Home Blog

ນາຍົກລັດຖະມົນຕີຫວຽດນາມ ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ

0

ໃນວັນທີ 8 ຕຸລາ 2026 ນີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 8-9 ຕຸລາ 2026 ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ການວາງພວງມະລາ ໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນ ດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

0

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເດີນທາງມາເຖິງ ນະຄອນຫລວງວຽງຈັນ

ຂປລ. ຕອນບ່າຍວັນທີ 8 ຕຸລາ 2026 ນີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາ ທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸນ ແລະ ສົມກຽດ ໂດຍມີ ສະຫາຍ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນລັດຖະມົນຕີກຽດຕິຍົດ, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ສະຫາຍ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ, ສະຫາຍເອກອັກຄະລັດຖະທູດ ລາວ ແລະ ຫວຽດນາມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມໃຫ້ການຕ້ອນຮັບ.

ການຢ້ຽມຢາມ ສປປ ລາວ ຄັ້ງນີ້, ເປັນການຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງຈະດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເປັນເວລາ 2 ວັນ ແຕ່ວັນທີ 8-9 ຕຸລາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ສສກ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ແລະ ປະກາດສ້າງຕັ້ງ ມສຊ

0

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026) ພ້ອມທັງປະກາດສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ (ມສຊ) ຢ່າງເປັນທາງການໃນວັນທີ 6 ຕຸລານີ້ ທີ່ມະຫາວິທະຍາໄລດັ່ງກ່າວ ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນໂດຍໃຫ້ກຽດເຂົ້າຮ່ວມ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາການນຳ, ອະດີດການນຳ, ພະນັກງານ, ຄູ-ອາຈານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ພິທີໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະ-ວັນນະຄະດີຈາກນັກຮຽນ-ນັກສຶກສາ ຢ່າງຟົດຟື້ນມ່ວນຊື່ນ ໂດຍບົດຟ້ອນອວຍພອນວັນຄູ, ການຮ້ອງເພງ “7 ຕຸລາໝັ້ນຍືນ” ແລະ ການອ່ານກອນອວຍພອນວັນຄູ ເພື່ອສະແດງຄວາມກັນຕະຍູກະຕະເວທີຕໍ່ຄູ-ອາຈານ ຜູ້ເສຍສະຫຼະເຫື່ອແຮງ ແລະ ສະຕິປັນຍາໃນການອົບຮົມສັ່ງສອນອະນຸຊົນຮຸ່ນໜຸ່ມໃຫ້ກາຍເປັນພົນລະເມືອງດີຂອງຊາດ.

ທ່ານ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການໃຫຍ່ ແລະ ຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ, ໂດຍແຕ່ງຕັ້ງ ທ່ານ ຫຼ້າວັນ ວົງຄໍາສານ ເປັນຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ທ່ານ ນາງ ວົງເດືອນ ໂອໃສ ແລະ ທ່ານ ນາງ ວັນແສງ ຈຸນລະມະນີ ເປັນຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ.

ນອກຈາກນີ້, ທ່ານ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານດຳລັດວ່າດ້ວຍການແຕ່ງຕັ້ງຮອງສາດສະດາຈານຈໍານວນ 12 ທ່ານ; ຂໍ້ຕົກລົງວ່າດ້ວຍການຍ້ອງຍໍຄູພິການດີເດັ່ນຈໍານວນ 2 ທ່ານ ແລະ ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານດໍາລົງຕໍາແໜ່ງບໍລິຫານຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ຈໍານວນ 16 ທ່ານ.

ໃນໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວປາຖະກະຖາ ແລະ ສະແດງໃຫ້ເຫັນເຖິງຄວາມໝາຍສຳຄັນຂອງວັນຄູແຫ່ງຊາດ ໂດຍຍົກໃຫ້ເຫັນ 2 ມູນເຊື້ອສຳຄັນຄື: ລະນຶກເຖິງນາຍຄູຄຳ: ນາຍຄູສອນທໍາອິດ ຜູ້ທີ່ມີຄວາມຮັກຊາດອັນດູດດື່ມ ແລະ ມີນໍ້າໃຈເສຍສະຫຼະອັນສູງສົ່ງ ໃນສະໄໝປະເທດຊາດຕົກເປັນຫົວເມືອງຂຶ້ນ ຊຶ່ງເປັນແບບຢ່າງອັນລ້ຳຄ່າໃຫ້ແກ່ຄູ-ອາຈານຮຸ່ນຫຼັງ; ເຊີດຊູບົດບາດ ແລະ ກຽດສັກສີຂອງຄູ, ພັກ-ລັດຖະບານ ໄດ້ຕົກລົງເອົາວັນທີ 7 ຕຸລາ ຂອງທຸກປີ ເປັນວັນຄູແຫ່ງຊາດ ນັບແຕ່ປີ 1994 ເປັນຕົ້ນມາ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ຜົນງານການອຸທິດຕົນຂອງຄູ.

