດໃຫ້ລະບົບການສຶກສາຂອງພວກເຮົາກົມກືນກັບສະພາບຄວາມຕ້ອງການໆຮຽນຮູ້ຂອງສະຕະວັດທີ 21. ພວກເຮົາມີຄວາມປື້ມປິຕິເປັນຢ່າງຍິ່ງທີ່ຈະເປັນປະເທດໜຶ່ງໃນບັນດາປະເທດທໍາອິດທີ່ຈັດຕັ້ງການປຶກສາຫາລືລະດັບຊາດດັ່ງກ່າວນີ້. ຂ້າພະເຈົ້າເຊື່ອວ່າການສົນທະນາໃນມື້ນີ້ຈະຊ່ວຍບຸກເບີກການບໍລິການການສຶກສາທີ່ມີຄຸນນະພາບ ແລະ ຜົນການຮຽນຮູ້ທີ່ດີກວ່າສໍາລັບເດັກນ້ອຍ ແລະ ໄວຫນຸ່ມທຸກຄົນໃນ ສປປລາວ.”

ທ່ານ ນາງ ຊາຣາ ເຊກເຄນ, ຜູ້ປະສານງານອົງການສະຫະປະຊາຊາດປະຈຳ ສປປ ລາວ ໄດ້ກ່າວວ່າ “ດັ່ງທີ່ພວກເຮົາຮູ້ກັນວ່າ ການສຶກສາໃນທຸກມື້ນີ້ຍັງມີລັກສະນະສັບສົນຢູ່. ຍ້ອນແນວນັ້ນ, ຈຶ່ງຈໍາເປັນຕ້ອງຈັດຕັ້ງດໍາເນີນກອງປະຊຸມສຸດຍອດຂອງອົງການສະຫະປະ ຊາຊາດຂຶ້ນເພື່ອພັດທະນາວິໄສທັດ ແລະ ຄວາມໝັ້ນໝາຍຮ່ວມໃນລະດັບສູງສຸດຕໍ່ການຫັນປ່ຽນການສຶກສາ.” “ພວກເຮົາບໍ່ສາມາດປະປ່ອຍໃຫ້ນັກສຶກສາລຸ້ນນີ້ປະສົບກັບການສູນເສຍອັນຮ້າຍແຮງທາງດ້ານການຮຽນຮູ້ ແລະ ການເປັນຢູ່ທີ່ດີ. ເຖິງເວລາແລ້ວທີ່ພວກເຮົາຈະຕ້ອງຫັນປ່ຽນຈາກວິກິດການໄປສູ່ການຟື້ນຟູ; ຈາກການປະຕິບັດແບບດັ້ງເດີມໄປສູ່ການຫັນປ່ຽນຮູບແບບໃໝ່. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ລັດຖະບານ ສປປ ລາວ ທີ່ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືລະດັບຊາດຄັ້ງທຳອິດນີ້ຂຶ້ນ. ທ່ານຍັງໄດ້ກ່າວອີກວ່າ, ອົງການສະຫະປະຊາຊາດພ້ອມກັບບັນດາຄູ່ຮ່ວມງານຂອງພວກເຮົາໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜູນການປຶກສາຫາລືລະດັບຊາດຕື່ມອີກໃນກອງປະຊຸມສຸດຍອດທີ່ຈະມາເຖິງໃນຕໍ່ໜ້ານີ້,”

ໃນລະຫວ່າງກອງປະຊຸມປຶກສາຫາລືນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງການບັນລະບາຍຈາກຜູ້ຕາງໜ້າອົງການອຸຍນີເຊັບ (UNICEF) ແລະ ອຸຍແນັດສະໂກ (UNESCO) ກ່ຽວກັບກອງປະຊຸມສຸດຍອດທີ່ຈະມາເຖິງກ່ຽວກັບການຫັນປ່ຽນການສຶກສາ ແລະ ໄດ້ຮັບຟັງຄໍາແນະນໍາກ່ຽວກັບອົງປະກອບ 4 ດ້ານເພື່ອປຶກສາຫາລືກັນຄື: ການຟື້ນຟູການສຶກສາທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ຟື້ນຄືນພາບພົດການສຶກສາສໍາລັບສະຕະວັດທີ 21, ການສະໜອງເງິນທຶນແບບຍືນຍົງເພື່ອການສຶກສາ ແລະ ຍົກສູງລະດັບງຄວາມມຸ້ງຫວັງຂອງເປົ້າຫມາຍການສຶກສາແຫ່ງຊາດ. ບັນດາຜູ້ແທນທີ່ມາຈາກກະຊວງຕ່າງໆ, ສະພາແຫ່ງຊາດ, ຄູ່ຮ່ວມພັດທະນາ ພ້ອມທັງຜູ້ຕາງໜ້າບັນດາຄູອາຈານ ແລະ ນັກສຶກສາ ໄດ້ກຳນົດບັນດາການເຄື່ອນໄຫວນະໂຍບາຍທີ່ຕິດພັນກັບອົງປະກອບ 4 ດ້ານດັ່ງກ່າວ. ບັນດາຂໍ້ສະເໜີແນະດັ່ງກ່າວຈະໄດ້ສະທ້ອນໃຫ້ເຫັນໃນຖະແຫຼງການແຫ່ງຊາດກ່ຽວກັບການເຄື່ອນໄຫວຂອງ ສປປ ລາວ ທີ່ຈະໄດ້ນຳສະເໜີໃນກອງປະຊຸມສຸດຍອດໃນເດືອນກັນຍານີ້.