ທ່ານ ທອງສະລິດ ມັງໜໍ່ເມກ ຍັງໄດ້ເນັ້ນໜັກເຖິງຄຳເວົ້າອຳມະຕະ ຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ຄູແມ່ນຄົນຂອງພັກ” ແລະ “ຄູແມ່ນກຳລັງຫຼັກແຫຼ່ງແກ່ນສານ ຂອງການສຶກສາ, ແມ່ນຜູ້ຕາງໜ້າສັງຄົມ, ຕາງໜ້າລັດ ເພື່ອສຶກສາອົບຮົມຜູ້ໜຸ່ມນ້ອຍ ແລະ ຄົນຮຸ່ນໃໝ່.” ພ້ອມດຽວກັນນັ້ນ, ທ່ານຍັງໄດ້ວາງທັດສະນະຊີ້ນຳ ເພື່ອເປັນເຂັມທິດທາງໃນການປັບປຸງລະບົບການສ້າງຄູ ໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ເປັນຕົ້ນແມ່ນ ສືບຕໍ່ຍົກບົດບາດຄວາມສຳຄັນຂອງຄູ ໃຫ້ສົມກັບຄຳວ່າ: “ຄູແມ່ນແມ່ພິມຂອງຊາດ” ເພາະຄູແມ່ນປັດໄຈຕັດສິນຄຸນນະພາບການສຶກສາ; ສ້າງຖັນແຖວຄູໃຫ້ໄດ້ມາດຕະຖານ: ມີຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ພ້ອມທັງມີທັກສະດ້ານເຕັກໂນໂລຊີ ແລະ ນະວັດຕະກຳໃໝ່; ສົມທົບແໜ້ນລະຫວ່າງທິດສະດີ ແລະ ພຶດຕິກຳ ນຳເອົາສະພາບຕົວຈິງຂອງຍຸກສະໄໝມາສິດສອນຢ່າງມີຊີວິດຊີວາ; ຮັບປະກັນການສະໜອງຄູໃຫ້ພຽງພໍເອົາໃຈໃສ່ດຶງດູດນັກຮຽນເກັ່ງເຂົ້າສາຍສ້າງຄູ ແລະ ບຸລິມະສິດສະໜອງຄູໃຫ້ເຂດຫ່າງໄກສອກຫຼີກ; ປັບປຸງກົງຈັກການຈັດຕັ້ງໃຫ້ມີປະສິດທິພາບ, ປະຢັດ ແລະ ຕ້ານການຟຸ່ມເຟືອຍ; ຍົກລະດັບການບໍລິຫານ ແລະ ການຮ່ວມມືສາກົນ ເຊື່ອມໂຍງກັບພາກພື້ນ ໂດຍຮັກສາໄດ້ຄວາມເປັນເອກະລັກຂອງຊາດ ແລະ ເພື່ອເຮັດໃຫ້ການປະກາດສ້າງຕັ້ງ ມສຊ ໄດ້ຮັບຜົນສຳເລັດຢ່າງເປັນຮູບປະທຳ.

ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ມອບ 7 ວຽກງານຈຸດສຸມ ຄື: ປັບປຸງກົນໄກຄຸ້ມຄອງບໍລິຫານ ແລະ ວິຊາການໃຫ້ທັນສະໄໝ ແລະ ເຊື່ອມໂຍງສາກົນ; ສ້າງຄູຍຸກໃໝ່ ໃຫ້ມີ 4 ທັກສະຫຼັກ ຄື: ທັກສະດີຈີຕອນ (AI, ເຕັກໂນໂລຊີ), ທັກສະຊີວິດ, ທັກສະອາຊີບ ແລະ ການເປັນຜູ້ປະກອບການ; ກະກຽມຄວາມພ້ອມຫຼັກສູດໃໝ່ 6+3+3 ແລະ ຫັນຈາກລະບົບອາສາສະໝັກ ໄປສູ່ລະບົບຄູທົດແທນຢ່າງເປັນລະບົບ; ສ້າງຄວາມເປັນແບບຢ່າງຮອບດ້ານໃຫ້ແກ່ຜູ້ອຳນວຍການສະຖານການສຶກສາ; ປະຕິບັດນະໂຍບາຍຕ່າງໆ ຕໍ່ຄູ-ອາຈານ ຢ່າງສົມກຽດ; ເພີ່ມທະວີການຮ່ວມມືກັບສະຖານການສຶກສາທັງພາຍໃນ ແລະ ຕ່າງປະທະດ; ຍາດແຍ່ງການຮ່ວມມືສາກົນ ໂດຍກຳແໜ້ນຫຼັກການ “ເຊື່ອມໂຍງ ແຕ່ບໍ່ເຊື່ອມສະຫຼາຍ” ແລະ ໄດ້ຮຽກຮ້ອງມາຍັງຄູ-ອາຈານ ແລະ ນັກຮົບໃນຂົງເຂດການສຶກສາທຸກໆທ່ານ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ພ້ອມທັງອວຍພອນໄຊໃຫ້ຄູທຸກທົ່ວໜ້າ ມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສະຫງ່າຂອງຕົນ.

ຂ່າວ: ພະແນກໂຄສະນາ-ຂ່າວສານ ສສກ; ພາບ: ບຸນອູ້ມ

ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

0

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການ ປີ 2027 ໂດຍເນັ້ນໃສ່ຫຼາຍບັນຫາ ແລະ ປະເດັນສໍາຄັນ ທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ.

ທ່ານ ພອຍຄໍາ ຮຸ່ງບຸນຍວງ ສສຊ ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ປະກອບຄຳເຫັນຕໍ່ຫຼາຍບັນຫາ ໂດຍສະເພາະ ການລົງທຶນຂອງລັດ. ຊຶ່ງໄດ້ສະເໜີວ່າ: ເສັ້ນທາງເສັ້ນໃດທີ່ເປັນເສດຖະກິດຫຼັກສະເໜີໃຫ້ພາກສ່ວນເສດຖະກິດອື່ນໆ ເປັນຜູ້ລົງທຶນແບບເກັບທຶນຄືນໃນຮູບແບບ BRT ໂດຍຢາກໃຫ້ມີການອະນຸມັດໃຫ້ຈັດຕັ້ງປະຕິບັດ, ຖ້າໃນກໍໍລະນີທີ່ບໍ່ເປັນເສດຖະກິດຫຼັກ ລັດເຮົາຈຶ່ງໄປຈັດຕັ້ງປະຕິບັດ. ທ່ານຍັງໄດ້ມີຄຳເຫັນຕໍ່ການສຶກສາໃນໄລຍະຍາວ ສະເໜີໃຫ້ເອົາວິຊາທີ່ຕິດພັນກັບວິຊາຊີບເຂົ້ານຳໃນຊັ້ນຮຽນ ມ5, ມ6 ແລະ ມ7 ເມື່ອຮຽນຈົບສາຍສາມັນແລ້ວ ສາມາດປະກອບອາຊີບຂັ້ນພື້ນຖານໄດ້ ຖ້າເຂົາເຈົ້າບໍ່ສາມາດໄປຮຽນຕໍ່ຢູ່ສະຖາບັນວິຊາສະເພາະອືື່ນໆ.

ທ່ານ ໄພມະນີ ພົມມະສານ ສສຊ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ມີຄຳເຫັນກ່ຽວກັບບັນ ຫາການກໍ່ສ້າງເສັ້ນທາງ ໂດຍສະເພາະ ເສັ້ນທາງຫຼວງແຫ່ງຊາດ ທີ່ທາງສູນກາງເປັນຜູ້ຮັບຜິດຊອບໂດຍສະເພາະ ໂຄງການເສັ້ນທາງເລກທີ 12 ທີ່ເຮັດເປັນຫຼາຍສັນຍາ ມາເຖິງປັດຈຸບັນກໍບັນລຸພຽງແຕ່ 30% ເຫັນວ່າມີຄວາມຊັກຊ້າ. ຕໍ່ບັນຫາດັ່ງກ່າວ ໃນຕໍ່ໜ້າຢາກສະເໜີເຮັດເປັນຫຼາຍສັນຍາ ຊຶ່ງຈະເຮັດໃຫ້ການກໍ່ສ້າງມີຄວາມວ່ອງໄວຂຶ້ນ.

ຕໍ່ກັບວຽກງານການພັດທະນາພື້ນຖານໂຄງລ່າງຢູ່ດ່ານສາກົນຢູ່ແຂວງຄຳມ່ວນ ຕາມດຳລັດແມ່ນກະຊວງໂຍທາທິການ ແລະ ຂົນສົ່ງເປັນຜູ້ຮັບຜິດຊອບ ແຕ່ມາເຖິງປັດຈຸບັນການລົງທຶນໃສ່ວຽກງານດັ່ງກ່າວຢູ່ຂັ້ນທ້ອງຖິ່ນກໍຍັງມີໜ້ອຍ ໃນນັ້ນການປັບປຸງເສັ້ນທາງ ໂດຍສະເພາະເຂດເມືອງບົວລະພາໄດ້ຮັບຜົນກະທົບຈາກການຂົນສົ່ງແຮ່ໂຄງການຂຸດຄົ້ນເຫຼັກຂອງ 13 ບໍລິສັດ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຕໍ່ບັນຫາດັ່ງກ່າວສະເໜີໃຫ້ພາກສ່ວນກ່ຽວຂ້ອງລົງຕິດຕາມເບິ່ງສະພາບຄວາມເປັນຈິງ.

ຕໍ່ກັບການປະກອບເຄື່ອງຮັບໄຊ້ຢູ່ດ່ານສາກົນ ໂດຍສະເພາະດ່ານສາກົນຢູ່ແຂວງຄຳມ່ວນ ແມ່ນຍັງຂາດເຄື່ອງເອັກສະເລ. ຊຶ່ງການຄຸ້ມຄອງນໍ້າໜັກພວກເຮົາມີຊິງຊັ່ງ ປັດຈຸບັນຢູ່ແຂວງຄຳມ່ວນມີ 3 ຊິງຊັ່ງຢູ່ທາງເລກທີ 12 ແລະ 13 ແຕ່ປັດຈຸບັນນີ້ແມ່ນໄຊ້ການບໍໄດ້. ທາງແຂວງໄດ້ສະເໜີເຖິງກະຊວງທີ່ກ່ຽວຂ້ອງແລ້ວ, ແຕ່ກໍຍັງບໍ່ທັນໄດ້ຮັບການແກ້ໄຂ. ປັດຈຸບັນລົດບໍ່ໄດ້ເຂົ້າໄປຊັ່ງນໍ້າໜັກ ມີແຕ່ແລ່ນຜ່ານ ແລະ ຈອດຢູ່ທາງນອກ ແຕ່ເຂົ້າໄປແຈ້ງເອກະສານເທົ່ານັ້ນ ຊຶ່ງເປັນປະກົດການທີ່ພົບເຫັນຢູ່ໃນຂັ້ນທ້ອງຖິ່ນ ດັ່ງນັ້ນ, ຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງເລັ່ງແກ້ໄຂ.

ສສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

0

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2 ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.

ເພື່ອສະໜອງການສະໜັບສະໜູນທີ່ສາມາດນຳໄປປະຕິບັດໄດ້ຈິງໃຫ້ແກ່ຄູອາຈານ, ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ກຳລັງທົດລອງນຳໃຊ້ຄູ່ມືແນະນຳໃໝ່ສຳລັບການສອນຫ້ອງຄວບໃນໂຮງຮຽນ 30 ແຫ່ງ ຢູ່ໃນບັນດາເມືອງເປົ້າໝາຍຂອງແຂວງຫຼວງນ້ຳທາ, ຊຽງຂວາງ ແລະ ສະຫວັນນະເຂດ ໃນລະຫວ່າງ ເດືອນຕຸລາ ແລະ ເດືອນພະຈິກ 2026.