ທ່ານ ນາງ ເບດ ດາສເທນ, ຜູ້ຕາງຫນ້າອົງການອຸຍນີເຊັບປະຈໍາ ສປປ ລາວ ໄດ້ກ່າວວ່າ “ແນວຄວາມຄິດທີ່ໄດ້ແບ່ງປັນໃນມື້ນີ້ ບໍ່ພຽງແຕ່ຈະເປັນການກະຕຸ້ນຄວາມມຸ້ງມາດປາດຖະໜາ ແລະ ຈູດປະກາຍການເຄື່ອນໄຫວເພື່ອໃຫ້ເກີດການຫັນປ່ຽນຮູບການຮຽນຮູ້ໃນ ສປປ ລາວ ເທົ່ານັ້ນ, ແຕ່ການປະກອບສ່ວນຂອງພວກເຮົາຍັງຈະເປັນຂໍ້ມູນສໍາຄັນໃຫ້ແກ່ການສົນທະນາ ແລະ ຄໍາຫມັ້ນສັນຍາໃນລະດັບໂລກຕໍ່ການຫັນປ່ຽນການສຶກສາສໍາລັບເດັກນ້ອຍ ແລະ ໄວຫນຸ່ມທຸກຄົນ.” ທ່ານຍັງໄດ້ກ່າວຕື່ມອີກວ່າ, “ຜົນກະທົບຂອງພະຍາດໂຄວິດ-19 (COVID-19) ໄດ້ສ້າງຄວາມເສຍຫາຍຮ້າຍແຮງຕໍ່ການສຶກສາ ແລະ ອະນາຄົດຂອງເດັກນ້ອຍ ແລະ ໄວໜຸ່ມໂດຍບໍ່ສາມາດປະຕິເສດໄດ້ ແລະ ພວກເຮົາຫຼິງເຫັນຄ່າໃຊ້ຈ່າຍອັນໜັກໜ່ວງຈາກການຢຸດສະຫງັກການເຄື່ອນໄຫວຍ້ອນສາຍເຫດພາວະວິໄສທີ່ບໍ່ສາມາດຫຼີກລຽງໄດ້. ສະນັ້ນ, ບັນຫານີ້ຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບລວມຂອງພວກເຮົາທັງໝົດທີ່ຈະຍອມຮັບເອົາວິກິດການນີ້ມາເປັນໂອກາດ ແລະ ສ້າງວິໄສທັດໃຫມ່ທີ່ເຕັມໄປດ້ວຍພະລັງແຮງສູງເພື່ອຫັນປ່ຽນການສຶກສາ.”

ຜົນໄດ້ຮັບຂອງການປຶກສາຫາລືດັ່ງກ່າວຍັງຈະເປັນຂໍ້ມູນໃຫ້ແກ່ການເຂົ້າຮ່ວມຂອງ ສປປ ລາວ ໃນກອງປະຊຸມລັດຖະມົນຕີການສຶກສາປະຈໍາພາກພື້ນອາຊີປາຊີຟິກໃນລະຫວ່າງວັນທີ 5-7 ມິຖຸນາ 2022 ຊຶ່ງຈະໄດ້ຈັດຂຶ້ນໂດຍອົງການອຸຍແນັດສະໂກ ແລະ ອົງການອຸຍນີເຊັບ. ສະນັ້ນ, ກອງປະຊຸມປຶກສາຫາລືລະດັບສູງ ແລະ ລະດັບຊາດອາດຈະໄດ້ຈັດຕັ້ງຂຶ້ນເພື່ອເປັນຂໍ້ມູນໃຫ້ແກ່ກອງປະຊຸມກະກຽມກອງປະຊຸມສຸດຍອດທີ່ ປາຣີສ ໃນລະຫວ່າງວັນທີ 28-30 ມີຖຸນາ 2022, ແລະ ຄໍາໝັ້ນສັນຍາຂັ້ນສຸດທ້າຍລະ ດັບຊາດຂອງ ສປປ ລາວ ທີ່ຈະນໍາສະເໜີໃນກອງປະຊຸມສຸດຍອດໃນເດືອນກັນຍາ 2022 ໃນທ່າມກາງກອງປະຊຸມສະມັດຊາໃຫຍ່ສະຫະະຊາຊາດຄັ້ງທີ 77.