ເຖິງວ່າຈະມີການສອນຫ້ອງຄວບໃນໂຮງຮຽນຫຼາຍແຫ່ງ, ແຕ່ຄູສ່ວນຫຼາຍກໍຍັງປະເຊີນກັບສິ່ງທ້າທາຍໃນການແຕ່ງບົດສອນ ແລະ ການສອນບົດຮຽນຊັ້ນປະຖົມໃນຫ້ອງຮຽນປະເພດນີ້,ຄູຈຳເປັນຕ້ອງດັດປັບບົດຮຽນ ແລະ ກິດຈະກຳຕ່າງໆໃຫ້ເໝາະສົມກັບນັກຮຽນທີ່ມີອາຍຸ ແລະ ລະດັບການຮຽນຮູ້ທີ່ແຕກຕ່າງກັນ.ພ້ອມທັງຕ້ອງບໍລິຫານເວລາໃນຫ້ອງຮຽນ ແລະ ເຮັດໃຫ້ນັກຮຽນທຸກກຸ່ມມີສ່ວນຮ່ວມໃນການຮຽນຢ່າງຕໍ່ເນື່ອງ.ໃນຂະນະດຽວກັນ, ຫ້ອງຄວບຍັງສ້າງໂອກາດອັນດີໃຫ້ນັກຮຽນໄດ້ຮຽນຮູ້ເຊິ່ງກັນແລະກັນໂດຍທີ່ນັກຮຽນຫ້ອງໃຫຍ່ກວ່າສາມາດຊ່ວຍເຫຼືອນັກຮຽນຫ້ອງທີ່ນ້ອຍກວ່າ, ແບ່ງປັນຄວາມຮູ້ ແລະ ພັດທະນາທັກສະການຮ່ວມມືຮ່ວມກັນໄດ້.

ສຳລັບຄູທີ່ໄດ້ຮັບການສະໜັບສະໜູນທີ່ດີ, ການສອນຫ້ອງຮຽນຄວບ ກໍມີຂໍ້ດີຫຼາຍຢ່າງເຊັ່ນກັນ,ທ່ານ ນາງ ສີວອນ ເສີຍສວາລີ, ຄູຊັ້ນປະຖົມຈາກແຂວງຫຼວງນ້ຳທາກ່າວວ່າ: “ຂ້າພະເຈົ້າມັກການສອນຫ້ອງຄວບ, ຫ້ອງຮຽນມັກຈະມີບັນຍາກາດຄຶກຄື້ນ ແລະ ມີກິດຈະກຳຫຼາກຫຼາຍເຊິ່ງຂ້າພະເຈົ້າຮູ້ສຶກວ່າມ່ວນກວ່າການສອນຫ້ອງຮຽນທີ່ມີພຽງຂັ້ນຮຽນດຽວ. ເຖິງຢ່າງແນວໃດກໍຕາມ, ການສອນຫ້ອງຄວບ ກໍມີຄວາມທ້າທາຍຫຼາຍເຊັ່ນກັນ, ເວລາທີ່ຂ້າພະເຈົ້າພົບກັບຄວາມຫຍຸ້ງຍາກ, ຂ້າພະເຈົ້າ ຈະເບິ່ງຄູ່ມືຄູ, ເບິ່ງວິດີໂອສຳລັບການພັດທະນາຄູ ຫຼື ປຶກສາຫາກັບເພື່ອນຮ່ວມງານ ແລະ ຜູ້ເຮັດວຽກສຶກສານິເທດ. ຖ້າຂ້າພະເຈົ້າສອນບໍ່ດີ, ນັກຮຽນອາດຈະຮູ້ສຶກເບື່ອໜ່າຍ ຫຼື ຂາດຄວາມກະຕືລືລົ້ນໃນຫ້ອງຮຽນ. ສິ່ງນີ້ເປັນແຮງກະຕຸ້ນໃຫ້ຂ້າພະເຈົ້າຊອກຫາວິທີທາງຕ່າງໆເພື່ອປັບປຸງການສອນຂອງຕົນໃຫ້ດີຂຶ້ນ.”

ຄູ່ມືແນະນຳໃໝ່ສຳລັບການສອນຫ້ອງຄວບນີ້ ຖືກອອກແບບມາເພື່ອຊ່ວຍຄູໃນການແຕ່ງບົດສອນ, ຈັດກິດຈະກຳການຮຽນ,ບໍລິຫານເວລາ ແລະ ເຮັດໃຫ້ນັກຮຽນຈາກຂັ້ນຮຽນຕ່າງກັນມີສ່ວນຮ່ວມໃນການຮຽນຢ່າງຕໍ່ເນື່ອງ.ນອກຈາກນີ້, ຍັງໃຫ້ຄຳແນະນຳກ່ຽວກັບການນຳໃຊ້ຄູ່ມືຄູ ແລະ ສື່ການຮຽນ-ການສອນ, ການຈັດສັນຫ້ອງຮຽນ ແລະ ການປະເມີນນັກຮຽນ,ເນື້ອໃນໄດ້ແບ່ງອອກເປັນ 6 ບົດ, ເຊິ່ງຄູສາມາດເລືອກອ່ານບົດໃດກ່ອນກໍໄດ້ຕາມຄວາມສົນໃຈ ແລະ ຄວາມຕ້ອງການຂອງຕົນ.

ຄູ່ມືແນະນຳດັ່ງກ່າວໄດ້ຖືກພັດທະນາຂຶ້ນໂດຍອີງໃສ່ຜົນການຄົ້ນຄວ້າຢ່າງລະອຽດກ່ຽວກັບສະພາບການສອນຫ້ອງຄວບໃນ ສປປ ລາວ ໂດຍ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໃນປີ 2023 ໂດຍການສະໜັບສະໜູນຈາກແຜນງານບີຄວາ;ການຄົ້ນຄວ້າດັ່ງກ່າວໄດ້ຊີ້ໃຫ້ເຫັນເຖິງຄວາມຈຳເປັນຢ່າງຊັດເຈນໃນການສະໜັບສະໜູນ ແລະ ການໃຫ້ຄຳແນະນຳທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ຄູສາມາດສອນຫຼັກສູດຊັ້ນປະຖົມສຶກສາໄດ້ຢ່າງມີປະສິດທິຜົນ ໃນສະພາບການສອນຫ້ອງຄວບ.

ສວສເປັນຜູ້ຊີ້ນຳການພັດທະນາຄູ່ມືດັ່ງກ່າວ ໂດຍມີສ່ວນຮ່ວມຈາກຜູ້ຊ່ຽວຊານຈາກກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ກົມສາມັນສຶກສາ, ວິທະຍາໄລຄູ ແລະ ຄູສອນຊັ້ນປະຖົມສຶກສາ, ປະສົບການທີ່ຫຼາກຫຼາຍຂອງທີມງານ ໄດ້ຊ່ວຍຮັບປະກັນ ໃຫ້ແກ່ການພັດທະນາຄູ່ມືສາມາດນຳໄປປະຕິບັດໄດ້ຈິງ ເຊິ່ງເປັນການຮວບຮວມເອົາຄຳແນະນຳຕ່າງໆທີ່ມີຢູ່ໃນເອກະສານຫຼັກສູດ ແລະ ແຫຼ່ງຂໍ້ມູນດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ມາໄວ້ໃນບ່ອນດຽວກັນ.

ປັດຈຸບັນ, ຄູ່ມືແນະນຳດັ່ງກ່າວ ກຳລັງຖືກນຳໄປທົດລອງນຳໃຊ້ໃນໂຮງຮຽນ 30 ແຫ່ງ ທີ່ຢູ່ໃນເຂດເປົ້າໝາຍຂອງໂຄງການ ແຜນງານບີຄວາ.ໃນໄລຍະສອງເດືອນຕໍ່ໜ້າ, ຈະມີການເກັບກຳຂໍ້ມູນເພື່ອປະເມີນຜົນວ່າ ຄຳແນະນຳນັ້ນມີຄວາມເຂົ້າໃຈງ່າຍ, ສາມາດນຳໄປປະຕິບັດໄດ້ຈິງ ແລະ ສອດຄ່ອງກັບວຽກງານປະຈຳວັນຂອງຄູອາຈານຫຼືບໍ່.

ທ່ານ ວົງເພັດ ອຸດົມລິດ, ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໄດ້ກ່າວວ່າ: “ຄູ່ມືແນະນຳກ່ຽວກັບການສອນຫ້ອງຄວບສຳລັບຊັ້ນປະຖົມສຶກສາແມ່ນບາດກ້າວສຳຄັນໃນການໃຫ້ການສະໜັບສະໜູນຕົວຈິງແກ່ຄູ ຜູ້ທີ່ຕ້ອງສິດສອນນັກຮຽນຈາກຫຼາຍຂັ້ນຮຽນຢູ່ໃນຫ້ອງດຽວກັນ. ຜ່ານການທົດລອງ, ກະຊວງສຶກສາທິການ ແລະ ກິລາ ຈະຮັບຮູ້ປະສົບການຂອງຄູ ແລະ ນຳເອົາຄຳຄິດຄຳເຫັນຂອງເຂົາເຈົ້າ ເພື່ອປັບປຸງຄູ່ມືດັ່ງກ່າວໃຫ້ມີຄວາມສົມບູນຍິ່ງຂຶ້ນ ກ່ອນທີ່ຈະມີການຮັບຮອງາຢ່າງເປັນທາງການ.

ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ການສອນຫ້ອງຄວບ ເປັນສິ່ງທ້າທາຍສຳລັບຄູ, ໂດຍສະເພາະໃນເຂດຫ່າງໄກ, ແຕ່ກໍເປັນສະພາບຄວາມເປັນຈິງທີ່ພົບເຫັນຢູ່ໃນໂຮງຮຽນຫຼາຍແຫ່ງ ໃນ ສປປ ລາວ, ການທົດລອງນີ້ ສະທ້ອນໃຫ້ເຫັນເຖິງບົດບາດນຳພາຂອງກະຊວງສຶກສາທິການ ແລະ ກິລາ ໃນການຕອບສະໜອງຕໍ່ຄວາມຕ້ອງການຂອງຄູ ແລະ ໂຮງຮຽນ, ລວມທັງ ສະແດງເຖິງ ການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ລາວ ແລະ ອົດສະຕຣາລີ ທີ່ໄດ້ຮ່ວມມືກັນເພື່ອຮັບປະກັນວ່າ ຄູໄດ້ຮັບການສະໜັບສະໜູນຕົວຈິງຕາມຄວາມຈຳເປັນ, ເພື່ອໃຫ້ເດັກທຸກຄົນມີໂອກາດໄດ້ຮຽນຮູ້, ເຕີບໃຫຍ່ ແລະ ພັດທະນາຕົນເອງໄດ້ຢ່າງເຕັມສ່ວນ.

ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

0

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ກະຊວງການເງິນຂອງອູແກຣນເປີດເຜີຍວ່າ, ອູແກຣນໄດ້ຮັບເງິນສະໜັບສະໜູນ ຈາກສະຫະພາບເອີຣົບ (EU) ຈຳນວນ 2.9 ຕື້ເອີໂຣ ເພື່ອສ້າງສະຖຽນລະພາບທາງເສດຖະກິດ, ສະໜັບສະໜູນລາຍຈ່າຍງົບປະມານທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມທັນສະໄໝ, ລວມທັງການດຳເນີນການປະຕິຮູບ ເພື່ອມຸ່ງໄປສູ່ການເປັນສະມາຊິກຂອງ EU. ຈາກຈຳນວນເງິນທັງໝົດ, ອູແກຣນໄດ້ຮັບ 800 ລ້ານເອີໂຣ ເປັນຄັ້ງທຳອິດພາຍໃຕ້ໂຄງການກູ້ຢືມເພື່ອສະໜັບສະໜູນອູແກຣນ ຈໍານວນ 90 ຕື້ເອີໂຣ ສຳລັບປີ 2026-2027 ເພື່ອສະໜັບສະໜູນງົບປະມານ ແລະ ການປ້ອງກັນປະເທດຂອງອູແກຣນ.

ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

0

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.

ບົດລາຍງານຍັງຊີ້ໃຫ້ເຫັນວ່າ: ເດືອນກັນຍາ 2026 ເປັນເດືອນທີ 4 ຕິດຕໍ່ກັນທີ່ມີອຸນຫະພູມສູງກວ່າລະດັບປົກກະຕິ 3 ອົງສາ. ນອກຈາກນັ້ນ, ເດືອນກັນຍາ 2026 ຍັງເປັນເດືອນກັນຍາທີ່ມີຝົນຕົກໜ້ອຍທີ່ສຸດອັນດັບ 3 ນັບຕັ້ງແຕ່ມີການບັນທຶກຂໍ້ມູນ, ໂດຍປະລິມານຝົນຕົກທົ່ວປະເທດຝຣັ່ງຕໍ່າກວ່າລະດັບປົກກະຕິເກືອບ 70%. ນອກຈາກນັ້ນ, ເດືອນກັນຍາ 2026 ຍັງເປັນເດືອນກັນຍາທີ່ມີແສງແດດຫຼາຍທີ່ສຸດອັນດັບ 2, ໂດຍມີແສງແດດຫຼາຍກວ່າປົກກະຕິກວ່າ 30%.

ຄື້ນຄວາມຮ້ອນ ແລະ ໄພແຫ້ງແລ້ງທີ່ຍືດເຍື້ອໄດ້ສົ່ງຜົນກະທົບຕໍ່ກະສິກຳ ແລະ ເສດຖະກິດໂດຍລວມຂອງປະເທດຝຣັ່ງ. ທ່ານ ໂມນິກ ບາຣບູດ ລັດຖະມົນຕີກະຊວງການຫັນປ່ຽນດ້ານນິເວດວິທະຍາຂອງຝຣັ່ງ ກ່າວວ່າ: ຄື້ນຄວາມຮ້ອນໃນລະດູຮ້ອນອາດຈະສ້າງຄວາມເສຍຫາຍທາງເສດຖະກິດ ປະມານ 10 – 15 ຕື້ເອີໂຣ.

ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

0

ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.

ໜັງສືພິມ Kyodo News ລາຍງານວ່າ: ການຈັດອັນດັບດັ່ງກ່າວເຮັດໃຫ້ຍີ່ປຸ່ນຢູ່ໄກຈາກເປົ້າໝາຍຂອງລັດຖະບານທີ່ຕ້ອງການຍົກອັນດັບຂອງປະເທດຂຶ້ນສູ່ 4 ອັນດັບທຳອິດ ຫຼື ສູງກວ່າໃນດັດຊະນີນະວັດຕະກໍາໂລກພາຍໃນປີ 2035, ພາຍໃຕ້ຍຸດທະສາດຊັບສິນທາງປັນຍາປີ 2025.

ສ ເກົາຫຼີ ໄດ້ຮັບອັນດັບທີ 4 ຊຶ່ງສູງທີ່ສຸດໃນພາກພື້ນອາຊີປາຊີຟິກ, ຕິດຕາມດ້ວຍສິງກະໂປ ອັນດັບທີ 5, ໃນຂະນະທີ່ຈີນຢູ່ໃນອັນດັບທີ 10. ໂດຍການຈັດອັນດັບ ຂອງ ສ ເກົາຫຼີ, ຍີ່ປຸ່ນ ແລະ ຈີນ ຍັງຄົງບໍ່ປ່ຽນແປງຈາກປີກາຍ.

ດັດຊະນີດັ່ງກ່າວໃຊ້ຕົວຊີ້ວັດປະມານ 80 ລາຍການ ເພື່ອປະເມີນປະສິດທິພາບດ້ານນະວັດຕະກໍາຂອງ 139 ເຂດເສດຖະກິດ. ໂດຍສະວິດ ຢູ່ອັນດັບທີ 1 ຕິດຕໍ່ກັນເປັນປີທີ 16, ຕິດຕາມດ້ວຍຊູແອດ ແລະ ສະຫະລັດ ອາເມຣິກາ.

ບົດລາຍງານລະບຸວ່າ: ຈຸດແຂງຂອງຍີ່ປຸ່ນໃນດ້ານນະວັດຕະກໍາອຸດສາຫະກໍາ ແລະ ທຸລະກິດ ແມ່ນຢູ່ໃນກຸ່ມທີ່ເຂັ້ມແຂງທີ່ສຸດໃນໂລກ. ພ້ອມທັງລະບຸວ່າພາກພື້ນໂຕກຽວ-ໂຢໂກຮາມາ ຄອງອັນດັບທີ 2 ຂອງກຸ່ມນະວັດຕະກຳລະດັບໂລກສະທ້ອນໃຫ້ເຫັນເຖິງ “ນໍ້າໜັກໃນລະດັບໂລກຂອງກິດຈະກໍາການຈົດສິດທິບັດ, ການຄົ້ນຄວ້າ ແລະ ທຶນຮອນຂອງຍີ່ປຸ່ນ.”

ໃນຂະນະດຽວກັນ, ພາກພື້ນເຊີນເຈີ້ນ-ຮ່ອງກົງ-ກວາງໂຈວ ຂອງຈີນ ຍັງຄົງຮັກສາອັນດັບ 1 ໃນການຈັດອັນດັບກຸ່ມນະວັດຕະກໍາຊັ້ນນໍາ ໄວ້ໄດ້.

ຢ່າງໃດກໍຕາມ, ບົດລາຍງານຊີ້ໃຫ້ເຫັນວ່າຍີ່ປຸ່ນຍັງຕາມຫຼັງໃນຫຼາຍຂົງເຂດເຊັ່ນ: ການສຶກສາຊັ້ນສູງ, ຜູ້ຮຽນຈົບສາຂາວິທະຍາສາດ ແລະ ວິສະວະກໍາ ແລະ ການຈ້າງງານທີ່ເນັ້ນໃສ່ຄວາມຮູ້, ໃນຂະນະທີ່ຈຳນວນປະຊາກອນໜຸ່ມທີ່ຫຼຸດລົງກໍາລັງກົດດັນປະສິດທິພາບດ້ານນະວັດຕະກໍາຂອງປະເທດ.

ທ່ານ ຊາຊາ ວູນ – ວິນເຊນ ບັນນາທິການຮ່ວມຂອງບົດລາຍງານດັ່ງກ່າວ ລະບຸວ່າ: ຍີ່ປຸ່ນມີລະບົບນະວັດຕະກໍາທີ່ສອດຄ່ອງທີ່ສຸດໃນໂລກ, ຄວາມເລິກຊຶ້ງຂອງການຄົ້ນຄວ້າທີ່ນໍາພາໂດຍບໍລິສັດຍີ່ປຸ່ນ, ບວກກັບສາຍພົວພັນທີ່ໃກ້ຊິດກັບມະຫາວິທະຍາໄລ ແລະ ສະຖາບັນຂອງພາກລັດ, ເຮັດໃຫ້ຍີ່ປຸ່ນຍັງຄົງຢູ່ໃນບັນດາປະເທດເສດຖະກິດນະວັດຕະກໍາຊັ້ນນໍາຢ່າງຕໍ່ເນື່ອງໃນແຕ່ລະປີ.

ນອກຈາກນັ້ນ, ບົດລາຍງານຍັງໄດ້ເນັ້ນໃຫ້ເຫັນເຖິງການເຕີບໂຕຢ່າງຕໍ່ເນື່ອງຂອງການລົງທຶນທົ່ວໂລກໃນນະວັດຕະກໍາເຕັກໂນໂລຊີ, ໂດຍຄາດຄະເນວ່າການໃຊ້ຈ່າຍດ້ານການຄົ້ນຄວ້າ ແລະ ພັດທະນາທົ່ວໂລກໃນປີ 2025ຂະຫຍາຍຕົວ 3.3% ເມື່ອທຽບກັບປີກ່ອນ ເມື່ອປັບຕາມອັດຕາເງິນເຟີ້ ແລະ ຄາດວ່າຈະເຕີບໂຕ 3.6% ໃນປີ 2026 ສູ່ລະດັບ 3.4 ພັນຕື້ໂດລາ.

ບົດລາຍງານລະບຸຕື່ມວ່າ: ມູນຄ່າການລົງທຶນທຶນເພີ່ມຂຶ້ນປະມານ 28% ເປັນ 510 ຕື້ໂດລາ ໃນປີ 2025, ໂດຍມີປັນຍາປະດິດ (AI) ກວມເອົາ 53% ຂອງມູນຄ່າຂໍ້ຕົກລົງທົ່ວໂລກ.

ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະເທດຄູ່ຮ່ວມມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ຣັດເຊຍ) ໄດ້ຕົກລົງຮັກສາລະດັບປະລິມານນ້ຳມັນສູງສຸດປັດຈຸບັນໃນເດືອນພະຈິກ. ສິ່ງດັ່ງກ່າວໝາຍຄວາມວ່າ 7 ປະເທດຈະຮັກສາຍອດປະລິມານນ້ຳມັນຢູ່ລະດັບສູງສຸດຂຶ້ນເປັນ 31.01 ລ້ານຖັງ/ວັນ.

ເຖິງຢ່າງໃດກໍຕາມ, ປະລິມານນີ້ຍັງບໍ່ທັນຄິດໄລ່ເຖິງແຜນການຊົດເຊີຍໃຫ້ແກ່ປະລິມານການຂຸດຄົ້ນທີ່ເກີນລະດັບ, ໝາຍຄວາມວ່າປະລິມານນໍ້າມັນຊຶ່ງບັນດາສະມາຊິກ OPEC+ ຕ້ອງຫຼຸດການຂຸດຄົ້ນລົງເມື່ອທຽບໃສ່ລະດັບທີ່ໄດ້ອະນຸຍາດຍ້ອນໄດ້ຂຸດຄົ້ນເກີນລະດັບກ່ອນແລ້ວ. ຄາດວ່າກຸ່ມບັນດາປະເທດເຫຼົ່ານີ້ຈະຈັດກອງປະຊຸມປະຈຳເດືອນຄັ້ງຕໍ່ໄປໃນວັນທີ 1 ພະຈິກ ເພື່ອຕີລາຄາສະພາບການຕະຫຼາດ.

ທີມນັກຂ່າວແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

0

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ “ສຽງຂອງທ່ານເພື່ອທຳມະຊາດ” (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ. ຜົນງານທີ່ໄດ້ຮັບລາງວັນຮອງຊະນະເລີດຄັ້ງນີ້ເປັນການຮ່ວມມືຜະລິດເປັນທີມ ຂອງນັກຂ່າວສັງກັດຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ເຊິ່ງປະກອບມີ: ທ່ານ ທອງດຳ ວົງວຽງໄຊ, ທ່ານ ນາງ ແສງພະຈັນ ວັນສະເຫຼີມ ແລະ ທ່ານ ອ່ອນ ມະນີສອນ.

ພິທີປະກາດ ຈັດຂຶ້ນວັນທີ 2 ຕຸລາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ນານາຊາດ ປະຈໍາ ສປປ ລາວ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ສື່ມວນຊົນ ໂດຍການມີສ່ວນຮ່ວມ ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ວັນສີ ກົວມົວ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ ຜູ້ອຳນວຍການອົງການແຄຣ໌ນານາຊາດ ປະຈຳ ສປປ ລາວ ແລະ ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ, ມີພາກສ່ວນທີ່ກ່ຽວຂ້ອງພ້ອມດ້ວຍນັກຂ່າວຈາກພາກລັດ, ພາກອົງການຈັດຕັ້ງມະຫາຊົນ – ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນໍາໃຊ້ສື່ສັງຄົມອອນລາຍທົ່ວໄປເຂົ້າຮ່ວມ.

ການແຂ່ງຂັນຄັ້ງນີ້ມີບົດຂ່າວທີ່ສົ່ງເຂົ້າປະກວດທັງໝົດ 205 ບົດ ທົ່ວປະເທດ ຊຶ່ງຜົນງານຈາກສື່ພາກລັດມີ 36 ບົດ ໃນນັ້ນ ຂ່າວໂປສະເຕີ 27 ບົດ ແລະ ວິດີໂອ 6 ບົດ ແລະ ຜົນງານຈາກບຸກຄົນທົ່ວໄປມີ 169 ບົດ ໃນນັ້ນ ຂ່າວໂປສະເຕີ 117 ບົດ ແລະ ວິດີໂອ 52 ບົດ, ສໍາລັບແຂວງສາລະວັນ ໄດ້ສົ່ງເຂົ້າແຂ່ງຂັນ 7 ບົດ ໃນນັ້ນ ຂ່າວໂປສະເຕີ 4 ບົດ ແລະ ວິດີໂອ 3 ບົດ (ແບບກຸ່ມ 1 ບົດ). ຜ່ານການກວດກາ ຂອງຄະນະກໍາມະການຕາມມາດຖານເງື່ອນໄຂທີ່ກໍານົດໄວ້, ຜົນການການແຂ່ງຂັນປະເພດຂ່າວວິດີໂອລາງວັນຊະນະເລີດ ໄດ້ແກ່ທ່ານ ຫັດສະດີ ສຸດດາວົງ ຈາກຄະນະໂຄສະນາອົບຮົມແຂວງອັດຕະປື, ຮອງຊະນະເລີດ ໄດ້ແກ່ ທ່ານ ທອງດຳ ວົງວຽງໄຊ, ທ່ານ ນາງ ແສງພະຈັນ ວັນສະເຫຼີມ, ທ່ານ ອ່ອນ ມະນີສອນ ຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ (ແບບກຸ່ມ); ປະເພດຂ່າວໂປສະເຕີ້ລາງວັນຊະນະເລີດ ໄດ້ແກ່ທ່ານ ນາງ ວັນດາພອນ ຊື່ນພັນ ຈາກຄະນະໂຄສະນາອົບຮົມແຂວງຈຳປາສັກ; ຮອງຊະນະເລີດ ໄດ້ແກ່ ທ່ານ ນາງ ທອງໃສ ແກ້ວບົວລະພາ ຈາກສະຖານີວິທະຍຸແຂວງຄຳມ່ວນ ແລະ ກຸ່ມພາກອົງການຈັດຕັ້ງມະຫາຊົນ – ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນໍາໃຊ້ສື່ອອນລາຍທົ່ວໄປ ປະເພດຂ່າວວິດີໂອລາງວັນຊະນະເລີດ ໄດ້ແກ່ ທ່ານ ຈັນທະວີສຸກ ພອນມະນີ ຈາກມະຫາວິທະຍາໄລແຫ່ງຊາດ; ຮອງຊະນະເລີດ ໄດ້ແກ່ ທ່ານ ໄຊຊະນະ ພັນແພງດີ ຈາກສະຖາບັນພາສາອັງກິດໂລໂກສ; ປະເພດຂ່າວໂປສະເຕີຊະນະເລີດໄດ້ແກ່ ທ່ານ ເພັດລະຄອນ ໜໍ່ບຸບຜາສະຫວັນ ຈາກມະຫາວິທະຍາໄລສະຫວັນນະເຂດ, ຮອງຊະນະເລີດ ໄດ້ແກ່ ທ່ານ ພຸດທະວີ ໄຊຍະສອນ ນອກນີ້ ຍັງມີລາງວັນຊົມເຊີຍໃນແຕ່ລະປະເພດຕື່ມອີກ.

ແຂວງສາລະວັນ ແມ່ນໄດ້ເຂົ້າຮ່ວມໂຄງການ 3 ລຸ້ນ ແລະ ໄດ້ຮັບລາງວັນຕໍ່ເນື່ອງ ເປັນຕົ້ນ: ລຸ້ນທີໜຶ່ງ ໄດ້ຮັບລາງວັນຊະນະເລີດ ປະເພດບົດຂ່າວວີດີໂອ ແລະ ຮອງຊະນະເລີດ ປະເພດບົດຂ່າວໂພດສະເຕີ; ລຸ້ນທີສອງ ໄດ້ຮັບລາງວັນຮອງຊະນະເລີດ ປະເພດບົດຂ່າວວີດີໂອ ແລະ ລຸ້ນທີສາມ ກໍໄດ້ຮັບລາງວັນຮອງຊະນະເລີດ ປະເພດບົດຂ່າວວີດີໂອ